ຂໍແຈ້ງຂ່າວມໍລະນະພາບ ເຖິງສິດສານຸສິດ ທັງພາຍໃນ ແລະຕ່າງປະເທດ ຊາບທົ່ວເຖິງກັນວ່າ ພຣະອາຈານມະຫາ ອີນປົງ ສຸວັນນະລາດ, ເຈົ້າອະທິການວັດສະບູໄຊ ເມືອງສອງຄອນ ແຂວງສະຫວັນນະເຂດ, ໄດ້ມໍລະນະພາບ ແລ້ວ ໃນຕອນເຊົ້າ ເວລາ 07:55 ນາທີ,
ຂອງວັນທີ 10/12/2020 ລວມອາຍຸ 62 ປີ 32 ພັນສາ, ປະຈຸບັນສາລິລະສັງຂານແມ່ນໄດ້ບຳເພັນກຸສົນ ທີ່ວັດບ້ານເກີດຂອງເພີ່ນ,ທີ່ວັດບ້ານຫາດຊາຍສູງ ເມືອງໄຊບູລີ ແຂວງສະຫວັນນະເຂດ, ສ່ວນລາຍລະອຽດງານຊາປະນະກິດສົບ, ຈະແຈ້ງໃຫ້ ຊາບພາຍຫລັງ.