ຈຶ່ງຢາກສົ່ງຂ່າວເຖິງຜູ້ໃຈບຸນ ຊ່ວຍເຫຼືອສົມທົບ ເຄື່ອງບໍລິໂພກ ເປັນນ້ຳດື່ມ ອາຫານ (ປະເພດແຕ່ງງ່າຍ) ເຊັ່ນປ໋ອງປ່າ ໝີ່ ເຂົ້າໜຽວສຸກ ຫຼື ຕາມທີ່ທ່ານສາມາດຈັດຫາໄດ້ ທ່ານທີ່ຢາກສົມທົບ ຫຼື ຊ່ວຍເຫຼືອ ຕິດຕໍ່ສອບຖາມຕາມເບີໂທນີ້ 030 5758 588 ໄດ້ເປັນກຳລັງແຮງກຸ່ມໜຶ່ງສົມທົບກັບເຈົ້າໜ້າທີທີ່ກ່ຽວຂ້ອງ ອ້າຍນ້ອງທະຫານ
ແລະ ພໍ່ແມ່ປະຊາຊົນຢູ່ພື້ນທີ່ກຳລັງລະດົມກັນຄົ້ນຫາພໍ່ຕູ້ຢູ່ ແຕ່ເນື່ອງຈາກການຄົ້ນຫາຍັງບໍ່ມີເບາະແສ ແລະ ທິດທາງ ບໍ່ຮູ້ວ່າຈະພົບມື້ໃດ ຊຶ່ງຕອນນີ້ຝົນຟ້າອາກາດກໍ່ເປັນອຸປະສັກ ແລະ ອາຫານການກິນກໍ່ບໍ່ພຽງພໍ (ພໍ່ແມ່ປະຊາຊົນບໍລິເວນນັ້ນກໍ່ບໍ່ສາມາດຕອບສະໜອງໄດ້) ຮ່ວມສົມທົບທຶນ, ເຂົ້າປາອາຫານໃຫ້ກັບທິມງານເພື່ອຊ່ວຍຄົ້ນຫາ ພໍ່ຕູ້ ຫຼົງປ່າ ທີ່ ນ້ຳປ່ຽນຢໍລະປ່າ
ປັດຈຸບັນຫຼາຍທ່ານກໍ່ຄົງຮັບຮູ້ເຖິງເຫດການ ພໍ່ຕູ້ພວງ ຫາຍຕົວລະຫວ່າງໄປຫຼິ້ນກັບຄອບຄົວ ຢູ່ ນ້ຳປ່ຽນຢໍລະປ່າ ໄດ້ 5 ມື້ຜ່ານມາແລ້ວ ຕັ້ງແຕ່ວັນທີ 3 ຕຸລາ 2020 ຄັ້ງນີ້ ມື້ທີ່ 5 ແລ້ວ ພາລະກິດຊອກຫາພໍ່ຕູ້ພວງຫລົງປ່າມາຮອດນະເວລານີ້ກໍ່ສີ້ນຫວັງເຫມືອນເດີມພີ່ນ້ອງເອີຍ, ຫລາຍພາກສ່ວນກໍ່ທະຍອຍກັນກັບອອກຈາກປ່າດ້ວຍຄວາມອິດເມື່ອຍ ໂຮຍແຮງ, ດົນປານນີ້ພໍ່ຕູ້ຊິຢູ່ແນວໃດເດ່ນໍ ຂອບໃຈເດີທີ່ ສູ້ນຳພວກເຮົາມາຕະຫລອດໂທ 55696948