ດຶກແກ້ວເບຍລົງນ້ຳ ວິດີໂອຍອດຮີດ TikTok ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງກວດສອບເລື່ອງນີ້ດ້ວຍ ບໍ່ຄວນເອົາເປັນແບບຢ່າງ ໃຜຫຼິ້ນຕິກຕ໊ອກບໍ່ຮູ້ເຫັນບໍ່ ຄຣິບທີ່ໄວໜຸ່ມ ແກວ່ງ ແກ້ວເບຍ ແລະ ລັງເບຍລົງນ້ຳ, ເຊິ່ງບໍ່ຮູ້ວ່າແມ່ນຢູ່ບ່ອນໃດ ເປັນຕາດນ້ຳຕົກສວຍງາມເລີຍ ຄາດວ່າຈະເປັນແຫຼ່ງທ່ອງທ່ຽວ ເຊິ່ງຕາມທີ່ເບິ່ງໃນຄຣິບແລ້ວຄົງເປັນເດັກນ້ອຍ
ແລະ ກວນກັນ ແກວ່ງແກ້ວເບຍລົງໃນນ້ຳຈາກບ່ອນສູງລົງໄປ ແບບນີ້ມັນອັນຕະລາຍ ເພາະເສດແກ້ວມັນຄົມຫຼາຍ ຖ້າຕົກລົງໄປໃນນ້ຳ ມີຄົນໄປຫຼີ້ນນຳດ ຫາກິນ ຫຼື ມັນໄຫຼໄປແມ່ນ້ຳ ຖືກຄົນອາດບາດເຈັບໄດ້ ແນວໃດກໍຢ່າຮຽນແບບເດີ້ ລາຍລະອຽດຕິດຕາມຕໍ່ໄປ ເຫດການນີ້ເກີດຂື້ນທ້າຍເດືອນ ກໍລະກົດ 2020 ເມືອງລອງຊານ ແຂວງໄຊສົມບູນ