ລັດວິສາຫະກິດການບິນລາວໄດ້ອອກແຈ້ງການໃນວັນທີ 30 ທັນວາ 2020 ທີ່ຜ່ານມາ ເຖິງລູກຄ້າ ຫຼື ຜູ້ທີ່ຈະເດີນທາງດ້ວຍສາຍການບິນແຕ່ນະຄອນ ຫຼວງ ວຽງຈັນ ຫາ ແຂວງອຸດົມໄຊ ແລະ ແຂວງອຸດົມໄຊ ຫາ ນະຄອນຫຼວງວຽງຈັນ ວ່າ, ການບິນລາວຈະຢຸດຊົ່ວຄາວຖ້ຽວບິນວຽງຈັນ-ອຸດົມໄຊ-ວຽງຈັນ ເປັນເວລາ 7 ວັນ ນັບແຕ່ວັນທີ່ 3-9 ທັນວາ 2020 ເນື່ອງຈາກວ່າມີການສ້ອມແປງສະໜາມບິນໂດຍສະເພາະມີການປັບປຸງເສັ້ນທາງຂຶ້ນ-ລົງຂອງຍົນ ແລະ ອື່ນໆ. ລັດວິສາຫະກິດການບິນລາວຍັງແຈ້ງໃຫ້ຮູ້ຕື່ມວ່າ:
ສະເພາະຜູ້ໂດຍສານທີ່ຈະ ເດີນທາງໄປແຂວງອຸດົມໄຊ ກໍສາມາດເດີນທາງໄປດ້ວຍຖ້ຽວບິນຢູ່ບັນດາແຂວງທີ່ໃກ້ຄຽງໄດ້ ໂດຍສະເພາະສະໜາມບິນຫຼວງພະບາງ ຫຼື ຫຼວງນໍ້າທາ ແລ້ວຂີ່ລົດຕໍ່ໄປແຂວງອຸດົມໄຊ ກໍ່ຈະເຮັດໃຫ້ການເດີນທາງສະດວກ ແລະ ໄວຂຶ້ນໄດ້. ປັດຈຸບັນນີ້, ຜູ້ທີ່ເດີນທາງໄປແຂວງອຸດົມໄຊສ່ວນຫຼາຍແມ່ນໄດ້ພາກັນໃຊ້ການບໍລິການທາງຍົນຫຼາຍຂຶ້ນ, ເຖິງວ່າລາຄາຈະແພງຖ້າທຽບກັບການເດີນທາງດ້ວຍລົດ ໂດຍສານຍ້ອນວ່າ ເສັ້ນທາງລົດເປ່ເພໜັກເຮັດໃຫ້ການສັນຈອນມີຄວາມຫຍຸ້ງຍາກ ແລະ ຊັກຊ້າ.