ດ້ານກົມອຸຕຸນິຍົມ ແລະ ອຸທົກກະສາດ ເຕືອນກ່ອນໜ້ານີ້ວ່າ ລະຫວ່າງວັນທີ 7 ຫາ 11 ຕຸລາ ຈະມີຝົນຕົກໜັກເຂດພາກກາງ ແລະ ພາກໃຕ້ ເນື່ອງຈາກມີພາຍຸໜຸນເຂດຮ້ອນພັດປົກຄຸມ ຂໍໃຫ້ມີສະຕິລະມັດລະວັງນ້ຳຖ້ວມຊູ ເຊົ້າວັນທີ 8 ຕຸລາ 2020 ເກີດນ້ຳຖ້ວມໜັກ ເຂດບ້ານແດນສະຫວັນ (ຊາຍແດນລາວ-ຫວຽດນາມ), ເມືອງເຊໂປນ, ແຂວງສະຫວັນນະເຂດ ເນື່ອງຈາກຝົນຕົກໜັກ.
ສາມາດຕິດຕໍ່ຕາມຂໍ້ມູນຄື 020 28285454 ໜ່ວຍກູ້ໄພ ສະຫວັນນະເຂດ ສະພາບໂດຍລວມຂອງເມືອງເຊໂປນໃນປະຈຸບັນມີນໍ້າຖ້ວມແລ້ວຫຼາຍພື້ນທີ່ ຕາມແຄມສາຍເຊໂປນ,ເຊບັ້ງຫຽງ,ເຊກອກ ແມ່ນໄດ້ຮັບຜົນກະທົບໝົດ. ວອນຂໍຄວາມຊ່ວຍປະເພດນ້ຳດື່ມ ເຂົ້າສານອາຫານແຫ້ງ ທາງອາສາພວກເຮົາຈະລວບລວມສີ່ງຂອງດັ່ງກ່າວ ໄປໃຫ້ປະຊາຊົນທີ່ຖືກກະທົບ ເຂດເມືງເຊໂປນ ພ້ອມນຳທີມ ກູ້ໄພທາງນ້ຳ ແລະ ເຮືອ ອອກຊ່ວຍເຫຼືອປະຊາຊົນ