ບົດເລື່ອງສັ້ນ:ອ້າຍຂອງຂ້ອຍ

ຄອບຄົວຂ້ອຍເປັນຄົນຊົນນະບົດ ອາໄສຢູ່ໝູ່ບ້ານແຫ່ງໜຶ່ງທາງພາກເໜືອຂອງລາວ ພວກເຮົາຫາຢູ່ຫາກິິນກັບທຳມະຊາດ ຄອບຄົວຂອງຂ້ອຍມີນຳກັນ 4 ຄົນ ພໍ່,ແມ່,ອ້າຍ ແລະ ກໍ່ໂຕຂ້ອຍເອງ ພໍ່ເປັນຄົນແຮງແຮງຫລາຍບໍ່ວ່າວຽກຈະໜັກຫລືເບົາ ແດດຫລືຝົນ ພໍ່ກໍ່ລຸ້ຍໄດ້ໝົດເພື່ອໃຫ້ຄອບຄົວສະບາຍ. ຂ້ອຍກັບອ້າຍຂອງຂ້ອຍອາຍຸຫ່າງກັນ2 ປີ. ໃນຕອນນັ້ນຂ້ອຍມີອາຍຸ 5ປີ ອ້າຍຂອງຂ້ອຍອາຍຸ 7 ປີ ມີມື້ໜຶ່ງຂ້ອຍໄດ້ໄປລັກເອົາເງິນຢູ່ເຮືອນໄປຊື້ເຄື່ອງຫລີ້ນ. ພໍຮອດຕອນແລງພໍ່ກໍ່ເອີ້ນຂ້ອຍກັບອ້າຍມາຖາມດ້ວຍຄວາມໂມໂຫໂດຍທີ່ມືຂອງພໍ່ກຳໄມ້ແສ້ເອົາໄວ້ ພໍ່ຖາມວ່າ: ແມ່ນໃຜເປັນຄົນລັກເງິນ. ຂ້ອຍກັບອ້າຍພາກັນມິດງຽບບໍ່ມີໃຜຕອບ ຈາກນັ້ນພໍ່ຈຶ່ງໄດ້ເວົ້າຂື້ນວ່າຖ້າບໍ່ມີໃຜຮັບກໍ່ຖືກຕີນຳກັນນີ້ລະ. ພໍ່ກຳລັງຈະຍົກໄມ້ແສ້ຂື້ນມາໃສ່ຫລັງຂ້ອຍ ທັນໃດນັ້ນອ້າຍຂ້ອຍກໍ່ຍົກມືຂື້ນແລ້ວເວົ້າຂື້ນຢ່າງໄວວ່າ ລູກເປັກຄົນລັກເອົາເງິນໄປເອງ ພໍແຕ່ອ້າຍຂ້ອຍເວົ້າຈົບ ໄມ້ແສ້ທີ່ພໍ່ຍົກຂື້ນກໍ່ປ່ຽນທິດທາງໄປຫາແຜນຫລັງຂອງອ້າຍຂ້ອຍ ພໍ່ຕີອ້າຍຈົນຫລັງລາຍໄປໝົດ ຈົນອິດເມື່ອຍພໍ່ຈຶ່ງນັ່ງລົງພັກ ແລ້ວຮ້າຍຂື້ນອີກວ່າ ຂະໜາດເງິນຂອງຄົນໃນເຮືອນມຶງຍັງກ້າລັກ ຕໍ່ໄປມຶງຊິນຳຄົນອື່ນໄດ້ແນວໃດ. ຂ້ອຍແນມເບີ່ງໜ້າຂອງອ້າຍຍັງນິ່ງເສີຍບໍ່ມີນ້ຳຕາໄຫລອອກມາພໍຍົດ ເຖິງວ່າແຜນຫລັງຂອງລາວຈະຊຸ່ມອອກມາດ້ວຍເລືອດ ບໍ່ດົນແມ່ກໍ່ຟ້າວເຂົ້າມາໂອບກອດເອົາອ້າຍຂອງຂ້ອຍແລ້ວພາໄປທາຢາ. ຮອດຕອນກາງຄືນຂະນະທີ່ທຸກຄົນນອນ ຂ້ອຍອົດອີ່ຕົນອ້າຍ ແລະ ອົດລະອາຍໃຈໂຕເອງບໍ່ໄດ້ ນ້ຳຕາຂ້ອຍໄຫລອອກມາພ້ອມກັບສຽງສະອື້ນທີ່ດັງແຮງຂື້ນເລື່ອຍໆ ບຶດໜຶ່ງກໍ່ມີມືອັນໜຶ່ງມາຫຸບປາກຂ້ອຍເອົາໄວ້ ແລະ ມີສຽງມາກະສິບຢູ່ຂ້າງຫູວ່າ ບໍ່ໄຫ້ເດີນ້ອງ ມັນຜ່ານໄປແລ້ວ ເທື້ອໜ້ານ້ອງບໍ່ຕ້ອງເຮັດແບບນີ້ອີກ. ເປັນສຽງຂອງອ້າຍຂ້ອຍທີ່ນອນຢູ່ທາງຂ້າງຫັນ.

ຈົນເວລາຜ່ານໄປຫລາຍປີ ຂ້ອຍຍັງຈື່ເຫດການນັ້ນໄດ້ດີ ຮອດຕອນນີ້ຂ້ອຍຮຽນຢູ່ມ 5 ແລ້ວ ສວນອ້າຍຂ້ອຍຮຽນຢູ່ມ6 ເຊີ່ງເປັນປີສຸດທ້າຍແລ້ວ ປີໜ້າອ້າຍກໍ່ຈະໄດ້ໄປຮຽນຕໍ່ວິຊາຊີບຢູ່ໃນເມືອງ. ຄອບຄົວຂອງຂ້ອຍເປັນຄອບຄົວທີ້ຄ້ອນຂ້າງຂາດເຂີນ ແຕ່ພໍ່ກໍ່ອົດທົນຫາເງິນສົ່ງໃຫ້ຂ້ອຍກັບອ້າຍຮຽນຈົນຮອດມື້ນີ້. ແຕ່ຖ້າແມ່ນອ້າຍຂ້ອຍເຂົ້າໄປຮຽນຢູ່ໃນເມືອງນີ້ຄ່າໃຊ້ຈ່າຍຄືຊິຫລາຍກວ່າເກົ່າ ພໍ່ຄົນດ່ຽວຄົງຈະຫາເງິນບໍ່ໄຫວແທ້ໆ ປີຕໍ່ໄປກໍ່ແມ່ນຂ້ອຍອີກທີ່ຈະຮຽນຈົບ. ຂ້ອຍກັບອ້າຍເປັນຄົນຮຽນເກັ່ງທັງສອງ ເພາະວ່າພໍ່ເປັນທະຫານເກົ່າພໍຮູ້ໜັງສືໜ້ອຍໜຶ່ງ ພໍ່ໄດ້ສອນໜັງສືໃຫ້ພວກເຮົາດ້ວຍຄວາມເຂັ່ມງວດ ແລະ ຈິງຈັງ ຖ້າບໍ່ຕັ້ງໃຈຮຽນມື້ໃດແມ່ນຖືກໄມ້ແສ້ຂອງພໍ່ແທ້ໆ. ຂ້ອຍກັບອ້າຍເຖິງວ່າອາຍຸຈະບໍ່ລືນກັນຫລາຍປານໃດ ແຕ່ອ້າຍຈະເປັນຜູ້ໃຫຍ່,ຮູ້ຮັບຜິດຊອບ ແລະ ສຸຂຸມກວ່າຂ້ອຍຫລາຍ ແຕ່ອ້າຍຈະຖືກພໍ່ຕີເປັນປະຈຳຍ້ອນປົກປ້ອງຂ້ອຍ. ມື້ນັ້ນຫລັງຈາກທີ່ອ້າຍຂອງຂ້ອຍເສັ່ງຈົບມ6 ແລ້ວ ຄອບຄົວເຮົານັ່ງກິນເຂົ້າພ້ອມໜ້າພ້ອມຕາກັນດ້ວຍຄວາມດີໃຈ. ຂະນະທີ່ກິນເຂົ້າຢູ່ ພໍ່ກໍ່ຖາມອ້າຍຂ້ອຍວ່າ ລູກຢາກໄປຮຽນຫຍັງ ?

ອ້າຍຂ້ອຍກຳລັງຍ້ຳເຂົ້າຢູ່ຟ້າວກືນລົງຄໍ ແລ້ວເວົ້າຂື້ນວ່າ : ລູກບໍ່ຢາກໄປຮຽນຕໍ່ແລ້ວ ລູກຊິຫາເງິນຊ່ວຍພໍ່ ເກັບເງິນເອົາໄວ້ສົ່ງນ້ອງຮຽນຕໍ່ໃຫ້ສູງໆ. ພໍແຕ່ເວົ້າຈົບຝາມືຂອງພໍ່ກໍ່ຕົບລົງທີ່ກົກຫູຂອງອ້າຍ ຈາກນັ້ນພໍ່ໄດ້ເວົ້າວ່າ: ຢ່າເວົ້າແນວນີ້ອີກ ເຖິງຊິເປັນຊິຕາຍຈັງໃດກູກໍ່ຊິຊອກເງິນມາສົ່ງສູ່ຮຽນໃຫ້ໄດ້. ຄັ້ງນີ້ຂ້ອຍໄດ້ເຫັນນ້ຳຕາຂອງອ້າຍໄຫລອອກມາ ແຕ່ອ້າຍບໍ່ເວົ້າຫຍັງກິນເຂົ້າຕໍ່ຈົນອີ່ມແລ້ວກໍ່ເຂົ້າໄປບ່ອນນອນ. ຈົນເຊົ້າມື້ຕໍ່ມາຂ້ອຍກໍ່ບໍ່ເຫັນອ້າຍແລ້ວ. ມີພຽງແຕ່ເຈ້ຍນ້ອຍໃບໜຶ່ງວ່າງຢູ່ບ່ອນນອນ ໃນເຈ້ຍນັ້ນຂຽນວ່າ : ລູກຮູ້ສະພາບຄອບຄົວເຮົາດີ ລະຫວ່າງລູກກັບນ້ອງ ຄົງຈະມີພຽງຄົນດຽວທີ່ຈະໄດ້ຮຽນຕໍ່,ລູກຈະຂໍອອກໄປຫາປະສົບການໃນແບບຂອງລູກບໍ່ດົນລູກຈະກັບມາ. (ສຸດໃຈນ້ອງຮັກຂອງອ້າຍ ໃຫ້ນ້ອງຕັ້ງໃຈຮຽນເດີ ຢ່າເຮັດໃຫ້ພໍ່ແມ່ຜິດຫວັງ ແລ້ວອ້າຍຈະກັບມາໃນເວລາທີ່ເໝາະສົມ)ຈາກ: ຄຳພັນ

ຫລັງຈາກພໍ່ໄດ້ອ່ານຂໍ້ຄວາມທີ່ອ້າຍຄຳພັນຂຽນໄວ້ ພໍ່ຖີ້ມເຈ້ຍໃບນັ້ນລົງ ແລ້ວຟ້າວແລ່ນອອກໄປຕາມຫາອ້າຍອ້າຍຄຳພັນທັນທີ່ ພໍ່ອອກໄປແຕ່ເຊົ້າຈົນຮອດຄ້າຍແລງຈັງກັບມາ ໂດຍທີ່ບໍ່ມີອ້າຍຄຳພັນມານຳ ສະແດງວ່າອ້າຍຄຳພັນໜີໄປໄດ້ແທ້. ຮອດຕອນກິນເຂົ້າແລງຂອງມື້ນີ້ທຸກຄົນມິດງຽບບໍ່ມີໃຜລົມຫຍັງເລີຍ ສວນແມ່ກໍ່ກິນເຂົ້າພຽງແຕ່ສອງສາມຄຳແລ້ວກໍ່ເຂົ້າໄປນອນ ເຫລືອແຕ່ຂ້ອຍກັບພໍ່ທີ່ນັ່ງກິນເຂົ້າຢູ່ ຂ້ອຍຮູ້ວ່າຕອນນີ້ພໍ່ກຳລັງໃຈຮ້າຍແຮງ ຂ້ອຍກໍ່ຟ້າວກິນເຂົ້າໃຫ້ອີ່ມແລ້ວກໍ່ຍ່າງອອກມາຈາກພາເຂົ້າ. ຂ້ອຍເຂົ້າໄປຢູ່ໃນບ່ອນນອນແລ້ວຄ່ອຍໆຊ່ອງເບີ່ງພໍ່ ເປັນຄັ້ງທຳອິດທີ່ຂ້ອຍໄດ້ເຫັນນ້ຳຕາຂອງພໍ່,ພໍ່ນັ່ງກິນເຂົ້າໄປເສັດນ້ຳຕາໄປ ທຸກຄົນເສົ້າໄປໝົດແຕ່ຂ້ອຍສຳພັດເສີຍໆ ຈົນເວລາຜ່ານໄປ 3 ເດືອນ ຂ້ອຍຕ້ອງໄດ້ໄປເຂົ້າໂຮງຮຽນອີກຄັ້ງ ແຕ່ການໄປໂຮງຮຽນປີນີ້ຂ້ອຍຕ້ອງໄດ້ຍ່າງໄປໂຮງຮຽນຄົນດຽວ ໂຮງຮຽນທີ່ຂ້ອຍຮຽນຢູ່ຫ່າງຈາກບ້ານຂ້ອຍມະມານ 3 ກິໂລແມັດ ຂ້ອຍຕ້ອງຍ່າງຜ່ານປ່າຜ່ານຫ້ວຍໄປ ເດັກນ້ອຍໃນໝູ່ບ້ານກໍ່ບໍ່ມີໃຜເຂົ້າໂຮງຮຽນເລີຍເພາະມັນໄກ ມີພຽງແຕ່ຂ້ອຍກັບອ້າຍທີ່ພໍ່ບັງຂັບໃຫ້ຮຽນ ແລະ ຕ້ອງຮຽນໃຫ້ຈົບ. ທຸກໆປີຂ້ອຍກັບອ້າຍຈະຍ່າງໄປນຳກັນຢອກກັນໄປທຸກມື້ ເຖິງວ່າທາງຈະໄກແຕ່ກໍ່ບໍ່ເຮັດໃຫ້ຂ້ອຍເມື່ອຍເລີຍ. ແຕ່ມື້ນີ້ເປັນມື້ທຳອິດທີ່ຂ້ອຍກຳລັງຍ່າງໄປໂຮງຮຽນເປັນຫຍັງລະຫວ່າງທາງນ້ຳຕາຂ້ອຍຄືໄຫລອອກມາ,ແຫ່ງຄິດຮອດຕອນມີອ້າຍຄຳພັນຍ່າງຢູ່ຂ້າງໆນ້ຳຕາຂ້ອຍແຫ່ງໄຫລອອກມາຫລາຍຂື້ນ. ຂ້ອຍຍ່າງໄປຮອດຫ້ວຍແຫ່ງໜຶ່ງທີ່ທຸກໆປີຂ້ອຍຈະຂີ່ຫລັງອ້າຍຄຳພັນຂ້າມເພາະຍ້ານຕີປຽກ ແຕ່ປີນີ້ຂ້ອຍຕ້ອງໄດ້ລຸ້ຍນ້ຳເອງ ຮອດຕອນນີ້ຂ້ອຍເລີ່ມຄິດຮອດອ້າຍຄຳພັນຫລາຍຂື້ນເລື່ອຍໆ ແຕ່ເຖິງແນວໃດຂ້ອຍກໍ່ຕ້ອງອົດທົນຮຽນໃຫ້ມັນຈົບຕາມຄວາມຕັ້ງໃຈຂອງພໍ່ ແລະ ຄຳສັ່ງຂອງອ້າຍຄຳພັນກ່ອນທີ່ຈະໜີໄປ.

ຂ້ອຍອົດຍ່າງໄປໂຮງຮຽນຄົນດຽວທຸກມື້ຈົນໃນທີ່ສຸດຂ້ອຍກໍ່ເສັ່ງຈົບມ 6 ແລ້ວ. ແຕ່ຄືກັບວ່າຟ້າກັ້ນແກ້ງ ປີນີ້ຝົນບໍ່ຕົກເຮັດໃຫ້ເຂົ້າໄຮ່ບໍ່ງາມ ເລີຍບໍ່ໄດ້ຂາຍເຂົ້າຄືທຸກປີ ຊຳຮ້າຍຄວາຍທີ່ພໍ່ລ້ຽງໄວ້ວ່າຈະເອົາໄວ້ຂາຍເພື່ອສົ່ງຂ້ອຍໄປຮຽນຊຳພັດເປັນພະຍາດຕາຍຈົນໝົດ. ຫລາຍຄັ້ງທີ່ຂ້ອຍໄດ້ຍິນພໍ່ປຶກສາກັບແມ່ເລື່ອງບໍ່ມີເງິນໃຫ້ຂ້ອຍໄປຮຽນຕໍ່ ແລະ ຂ້ອຍກໍ່ເຫັນພໍ່ໄປເລາະຂໍຢືມເງິນນຳພີ້ນ້ອງ ແລະ ໄທບ້ານແຖວນັ້ນແຕ່ບໍ່ມີໃຜໃຫ້ຢືມ. ມື້ນັ້ນຕອນແລງຫລັງຈາກທີ່ຕາເວັນຫລັບລົງຈາກຂອບຟ້າ ຄວາມມືດກໍ່ຄອຍໆເຂົ້າມາແທນທີ່ ພໍ່ກຳລັງນັ່ງໝົດຫວັງແລະທໍ້ແທ້ຕໍ່ໂຊກຊະຕາຢູ່ໜ້າລະບຽບເຮືອນ ກໍ່ມີຊາຍຄົນໜຶ່ງຍ່າງຜ່ານຄວາມມືດເຂົ້າມາ ຂ້ອຍຟ້າວເອີ້ນໃສພໍ່ວ່າ: ແມ່ນໃຜມາເຮືອນເຮົາພໍ່. ຂ້ອຍແລະພໍ່ພາກັນຈັບຈ້ອງເບີ່ງຊາຍຄົນນັ້ນດ້ວຍຄວາມສົນໃຈ ພໍ່ຄອຍໆຈັບເອົາກະຕຽງ( ສະໄໝນັ້ນບ້ານເຮົາຍັງບໍ່ມີໄຟຟ້າໃຊ້) ຍ່າງເຂົ້າໄປຫາຊາຍຄົນນັ້ນ ພໍແຕ່ແສງກະຕຽງແຍງຜ່ານເສື້ອຂອງຊາຍຄົນນັ້ນຂ້ອຍຈື່ໄດ້ທັນທີ່ວ່າເປັນເສື້ອຂອງອ້າຍຄຳພັນ ຂ້ອຍຟ້າວແລ່ນເຂົ້າໄປຫາ ແມ່ນອ້າຍຄຳພັນແທ້ໆຂ້ອຍຮ້ອງຂື້ນດ້ວຍຄວາມດີໃຈ.

ພໍແຕ່ແມ່ໄດ້ຍິນກໍ່ຟ້າວວ່າງຈອງທີ່ກຳລັງຄົວກິນຢູ່ແລ້ວແລ່ນເຂົ້າໄປກອດອ້າຍຄຳພັນທັນທີ່. ສວນພໍ່ເປັນຄົນຈັບກະຕຽງຄ້າງຢູ່ບໍ່ເວົ້າຫຍັງ. ຈາກນັ້ນແມ່ກໍ່ໄດ້ພາອ້າຍຄຳພັນຂື້ນໄປເທີງເຮືອນ. ຂ້ອຍສັງເກດເບີ່ງອ້າຍຄຳພັນປ່ຽນໄປຫລາຍ ຜົມກໍ່ຍາວ ເຄື່ອງນຸ່ງກໍ່ເກົ່າໆ ຊ່ວງເວລາຜ່ານມາອ້າຍຄຳພັນຄົງຈະເຮັດວຽກໜັກ ແລະ ລຳບາກຫລາຍ. ແມ່ຟ້າວຫາເຂົ້າມາສູ່ອ້າຍກິນພ້ອມກັບຖາມຂ່າວຄ່າວວ່າອ້າຍຄຳພັນໄປຢູ່ໃສມາ. ອ້າຍຄຳພັນຍັງຕອບແບບຍີ້ມໆຄືເກົ່າວ່າ ໄປຊອກເຮັດວຽກຢູ່ໃນເມືອງມາ. ສ່ວນພໍ່ນັ່ງກິນເຂົ້າຢ່າງດຽວບໍ່ລົມກັບໃຜ ເບີ່ງພໍ່ຄືຊິທັງດີໃຈ ແລະ ທັງຢາກຮ້າຍໃຫ້ອ້າຍຄຳພັນທີ່ໜີໄປ ເລີຍບໍ່ຮູ້ວ່າຈະເວົ້າອັນໃດກ່ອນດີ. ຫລັງຈາກກິນເຂົ້າອີ່ມແລ້ວອ້າຍຄຳພັນກໍ່ຈົກເອົາເງິນຈຳນວນໜຶ່ງອອກມາຈາກຖົງ ແລ້ວເອົາຍືນໃຫ້ພໍ່ພ້ອມກັບເວົ້າວ່າ: ເງິນນີ້ລູກໄປຫາມາເອົາໄວ້ໃຫ້ນ້ອງໄປຮຽນຕໍ່ ລູກຂໍໂທດທີ່ລູກຕ້ອງໜີໄປໃນມື້ນັ້ນ.ຕໍ່ໄປລູກຊິກັບມາຢູ່ບ້ານນຳພໍ່ແລ້ວ ມາຊ່ວຍພໍ່ເຮັດວຽກຫາເງິນສົ່ງນ້ອງຮຽນໃຫ້ຈົບ, ລູກໄປເປັນກຳມະກອນຮັບຈ້າງຢູ່ວຽງຈັນມາ,ຄ່າຄອງຊີບຢູ່ພຸ້ນແພງຫລາຍ ເຮົາຕ້ອງໄດ້ຊ່ວຍກັນເພືອອານາຄົດທີ່ດີຂອງນ້ອງ.

ຫລັງຈາກອ້າຍຄຳພັນເວົ້າຈົບພໍ່ກໍ່ຈັບເອົາຖົງເງິນພ້ອມກັບປິ່ນໜ້າໜີ ແຕ່ຂ້ອຍແນມເຫັນພໍ່ຄ່ອຍໆຍົກແຂນຂື້ນມາເຊັດເອົານ້ຳຕາ. ຈາກນັ້ນອ້າຍຄຳພັນກໍ່ເອີ້ນຂ້ອຍເຂົ້າໄປຫາ ພ້ອມກັບຈັບເອົາເສື້ອງາມໆໃຫ້ຂ້ອຍໜຶ່ງໂຕ ອ້າຍຄຳພັນເວົ້າຂື້ນວ່າ: ນ້ອງມັກບໍ່ ເສື້ອແບບນີ້ຢູ່ວຽງຈັນໄວລຸ້ນເຂົາກຳລັງນິຍົມນຸ່ງຫລາຍ. ຂ້ອຍຟ້າວຈັບເອົາເສື້ອດ້ວຍຄວາມດີໃຈ ແລ້ວກໍ່ກ່າວຂອບໃຈອ້າຍຄຳພັນ.ຈາກນັ້ນເຮົາກໍ່ພາກັນເຂົ້າໄປນອນ ນ້ອງອ້າຍເຮົານອນລົມກັນຢ່າງມີຄວາມສຸກ ຈົນເຊົ້າຂອງມື້ຕໍ່ມາ ຂ້ອຍເຫັນອ້າຍຄຳພັນເອົາເຄື່ອງຈາກກະເປົ່າອອກມາຊັກທັງໝົດ ແລ້ວເອົາໄປຕາກ. ຂ້ອຍແນມໄປເຫັນນ້ຳຕາຂ້ອຍໄຫລອອກມາທັນທີ່ເລີຍ ເຄື່ອງຂອງອ້າຍຄຳພັນມີແຕ່ໂຕເກົ່າທີ່ເອົາແຕ່ເຮືອນໄປໃນຕອນ ອ້າຍຄຳພັນບໍ່ໄດ້ຊື້ເຄື່ອງໃໝ່ໃຫ້ໂຕເອງເລີຍ ແຕ່ກັບຊື້ມາໃຫ້ຂ້ອຍ. ເສື້ອບາງພືນກໍ່ເປັນເສື້ອເກົ່າທີ່ຂ້ອຍບໍ່ນຸ່ງແລ້ວແຕ່ອ້າຍຄຳພັນເກັບໄປນຸ່ງ,ຂ້ອຍທັງໄຫ້ທັງສະອື້ນຢູ່ໃນເຮືອນຄົນດຽວ ຂ້ອຍອີ່ຕົນອ້າຍຄຳພັນທີ່ຕ້ອງເສຍສະຫລະເພື່ອຂ້ອຍຫລາຍປານນີ້.ຂ້ອຍຕັດສິນໃຈຍ່າງລົງເຮືອນໄປຫາອ້າຍຄຳພັນທີ່ກຳລັງຕາກເຄື່ອງຢູ່ ແລ້ວໂອບກອດອ້າຍຄຳພັນພ້ອມກັບເວົ້າອອກມາດ້ວຍສຽງສະອື້ນວ່າ: ຂອບໃຈຫລາຍໆອ້າຍຄຳພັນທີ່ເຮັດທຸກຢ່າງເພື່ອນ້ອງ. ອ້າຍຄຳພັນເອົາມືມາຕົບບ່າຂ້ອຍແລ້ວເວົ້າວ່າ: ອ້າຍເຮັດເພື່ອທຸກຄົນໃນຄອບຄົວ ຕໍ່ໄປອ້າຍຊິເປັນຄົນເບີ່ງແຍງພໍ່ແມ່ເອງ ນ້ອງໄປຮຽນຢູ່ພຸ້ນນ້ອງບໍ່ຕ້ອງເປັນຫ່ວງທາງນີ້ເດີ ຕັ້ງໃຈຮຽນໃຫ້ຈົບ ນັ້ນຄືສິ່ງທີ່ນ້ອງຄວນຕອບແທນອ້າຍບໍ່ແມ່ນຄຳຂອບໃຈ. ອ້າຍຄຳພັນໃຈແຂງຫລາຍຢືນເວົ້າດ້ວຍນ້ຳສຽງທຳມະດາ ແລະ ເວົ້າອອກມາຢ່າງມີສະຕິ.

ຕໍ່ມາອີກສອງອາທິດຂ້ອຍກໍ່ຕ້ອງໄດ້ຈາກບ້ານຈາກຄອບຄົວເພື່ອເຂົ້າມາຮຽນຕໍ່ຢູ່ວຽງຈັນ ຂ້ອຍໄດ້ເຂົ້າພັກຢູ່ໃນຫໍພັກຂອງໂຮງຮຽນ ມື້ທຳອິດທີ່ຂ້ອຍເຂົ້າໄປໃນຫໍພັກຂ້ອຍຕື່ນເຕັ້ນ ແລະ ດີໃຈທີ່ໄດ້ເຫັນໝູ່ຄູ່ຫລາຍຄົນ ໝູ່ຄູ່ທີ່ຕ່າງພໍ່ຕ່າງແມ່ຕ່າງພູມລຳເນົາມາອາໄສຢູ່ນຳກັນ ຕ່າງຄົນກໍ່ຕ່າງລົມກັນຢ່າງມ່ວນຊືນ ຈົນຮອດຕອນຄ່ຳ ຂ້ອຍແຫ່ງຕືນເຕັ້ນຫລາຍກັບຂອງແສງດອກໄຟ ເພາະຢູ່ບ້ານຂ້ອຍໄຕ້ແຕ່ກະຕຽງ.ມີຫລາຍຄົນທີ່ພັກຢູ່ໃນຫ້ອງດຽວກັນກໍ່ດີໃຈບໍ່ຕ່າງກັບຂ້ອຍເພາະພວກເຂົາກໍ່ມາຈາກເຂດຊົນນະບົດຄືກັນ.ອາທິດທຳອິດຂ້ອຍຍັງຕື່ນເຕັ້ນກັບໝູ່ໃໝ່ ແລະ ໄຟແສງສີຂອງວຽງຈັນຢູ່ຈົນລືມຄິດຮອດບ້ານເລີຍ ຈົນອາທິດທີ່ສອງອາຫານທີ່ເອົາມາແຕ່ບ້ານເລີ່ມໝົດ ໝູ່ຄູ່ຫລາຍຄົນກໍ່ເລີ່ມສະແດງຄວາມເຫັນແກ່ໂຕອອກມາ.ຂ້ອຍກໍ່ເປັນຜູ້ໜຶ່ງທີ່ມີນິໃສ່ບໍ່ຍອມໃຜ ເພາະສະໄໝຍັງນ້ອຍອ້າຍຄຳພັນຍອມໃຫ້ຂ້ອຍທຸກຢ່າງ.ແຕ່ຂ້ອຍຕໍ່ຕ້ອງຄອຍໆປັບໂຕໃຫ້ເຂົ້າກັບໝູ່ໃຫ້ໄດ້. ມີຫລາຍຄັ້ງທີ່ຂ້ອຍຖືກເອົາປຽບ ມີຫລາຍຄັ້ງທີ່ຂ້ອຍທີ່ຂ້ອຍຕ້ອງເປັນຝ່າຍຍອມທັງໆທີ່ຂ້ອຍຖືກ.ໜຶ່ງເດືອນຜ່ານໄປໃນການອາໄສຢູ່ວຽງຈັນ ຂ້ອຍເລີ່ມຢາກກັບບ້ານແລ້ວ ຄິດຮອດພໍ່ຮອດແມ່ ຄິດຮອດອ້າຍຄຳພັນ ຜູ້ທີ່ເປັນຫ່ວງເປັນໄຍ ແລະ ເສຍສະຫລະໃຫ້ຂ້ອຍໄດ້ທຸກຢ່າງ. ບາງຄືນຂ້ອຍກໍ່ລັກໄຫ້ຢູ່ຜູ້ດຽວ ແຕ່ຂ້ອຍກໍ່ຕ້ອງເຂັມແຂງແລະຕັ້ງໃຈຮຽນໃຫ້ຈົບ ຕາມຄວາມຕັ້ງໃຈຂອງຄອບຄົວ. ເປັນເວລາ 8 ເດືອນຜ່ານໄປທີ່ຂ້ອຍບໍ່ໄດ້ກັບບ້ານເລີຍ ມີແຕ່ອ້າຍຄຳພັນທີ່ຝາກເງິນມາໃຫ້ເພື່ອຊື້ຢູ່ຊື້ກິນ.

ມື້ໜຶ່ງຂະນະທີ່ຂ້ອຍເລີກໂຮງຮຽນຕອນສວາຍກຳລັງຍ່າງກັບຫໍພັກນຳໝູ່ ຂ້ອຍແນມໄປເຫັນລົດຈຳໂບ້ຄັນໜຶ່ງຂີ່ມາຈອດຢູ່ໃກ້ໆທາງເຂົ້າຫໍພັກ ມີຊາຍຄົນໝຶ່ງນຸ່ງເຄື່ອງເກົ່າໆ ມືເບື້ອງໜຶ່ງຫິ້ວຖົງຢ່າງດຳມານຳ ພໍແຕ່ຊາຍຄົນນັ້ນປິ່ນໜ້າມາ ຂ້ອຍຈື່ໄດ້ທັນທີ່ວ່າຊາຍຄົນນັ້ນແມ່ນອ້າຍຄຳພັນ. ອ້າຍຄຳພັນແນມມາທາງຂ້ອຍ,ເບີ່ງຄືອ້າຍຄຳພັນເຫັນຂ້ອຍແລ້ວ ແຕ່ອ້າຍຄຳພັນພັດເຮັດຄືຄົນບໍ່ຮູ້ຈັກກັນ. ຂ້ອຍຍ່າງເຂົ້າໄປໃກ້ຂື້ນເລື່ອຍໆ ເປັນຫຍັງອ້າຍຄຳພັນຄືບໍ່ຈື່ຂ້ອຍຫລືຊາຍຄົນນັ້ນບໍ່ແມ່ນອ້າຍຄຳພັນ ຈົນຂ້ອຍຍ່າງໄປຢືນຢູ່ຕໍ່ໜ້າຊາຍຄົນນັ້ນ ໂດຍທີ່ໃຫ້ໝູ່ຍ່າງເຂົ້າໄປໃນຫໍພັກກ່ອນ.ຫລັງຈາກໝູ່ຂ້ອຍຍ່າງກາຍເຂົ້າໄປໃນຫໍພັກແລ້ວ ຊາຍຄົນນັ້ນກໍ່ເຂົ້າມາໂອບກອດຂ້ອຍເອົາໄວ້ແໜ້ນ ພ້ອມກັບເວົ້າວ່າ: ເປັນແນວນ້ອງຊາຍຂອງອ້າຍ. ຂ້ອຍຢາກຕອບອ້າຍຄຳພັນແຕ່ເວົ້າບໍ່ອອກຄືມີຫຍັງມາຕັນຄໍເອົາໄວ້ ຂ້ອຍກອດອ້າຍຄຳພັນບຶດໜຶ່ງແລ້ວປອຍມືອອກ ຂ້ອຍເວົ້າອອກມາດ້ວຍນ້ຳສຽງສັ່ນໆວ່າເປັນຫຍັງອ້າຍຄືເຮັດແນວນີ້ ເຮັດຄືວ່າຈື່ນ້ອງບໍ່ໄດ້. ອ້າຍຄຳພັນຕອບວ່າ: ອ້ານຸ່ງເຄື່ອງເກົ່າໆແບບນີ້ ຍ້ານນ້ອງອາຍໝູ່.ພໍເວົ້າຈົບອ້າຍຄຳພັນກໍ່ ຫຍໍ້ຂາລົງຕໍ່ໜ້າຂ້ອຍ ແລ້ວເອົາມືຈົກເຂົ້າໄປໃນຖົງດຳ ພ້ອມກັບຈັບເອົາເກີບຄູ່ໜຶ່ງອອກມາແລ້ວເວົ້າວ່າ.ອ້າຍຊື້ເກີບໃໝ່ມາໃຫ້ ນ້ອງລອງໃສ່ເບີ່ງພໍດີຕີນນ້ອງບໍ່? ນ້ຳຕາທີ່ຂ້ອຍພະຍາຍາມກັ້ນເອົາໄວ້ເລີ່ມໄຫລອອກມາ ອ້າຍຄຳພັນກໍ່ຍັງເປັນອ້າຍຄຳພັນ ຍັງເປັນຫ່ວງແລະເອົາໃຈໃສ່ຂ້ອຍສະເໝີ ຫລັງຈາກລອງເກີບແລ້ວ ເຮົາສອງຄົນໄປນັ່ງລົມກັບຢູ່ບ່ອນນັ່ງຖ້າລົດເມທີ່ຢູ່ໃກ້ໆແຖວນັ້ນ ຈຶ່ງອ້າຍຮູ່ວ່າ ແມ່ບໍ່ສະບາຍ ອ້າຍຄຳພັນເຂົ້າມາຊື້ຢາໃຫ້ແມ່ ເພາະແມ່ບໍ່ຍອມເຂົ້າມາປິ່ນປົວຢູ່ພີ້ ຫລັງຈາກລົມກັນບຶດໜຶ່ງອ້າຍຄຳພັນກໍ່ຂື້ນລົດຈຳໂບ້ກັບໄປເພື່ອເດີນທາງກັບບ້ານໃນມື້ນີ້ເລີຍ. ອ້າຍຄຳພັນປະຖົງດຳນັ້ນໄວ້ໃຫ້ຂ້ອຍພ້ອມກັບເກີບໃໝ່ໜຶ່ງຄູ່,ເຊິງໃນຖົງນັ້ນມີເຄື່ອງກິນຫລາຍຢ່າງທີ່ອ້າຍຄຳພັນເອົາມາແຕ່ບ້ານ.

ພໍເມື່ອຮອດຫໍພັກຂ້ອຍກໍ່ຟ້າວເປີດຖົງດຳຫັນອອກເບີ່ງ ມີຜັກ,ຊີ້ນແຫ້ງ,ແຈ່ວບອງ ແລະ ເງິນຈຳນວນໜ້ອຍໜຶ່ງ. ຕອນສວາຍຂອງມື້ນັ້ນຂ້ອຍກິນເຂົ້າກັບແຈ່ວບອງສີມືຂອງອີ່ແມ່ ຂ້ອຍຈື່ຣົດຊາດນີ້ໄດ້ດີ ຫລັງຈາກນັ່ງກິນເຂົ້ານຳໝູ່ໄດ້ສອງສາມຄຳຂ້ອຍກໍ່ຈັບເອົາປັນເຂົ້າ ແລ້ວຄຸ້ຍເອົາແຈ່ວບອງ ລະຍ່າງອອກມາຈາກພາເຂົ້າ ຂ້ອຍຄິດຮອດແມ່ແຮງ ຍ້ານກັ້ນນ້ຳຕາເອົາໄວ້ບໍ່ໄດ້ ອ້າຍຄຳພັນບອກວ່າແມ່ບໍ່ສະບາຍ ແຕ່ແມ່ຍັງອົດສາເຮັດແຈ້ວບອງມາໃຫ້ຂ້ອຍກິນ. ຂ້ອຍຈາກບ້ານມາເກືອບຊິຮອດປີແລ້ວ ປານນີ້ຢູ່ເຮືອນຄົງຈະງຽບເຫງົາຫລາຍ ເພາະພໍ່ກັບອ້າຍຄຳພັນກໍ່ບໍ່ຄອຍລົມກັນປານໃດ ຕື່ມໃສ່ແມ່ກໍ່ບໍ່ສະບາຍອີກ ຂ້ອຍຢາກກັບບ້ານເດ,ຄວາມຄິດຂ້ອຍຕອນນີ້ຂໍພຽງແຕ່ໄດ້ຢູ່ນຳພໍ່ນຳແມ່ ແລະ ອ້າຍຄຳພັນ ຂ້ອຍກໍ່ມີຄວາມສຸກທີ່ສຸດແລ້ວ ຂ້ອຍເລີ່ມເບື່ອສັງຄົມສີວິໄລໃນເມືອງໃຫຍ່ແບບນີ້.ແຕ່ຄວາມຕັ້ງໃຈຂອງພໍ່ ແລະ ຄວາມເສຍສະຫລະຂອງອ້າຍຄຳພັນ ຂ້ອຍຕ້ອງໄດ້ສູ້ຕໍ່ເພື່ອຮຽນໃຫ້ຈົບ.ຫລັງຈາກກິນເຂົ້າແລ້ວຂ້ອຍກໍ່ກັບໄປໂຮງຮຽນອີກຄັ້ງ ຈົນຮອດຕອນແລງຂ້ອຍກັບມາຫ້ອງ ຂ້ອຍວ່າຈະເອົາເກີບທີ່ອ້າຍຄຳພັນຊື້ໃຫ້ມາລອງໃສ່ອີກຄັ້ງ ເພາະໃນຊີວິດຂອງຂ້ອຍເກີບຄູ່ນີ້ຖືວ່າເປັນເກີບທີ່ງາມ ແລະ ກໍ່ຄືຊິມີລາຄາແພງກວ່າໝູ່ທີ່ຂ້ອຍເຄີຍໃສ່ມາ. ຂ້ອຍກົ້ມລົງໄປກ້ອງຕຽງບ່ອນທີ່ເອົາເກີບໄວ້ ແຕ່ຊອກຈັງໃດກໍ່ບໍ່ເຫັນ. ຂ້ອຍພະຍາຍາມຖາມໝູ່ທີ່ຢູ່ນຳກັນກໍ່ບໍ່ມີໃຜຮູ້ວ່າເກີບມັນຫາຍໄປໃສ.

ຈົນຮອດຕອນຄ່ຳທຸກຄົນກັບມາຫ້ອງໝົດ ຫ້ອງທີ່ຂ້ອຍຢູ່ມີ12 ຄົນທີ່ນອນຢູ່ນຳກັນ.ຂ້ອຍພະຍາຍາມຖາມທຸກຄົນວ່າມີໃຜເຫັນຄົນເອົາເກີບຂ້ອຍໄປບໍ່ ບາງຄົນກໍ່ເອົາໃຈໃສ່ຊອກຊ່ວຍ ບ່າງກໍ່ຢູ່ເສີຍໆ ບາງຄົນກະຫົວຂວັນຂ້ອຍຊຳ.ຂ້ອຍທັງໃຈຮ້າຍທັງເຫລືອໃຈ ເກີບທີ່ອ້າຍຄຳພັນອົດສາຫາເງິນດ້ວຍເຫື່ອແຮງກວ່າຈະໄດ້ເງິນຊຳນີ້ມາ. ຂ້ອຍຮູ້ດີວ່າກ່ອນຈະໄດ້ເກີບຄູ່ນີ້ມາອ້າຍຄຳພັນຕ້ອງເຮັດວຽກໜັກຊຳໃດ ເພາະຢູ່ບ້ານຂ້ອຍຫາເງິນຢາກຫລາຍ.ຂ້ອຍນັ່ງລົງບ່ອນນອນແລ້ວໃຫ້ອອກແບບບໍ່ອາຍໃຜເລີຍ ມີໝູ່ສອງສາມຄົນຍ່າງເຂົ້າມາຕົບບ່າຂ້ອຍເພື່ອປອບໃຈ.ຈາກນັ້ນຂ້ອຍນອນລົງແລ້ວເອົາຜ້າຫົ່ມປົກຫົວແລ້ວໄຫ້ສະອື້ນອອກມາເປັນບາດ ບໍ່ດົນຂ້ອຍກໍ່ຫລັບໄປ ຈົນເຊົ້າມື້ຕໍ່ມາຂ້ອຍຊິເອົາເງິນຈາກກະເປົ່າຢູ່ຫົວນອນໄປຊື້ເຂົ້າ ອານິຈັງກະເປົ່າເງິນຂອງຂ້ອຍກໍ່ເສຍຄືກັນ.ຕອນນີ້ຂ້ອຍຮູ້ແລ້ວວ່າຢູ່ໃນຫ້ອງນຳກັນມີຄົນຂີ້ລັກ ຈາກຄວາມເຫລືອໃຈມັນກາຍເປັນຄວາມແຄ້ນຂື້ນມາທັນທີ່, ຂ້ອຍເກັບອາການເອົາໄວ້ບໍ່ໃຫ້ໃຜຮູ້ວ່າກະເປົ່າເງິນຂ້ອຍເສຍ ຕອນເຊົ້າຂ້ອຍກໍ່ເອົາຂອງກິນທີ່ອ້າຍຄຳພັນເອົາມາແຕ່ບ້ານ ອອກມາສູ່ໝູ່ກິນເຂົ້ານຳກັນຕາມປົກກະຕິ ແຕ່ສາຍຕາຂ້ອຍພະຍາຍາມສັງເກດເບີ່ງວ່າແມ່ນໃຜເປັນຄົນຫລັກເອົາກະເປົ່າເງິນແລະເກີບຂ້ອຍໄປ.ຂ້ອຍສັງເກດຫລາຍມື້ແຕ່ກໍ່ເບິ່ງບໍ່ອອກເລີຍວ່າໃຜເປັນຄົນຂີ້ລັກ ຈົນ5 ມື້ຕໍ່ມາ ຂ້ອຍວ່າງແຜນໃຫ້ໝູ່ໃນຫ້ອງຮູ້ວ່າອ້າຍຂ້ອຍໄດ້ຝາກເງິນມາໃຫ້ອີກ.ຂ້ອຍເອົາເຈ້ຍມາຕັດໃຫ້ຄືກັບເງິນ ແລ້ວເອົາໃສ່ຖົງຢາງດຳ ຄືນນັ້ນກ່ອນຈະນອນຂ້ອຍໄດ້ເອົາຖົງຢາງດຳຫັນວ່າງເອົາໄວ້ເທີ່ງຫົວນອນຄືເກົ່າ ແລ້ວກໍ່ນອນຕາມປົກກະຕິ ຈົນຮອດປະມານ 3 ໂມງເຊົ້າ ຂ້ອຍຮູ້ເມື່ອຂື້ນມາອີກຄັ້ງ ເພາະສາຍເຊືອກທີ່ຂ້ອຍເອົາໝັດໃສ່ແຂນມັນມັດຫັດເຂົ້າຄືມີຄົນມາດຶງ ເຊືອກອີກສົ້ນໜຶ່ງຂ້ອຍເອົາໝັດໃສກັບຖົງຢາງດຳຫັນ ສະແດງວ່າຂີ້ລັກມັນຈັບເອົາຖົງຢາງຫັນແລ້ວ.

ຂ້ອຍຟ້າວລຸກຂື້ນໄປເປີດໄຟ ຂີ້ລັກຄົນນັ້ນຟ້າວຖີ້ມຖົງຢາງແລ້ວແລ່ນໄປນອນຄືເກົ່າ ແຕ່ຂ້ອຍຮູ້ແລ້ວວ່າແມ່ນໃຜເພາະຂ້ອຍເຫັນທຸກຢ່າງ ຂີ້ລັກຄົນນັ້ນກໍ່ຄື ສີໂຫ ໝູ່ນອນຮ່ວມຫ້ອງນຳກັນ ຂ້ອຍຍ່າງເຂົ້າໄປຫາສີໂຫແລ້ວເວົ້າຂື້ນວ່າເປັນຫຍັງໂຕຄືເຮັດແນວນີ້ ສີໂຫ ຕອບແບບໜ້າຕາເສີຍວ່າ: ເຮົາເຮັດຫັຍງ. ຂ້ອຍເວົ້າອີກວ່າ: ເອົາກະເປົ່າເງິນກັບເກີບມາສົ່ງເຮົາສາແລ້ວເຮົາຊິບໍ່ເອົາເລື່ອງໂຕ. ສີໂຫ ເລີ່ມເວົ້າແຮງຂື້ນ ມຶງມີຫລັກຖານຫຍັງມາວ່າກູເປັນຄົນລັກເງິນມຶງ. ຕອນນີ້ໝູ່ໃນຫ້ອງພາກັນຕື່ນຂື້ນມາເບີ່ງເຫດການຢ່າງຈົດຈໍ່ ຂ້ອຍເວົ້າຂື້ນວ່າ ມື້ນີ້ມຶງຍັງມາລັກຖົງຢາງດຳທີ່ກູຍ້ອມດ້ວຍຖານໄຟເອົາໄວ້ ໃຜເອົາມືມາຈັບ ສີດຳມັນຈະຕ້ອງຕິດຢູ່ມືຄົນໆນັ້ນ ເຊີ່ງຕອນນີ້ມືຂອງມຶງກໍ່ມີສີນັ້ນຢູ່. ສີໂຫຕອບ: ກູບໍ່ໄດ້ເຮັດ ກູບໍ່ໄດ້ລັກຫຍັງມຶງ ຢ່າກວນກູເດີ ກູຊິນອນແລ້ວ. ເວົ້າຈົບສີໂຫກໍ່ນອນລົງ ແລ້ວເອົາຜ້າຫົ່ມປົກຫົວ. ຂ້ອຍຍ່າງເຂົ້າໄປດຶງຜ້າຫົ່ມອອກແລ້ວເວົ້າຂື້ນວ່າ ລຸກມາລົມກັນໃຫ້ຮູ້ເລື່ຶອງກ່ອນ. ສີໂຫລຸກຂື້ນມາດ້ວຍຄວາມໂມໂຫ ພ້ອມກັບຈັບເອົາຄໍເສື້ອຂ້ອຍດຶງຂື້ນ. ຮອດຕອນນີ້ຄວາມອົດທົນຂອງຂ້ອຍໝົດໄປແລ້ວ ຂ້ອຍຍົກມືຂື້ນມາຕົບເຂົ້າໄປທີ່ກົກຫູຂອງສີໂຫຢ່າງແຮງ ຈາກນັ້ນສີໂຫກໍ່ວ່າງມືອອກຈາກຄໍເສື້ອຂ້ອຍແລ້ວໃຊ້ຕີນຖີບທ້ອງຂອງຂ້ອຍດ້ວຍຄວາມແຮງ ມືເບື້ອງຂວ້າຂອງຂ້ອຍກໍ່ແກວ້ງໄປຕາມສັນຊາດຕະຍານ ຂ້ອຍຮູ້ສຶກໄດ້ວ່າມັນໄປກະທົບໃສ່ກັບໃບໜ້າຂອງສີໂຫເຕັ່ມໆ ຈາກນັ້ນຂ້ອຍກໍ່ລົ້ມລົງໄປດ້ວຍແຮງຖີບ ຂ້ອຍປິ່ນກັບມາອີກຄັ້ງກໍ່ເຫັນປາກຂອງສີໂຫເຕັ່ມດ້ວຍເລືອດ ສີໂຫພະຍາຍາມຈະເຂົ້າມາຕີຂ້ອຍອີກ ແຕ່ໝູ່ໃນຫ້ອງພາກັນຫ້າມໄວ້. ສຽງຂອງສີໂຫ ໂວ້ຍວາຍດັງຂື້ນ ຈົນຫ້ອງທາງຂ້າງພາກັນແຫ່ມາເບີ່ງ ແລະ ໃນທີ່ສຸດ ຫົວໜ້າຫໍພັກກໍ່ມາ.

ຂ້ອຍກັບສີໂຫ ລວມເຖິງໝູ່ໃນຫ້ອງ ຖືກເອີ້ນຂື້ນໄປສຳຫລວດ ແລະ ສອບຖາມເຫດການຕ່າງໆທັງໝົດ ຈົນໃນທີ່ສຸດຈຶ່ງສະຫລຸບໄດ້ວ່າ ຂ້ອຍເປັນຄົນຜິດທີ່ຂ້ອຍໄປລົງມືຕີສີໂຫກ່ອນ ສ່ວນເລື່ອງຂີ້ລັກ ຍັງບໍ່ທັນມີຫລັກຖານພຽງພໍທີ່ຈະບອກວ່າສີໂຫເປັນຄົນເອົາເກີບ ແລະ ກະເປົ່າເງິນຂ້ອຍໄປ, ສີໂຫຖືກໃຫ້ຂຽນໃບສຳຫລວດ ສ່ວນຂ້ອຍເປັນຄົນກໍ່ເຫດ ແລະ ເຮັດຜິດກົດລະບຽບຮ້າຍແຮງຂອງຫໍພັກ ຂ້ອຍຈຶ່ງຖືກໄລ່ອອກຈາກຫໍພັກ. ຫລັງຈາກຂ້ອຍຮັບຮູ້ ຂ້ອຍກໍ່ຍ່າງອອກມານັ່ງຢູ່ກ້ອງກົກໄມ້ດ້ວຍຄວາມທໍ້ໃຈ. ຂ້ອຍເລີ່ມຄິດໄດ້ແລ້ວວ່າຂ້ອຍເຮັດຜິດພາດຄັ້ງໃຫຍ່ທີ່ໃຊ້ອາລົມຕັດສິນບັນຫາ ປົກກະຕິຂ້ອຍກໍ່ເປັນຄົນໃຈຮ້ອນຢູ່ແລ້ວ ເພາະແຕ່ນ້ອຍຈົນໃຫຍ່ພໍ່ເຮັດໃຫ້ຂ້ອຍເຫັນປະຈຳ ຫາກສິ່ງໃດທີ່ຂ້ອຍກັບອ້າຍຄຳພັນເຮັດຜິດ ກໍ່ຈະຖືກພໍ່ຕີ ແລ້ວກໍ່ຖືກພໍ່ຮ້າຍອອກມາດ້ວຍອາລົມທີ່ໂມໂຫ. ແຕ່ຖ້າເຫດການນີ້ເກີດຂື້ນກັບອ້າຍຄຳພັນ ອ້າຍຄຳພັນຄົງຈະຫາທາງອອກໄດ້ດີກວ່ານີ້. ຂ້ອຍໜ້າຈະເປັນຄົນຢູ່ບ້ານແລ້ວໃຫ້ອ້າຍຄຳພັນເປັນຄົນໄດ້ມາຮຽນຕໍ່. ຄິດໄປນ້ຳຕາມັນກໍ່ໄຫລອອກມາ ເງິນກໍ່ເສຍ ,ຂອງກິນກໍ່ກຳລັງຈະໝົດ,ບ່ອນຢູ່ກໍ່ບໍ່ມີ. ຂ້ອຍເມື່ອຍ ແລະ ເບື່ອເຫລືອເກີນກັບຊີວິດໃນເມືອງ ຂ້ອຍຢາກກັບໄປຮຽນຢູ່ໂຮງຮຽນບ່ອນເກົ່າທີ່ມີອ້າຍຄຳພັນຄອຍປົກປ້ອງຂ້ອຍຕະຫລອດ ເລີກໂຮງຮຽນເມື່ອກໍ່ໄດ້ເຫັນໜ້າພໍ່ໜ້າແມ່ທຸກມື້. ຂ້ອຍນັ່ງຢູ່ນີ້ດົນເຕີບ ກໍ່ຮອດໂມງໄປໂຮງຮຽນຕອນເຊົ້າ ຂ້ອຍຍ່າງກັບເຂົ້າໄປນຸ່ງເຄື່ອງ ແລ້ວກໍ່ເກັບເຄື່ອງທີ່ຢູໃນຫ້ອງໃສ່ກະເປົ່າ ຂະນະທີ່ເກັບເຄື່ອງຢູ່ນ້ຳຕາຂ້ອຍກໍ່ໄຫລອອກມາອີກ ເພາະມື້ນີ້ຂ້ອຍຍັງບໍ່ຮູ້ເລີຍວ່າຈະໄປນອນໃສ່ດີ. ຫລັງຈາກເກັບເຄື່ອງແລ້ວຂ້ອຍກໍ່ເປ້ເອົາກະເປົ່າຍ່າງໄປໂຮງຮຽນ ຂ້ອຍຄິດວ່າໄປຮຽນມື້ນີ້ແລ້ວຂ້ອຍຈະກັບບ້ານ,ອາໄສໃຫ້ໝູ່ທີ່ຮຽນຫ້ອງດຽວກັນພາໄປສົ່ງຢູ່ຄິວລົດເລີຍ.

ຂ້ອຍໄປຮອດຫ້ອງຮຽນຂ້ອຍກໍ່ເອົາກະເປົ່າວາງໄວ້ຂ້າງໆໂຕະທີ່ຂ້ອຍນັ່ງ. ໝູ່ຫລາຍຄົນທີ່ຮຽນນຳກັນກໍ່ພາກັນແນມເບີ່ງ ດ້ວຍຄວາມສົນໃຈ ບໍ່ດົນສົມພົງ ໝູ່ສະນິດຂອງຂ້ອຍກໍ່ຍ່າງເຂົ້າມານັ່ງຢູ່ໂຕະດຽວກັນກັບຂ້ອຍ ຂ້ອຍຍັງບໍ່ທັນໄດ້ເວົ້າຫຍັງຊຳ ສົມພົງກໍ່ເອົາມືມາຕົບບ່າຂ້ອຍແລ້ວເວົ້າຂື້ນວ່າມື້ແລງໂຕໄປນອນຫ້ອງນຳເຮົາເດີ ມີຄົນມາເວົ້າເລື່ອງຂອງໂຕໃຫ້ເຮົາຟັງໝົດແລ້ວ ເຮົາເປັນຄົນມາຈາກຕ່າງແຂວງຄືກັນເຮົາເຂົ້າໃຈໂຕດີສ່ຽວ. ຂ້ອຍຟ້າວຂອບໃຈສົມພົງດ້ວຍຄວາມດີໃຈ. ສົງພົງເປັນຄົນມາແຕ່ຕ່າງແຂວງຄືກັນແຕ່ສົມພົງເລືອກທີ່ຈະເຊົາຫ້ອງແຖວຢູ່ເພາະວ່າສົມພົງເຮັດວຽກເສີມໃນຕອນຄ່ຳ ຖ້າຢູ່ຫໍພັກໂຮງຮຽນແມ່ນບໍ່ສະດວກໃນການເຮັດວຽກເສີມ ຫໍພັກໂຮງຮຽນມີເວລາປິດ ຖ້າກັບເດິກແມ່ນຈະບໍ່ໄດ້ເຂົ້າແຕ່ສົມພົງເຮັດວຽກເສີມພັດໄດ້ກັບເດິກເປັນປະຈຳ.

ຂ້ອຍໄດ້ໄປອາໄສຢູ່ຫ້ອງຂອງສົມພົງເປັນເວລາ 3 ມື້ ກໍ່ເລີ່ມລຳບາກໃຈແລ້ວເພາະວ່າສົມພົງບໍ່ໄດ້ຢູ່ຄົນດຽວ ສົມພົງຢູ່ກັບໝູ່ອີກ 3 ຄົນທີ່ ແຕ່ລະຄົນກໍ່ຈ່າຍຄ່າເຊົ່າຊ່ວຍກັນ. ມີຫລາຍຄົນກໍ່ບໍ່ພໍໃຈທີ່ຂ້ອຍໄປອາໄສຢູ່ນຳ.ສົມພົງກໍ່ຄົງຈະລຳບາກໃຈຖ້າຕ້ອງບອກໃຫ້ຂ້ອຍໄປຢູ່ບ່ອນອື່ນ. ຂ້ອຍຕັດສິນໃຈຂຽນຈົດໝາຍໄປເລົ່າເຫດການທຸກຢ່າງໃຫ້ອ້າຍຄຳພັນຟັງ ເພາະເງິນຂ້ອຍກໍ່ໝົດແລ້ວ ໄປສະໝັກວຽກນຳສົມພົງ ເຂົາກໍ່ຍັງບໍ່ທັນຮັບ ມີແຕ່ບອກໃຫ້ລໍຖ້າ. ຫລັງຈາກຂຽນຈົດໝາຍໄປຫາອ້າຍຄຳພັນໄດ້ສອງມື້ ອ້າຍຄຳພັນກໍ່ຂື້ນມາວຽງຈັນອີກຄັ້ງ ພໍມາຮອດອ້າຍຄຳພັນກໍ່ພາຂ້ອຍໄປທີ່ຮ້ານອາຫານແຫ່ງໜຶ່ງ ເຊີ່ງຢູ່ບໍ່ໄກຈາກໂຮງຮຽນປານໃດ. ພໍໄປຮອດອ້າຍຄຳພັນໃຫ້ຂ້ອຍຖ້າຢູ່ນອກ ສ່ວນອ້າຍຄຳພັນແມ່ນຂໍເຂົ້າໄປລົມນຳເຈົ້າຂອງຮ້ານ ປະມານ20 ນາທີ່ອ້າຍຄຳພັນຈຶງອອກມາພ້ອມກັບເຈົ້າຂອງຮ້ານ ຈາກນັ້ນອ້າຍຄຳພັນຈຶ່ງແນະນຳຂ້ອຍໃຫ້ເຈົ້າຂອງຮ້ານຮູ້ຈັກ ຂ້ອຍຟ້າວຍົກມືຂື້ນສະບາຍດີ ພ້ອມກັບກົ້ມຫົວລົງດ້ວຍຄວາມເຄົາລົບ. ບຶດໜຶ່ງກໍ່ມີຄົນມາພາຂ້ອຍກັບອ້າຍຄຳພັນໄປຫ້ອງພັກທີ່ຢູ່ດ້ານຫລັງຮ້ານອາຫານ ເຊີງເປັນຫ້ອງພັກພະນັກງານ . ຂ້ອຍກັບອ້າຍຄຳພັນນັ່ງພັກລົງໃນຫ້ອງ ຂ້ອຍຍັງງົງຢູ່ວ່າອ້າຍຄຳພັນມາຮູ້ກັບເຈົ້າຂອງຮ້ານໄດ້ແນວໃດ. ຂ້ອຍຈຶ່ງຖາມອ້າຍຄຳພັນວ່າເປັນຫຍັງເຂົາຄືໃຫ້ເຮົາມາພັກຢູ່ນີ້?
ອ້າຍຄຳພັນຕອບ:

ຕອນອ້າຍໜີອອກຈາກບ້ານຕອນນັ້ນ ອ້າຍກໍ່ພະຍາຍາມມາຊອກວຽກເຮັດໃຫ້ຢູ່ໃກ້ກັບໂຮງຮຽນທີ່ນ້ອງຈະມາຮຽນທີ່ສຸດ ພໍດີຮ້ານອາຫານແຫ່ງນີ້ກຳລັງກໍ່ສ້າງຢູ່ ອ້າຍເລີຍມາຂໍເປັນກຳມະກອນນຳເພີ່ນ ຈົນຮ້ານອາຫານສຳເລັດ ເຈົ້າຂອງຮ້ານເພີ່ນເຫັນວ່າອ້າຍໄປຄົນຕັ້ງໃຈເຮັດວຽກ ແລະ ຊື່ສັດເພີ່ນເລີຍຊວນໃຫ້ອ້າຍມາເຮັດວຽກນຳ . ອ້າຍມາເປັນພະນັກງານເສີບອາຫານຢູ່ນີ້ໄດ້ 4 ເດືອນ ອ້າຍກໍ່ໄດ້ກັບເມື່ອຢູ່ບ້ານ ແຕ່ມື້ນີ້ອ້າຍມາຂໍສະໝັກວຽກນຳເພີ່ນອີກຄັ້ງເພື່ອເຮັດວຽກຫາເງິນໃຫ້ນ້ອງຮຽນ. ອ້າຍລົມນຳເຈົ້າຂອງຮ້ານແລ້ວວ່າຈະຂໍເອົານ້ອງມາພັກນຳ,ຖ້າເກັບເງິນໄດ້ຈັກໜ້ອຍກ່ອນແລ້ວເຮົາຈັງໄປເຊົາຫ້ອງຢູ່ໃກ້ໆກັບໂຮງຮຽນຂອງນ້ອງ. ອ້າຍມາຄັ້ງນີ້ກໍ່ມີພຽງແຕ່ເງິນຄ່າລົດ ເພາະເງິນທີ່ຫາມາໄດ້ກໍ່ເອົາໃຫ້ນ້ອງເທື້ອແລ້ວນີ້ໝົດແລ້ວ.ແຕ່ນ້ອງບໍ່ຕ້ອງເປັນຫ່ວງອ້າຍຈະບໍ່ໃຫ້ນ້ອງລຳບາກດອກ ຂໍໃຫ້ນ້ອງຕັ້ງໃຈຮຽນຄືເກົ່າ ເລື່ອງອື່ນອ້າຍຈະເປັນຄົນຮັບຜິດຊອບເອງ. ອ້າຍຄຳພັນເວົ້າຈົບພ້ອມກັບຮອຍຍີ້ມ. ຈາກນັ້ນເຮົາສອງອ້າຍນ້ອງກໍ່ໄປຂົນເຄື່ອງຂອງຂ້ອຍມາໄວ້ຫ້ອງພັກໃໝ່ ໂດຍທີ່ມີອ້າຍຄຳພັນມາຢູ່ນຳ.ຂ້ອຍຮູ້ສຶກດີໃຈ ແລະ ອົບອຸ່ນຫລາຍຈົນບອກບໍ່ຖືກ ແຕ່ຂະນະທີ່ຂ້ອຍກຳລັງດີໃຈຢູ່ຂ້ອຍກໍ່ຄິດຂື້ນໄດ້ວ່າ ພໍ່ກັບແມ່ເດໃຜຈະເບີ່ງແຍງ ແລ້ວອາການຂອງແມ່ທີ່ບໍ່ສະບາຍເປັນແນວໃດ.ຂ້ອຍຟ້າວເອີຍຖາມອ້າຍຄຳພັນ ອ້າຍຄຳພັນຕອບວ່າ: ແມ່ດີຂື້ນຫລາຍແລ້ວ ທັງສອງຄົນບອກວ່າບໍ່ຕ້ອງເປັນຫ່ວງ ໃຫ້ອ້າຍມາເບີ່ງແຍງນ້ອງຢູ່ພີ້ກ່ອນ ແລະ ອີກຢ່າງໜຶ່ງຢູ່ບ້ານເຮົາກໍ່ຫາເງິນຢາກຫລາຍຖ້າອ້າຍຍັງຢູ່ພຸ້ນຍ້ານວ່າຊິຫາເງິນສົ່ງມາໃຫ້ນ້ອງບໍ່ໄດ້. ຂ້ອຍກັບອ້າຍຄຳພັນອາໄສຢູ່ຮ້ານແຫ່ງນີ້ ໂດຍທີ່ມີແຕ່ອ້າຍຄຳພັນເຮັດວຽກຄົນດຽວ ມີຫລາຍຄັ້ງທີ່ຂ້ອຍຢາກເຮັດວຽກນຳແຕ່ອ້າຍຄຳພັນກໍ່ຫ້າມໄວ້ ເພາະຢາກໃຫ້ຂ້ອຍມີເວລາເບີ່ງບົດຮຽນ ແລະ ໃຫ້ຂ້ອຍຕັ້ງໃຈຮຽນຢ່າງດຽວ.

ຜ່ານໄປສີ່ປີທີ່ເຮົາສອງອ້າຍນ້ອງຢູ່ນຳກັນໃນທີ່ສຸດຂ້ອຍກໍ່ຮຽນຈົບ ໃນມື້ທີ່ຮັບໃບປະກາດ ຂ້ອຍເຖິງກັບນ້ຳຕາໄຫລ ເມື່ອຂ້ອຍເຫັນອ້າຍຄຳພັນຈູງແຂນພໍ່ກັບແມ່ຍ່າງເຂົ້າມາຫາຂ້ອຍ ໃນມືຂອງພວກເຂົາຖືດອກໄມ້ຜູ້ສະຊໍ້ ອ້າຍຄຳພັນກໍ່ແຕ່ງໂຕດີເປັນພິເສດ ເພາະເປັນເວລາຫລາຍປີທີ່ບໍ່ເຫັນອ້າຍຄຳພັນນຸ່ງເສື້ອໃໝ່ ແຕ່ມືນີ້ອ້າຍຄຳພັນນຸ່ງເສື້ອສຸພາບ ເໜັບກະດຸມຈຳຄໍ ເອົາເສື້ອເຂົ້າໃນ ແນມເບິ່ງເສື້ອຂອງອ້າຍຄຳພັນຍັງເຫັນຮອຍພັບຢູ່ເຊີງມັນສະແດງເຖິງເສື້ອໂຕນີ້ອ້າຍຄຳພັນຫາກໍ່ຊື້ ເພື່ອນຸ່ງມາຮັບໃບປະກາດຂ້ອຍໂດຍສະເພາະ. ສ່ວນພໍ່ກັບແມ່ກໍ່ຈັດເຕັມຊຸດຄືກັນ ອ້າຍຄຳພັນໂຈມແຂນຂອງແມ່ຍ່າງມາຫາຂ້ອຍຢ່າງຊ້າໆ ຈົນໃນທີ່ສຸດພວກເຂົາກໍ່ມາຍືນຢູ່ຕໍ່ໜ້າຂ້ອຍ. ຂ້ອຍສັງເກດເຫັນນ້ຳຕາຂອງພໍ່ກັບແມ່ຊືມອອກມາດ້ວຍຄວາມດີໃຈ ຂ້ອຍຄອຍໆກົ້ມລົງໄປນົບຕີນຂອງພໍ່ກັບແມ່ດ້ວຍຄວາມຮູ້ບຸນຄຸນ ຈາກນັ້ນຂ້ອຍກໍ່ລຸກຂື້ນມາໂອບກອດພໍ່ກັບແມ່ ດ້ວຍຄວາມຄິດຮອດ ແລະ ດີໃຈ ສວນອ້າຍຄຳພັນຍືນຍີ້ມຢູ່ຂ້າງໆ. ຫລັງຈາກຮັບໃບປະກາດແລ້ວບໍ່ດົນຂ້ອຍກໍ່ໄປເຮັດວຽກຢູ່ບໍລິສັດແຫ່ງໜຶ່ງ ພໍຂ້ອຍເລີ່ມຕັ້ງໂຕໄດ້ ອ້າຍຄຳພັນກໍ່ກັບເມື່ອຢູ່ບ້ານເພື່ອເບີ່ງແຍງພໍ່ແມ່ຢູ່ທາງພຸ້ນ.ຂ້ອຍຕ້ອງໄດ້ໃຊ້ຊີວິດຢູ່ວຽງຈັນອີກຄັ້ງໂດຍທີ່ບໍ່ມີອ້າຍຄຳພັນຄອຍໃຫ້ຄຳປຶກສາ. ແຕ່ນ້ອຍຈົນໃຫຍ່ອ້າຍຕຳພັນເຮັດເພື່ອຂ້ອຍທຸກຢ່າງໂດຍທີ່ບໍ່ໄດ້ຫວັງສິງຕອບແທນຈາກຂ້ອຍເລີຍ. ເບີ່ງຄືທຸກຢ່າງກຳລັງໄປໄດ້ດີ ທຸກຄົນຍັັງຕື່ນເຕັ້ນ ແລະ ພູມໃຈກັບໃບປະກາດຂອງຂ້ອຍ. ແຕ່ຄວາມເປັນຈິງຫລັງຈາກທີ່ອ້າຍຄຳພັນກັບໄປຂ້ອຍໃຊ້ຊີວິດລຳບາກກວ່າເກົ່າຫລາຍ ຫລາຍຄົນຄົງຈະບໍ່ຢາກເຊື່ອວ່າເງິນເດືອນພະນັກງານຈົບປະລິນຍາຕີຄືຂ້ອຍ ໄດ້ໜ້ອຍກວ່າເງິນເດືອນຂອງອ້າຍຄຳພັນຕອນເປັນເດັກເຊີບຊຳ ຂ້ອຍຕ້ອງອອກມາເຊົ່າຫ້ອງຢູ່ ໄດ້ຊື້ຢູ່ຊື້ກິນເອງ ຫລາຍເດືອນຜ່ານໄປ ກະພໍແຕ່ຢູ່ລອດໄປເດືອນຕໍ່ເດືອນ ແທນທີ່ຂ້ອຍຈະມີເງິນເກັບແລ້ວຝາກກັບເມືອບ້ານ ແຕ່ຂ້ອຍພັດບໍ່ມີເງິນຝາກເມືອເລີຍ.

ມີແຕ່ອ້າຍຄຳພັນຝາກຂອງຢູ່ຂອງກິນມາໃຫ້ຂ້ອຍເປັນປະຈຳ. ຫລັງຈາກເຮັດວຽກໄດ້ໜຶ່ງປີຂ້ອຍກໍ່ເກັບເງິນໄດ້ພໍຄ່າລົດ ແລະ ຊື້ຂອງຕ້ອນເລັກໆນ້ອຍໆເພື່ອໄປຕ້ອນພໍ່ແມ່ ແລະ ອ້າຍຄຳພັນ.ການກັບບ້ານຄັ້ງນີ້ເປັນການກັບບ້ານໃນຮອບຫລາຍປີຂອງຂ້ອຍ. ຂ້ອຍເມື່ອຮອດບ້ານປະມານ 5 ໂມງແລງ ລະຫວ່າງທາງທີ່ຍ່າງໄປຫາເຮືອນ ມີຊາວບ້ານຫລາຍຄົນໃຫ້ການຕ້ອນຮັບ ແລະ ພາກັນສະແດງຄວາມຍິນດີນຳຂ້ອຍ ທີ່ຮຽນຈົບຮອດປະລິນຍາຕີ ຖືວ່າຂ້ອຍເປັນຄົນທຳອິດຂອງໝູ່ບ້ານກໍ່ວ່າໄດ້ ຂ້ອຍໄດ້ແຕ່ຂອບໃຈລະກະຍີ້ມໆແບບອາຍໆ ເພາະຫລັງຈາກຮຽນຈົບຊີວິດມັນບໍ່ໄດ້ສວຍງາມຄືດັງທີ່ພວກເຂົາຄິດເລີຍ. ຍ່າງໄປບໍ່ດົນກໍ່ຮອດເຮືອນຂອງຂ້ອຍ ຂ້ອຍແນມໄປເຫັນອ້າຍຄຳພັນທີ່ພວມເຕະກາຕໍ້ຢູ່ໃກ້ໆເຮືອນ ກັບໝູ່ທີ່ຫລີ້ນນຳກັນແຕ່ນ້ອຍຢ່າງມວນຊືນ ພໍ່ກໍ່ກຳລັງເກື່ອໄກ່ຢູ່ຫລັງບ້ານ ສ່ວນແມ່ພວມເຮັດກິນຢູ່ເທິງເຮືອນ ຂ້ອຍຄອຍໆຍ່າງເຂົ້າໄປໃນຮົ່ວເຮືອນຢ່າງຊ້າໆເພື່ອສັງເກດເບີ່ງສະພາບທຸກຢ່າງຂອງບ້ານໃນຕອນທີ່ຂ້ອຍບໍ່ຢູ່ຈະເປັນແນວໃດ. ບໍ່ດົນອ້າຍຄຳພັນກໍ່ແນມມາເຫັນຂ້ອຍ ແລ້ວແລ່ນເຂົ້າມາກອດຄໍຂ້ອຍດ້ວຍຄວາມດີໃຈ ພໍ່ກັບແມ່ກໍ່ພາກັນມາຕ້ອນຮັບຂ້ອຍດ້ວຍຄວາມດີໃຈຄືກັນ ເຮົາພາກັນຂື້ນໄປເທີ່ງເຮືອນ ຈາກນັ້ນພໍ່ກັບແມ່ກໍ່ເລີ່ມຖາມເລື່ອງການເຮັດວຽກເປັນແນວໃດ ຂ້ອຍຕອບພຽງວ່າກໍ່ດີຢູ່. ທັງໆທີ່ໃນໃຈຂ້ອຍຢາກກັບມາຢູ່ບ້ານຢູ່ກັບຄອບຄົວແບບນີ້ເລີຍແລ້ວ ບໍ່ຢາກໄປພົບກັບຊີວິດໃນເມືອງອີກ ແຕ່ຂ້ອຍກໍ່ບໍ່ກ້າທີ່ຈະເວົ້າມັນອອກມາ.

ຫລັງຈາກພັກຜ່ອນບຶດໜຶ່ງແມ່ກໍ່ຫາເຂົ້າມາກິນ ພວກເຮົາກິນເຂົ້ານຳກັນຢ່າງມີຄວາມສຸກ ໂດຍສະເພາະພໍ່ຍີ້ມຢູ່ບໍ່ເຊົາ ແມ່ບອກວ່າຫລັງຈາກທີ່ຂ້ອຍຮັບໃບປະກາດ ພໍ່ກໍ່ມາປະກາດໃຫ້ຊາວບ້ານຮູ້ວ່າລູກຊາຍຫລ້າຂອງເພີ່ນຮຽນຈົບຮອດປະລິນຍາຕີ. ສວນອ້າຍຄຳພັນຫລັງຈາກກັບມາຢູ່ບ້ານກໍ່ເຮັດໄຮ່ເຮັດນາຕາມເດີ່ມ ບາງເທື່ອກໍ່ເຂົ້າປ່າໄປຫາເຄື່ອງປ່າຂອງດົງຕາມພາສາຄົນຊົນນະບົດ. ຫລັງຈາກກິນເຂົ້າແລ້ວ ຂ້ອຍມານັ່ງຢູ່ລະບຽງເຮືອນເພື່ອສູດເອົາອາກາດບໍລິສຸດ ແລະ ບັນຍາກາດເກົ່າທີ່ຂ້ອຍຈາກມັນໄປດົນ. ບຶດໜຶ່ງອ້າຍຄຳພັນກໍ່ຍ່າງເຂົ້າມາຕົບບ່າແລ້ວນັ່ງລົງຂ້າງໆຂ້ອຍ. ອ້າຍຄຳພັນຖາມຂ້ອຍວ່າ:ເມື່ອຍບໍ່ນ້ອງຊາຍ?

ຂ້ອຍຕອບວ່າ: ເມື່ອຍຫລາຍອ້າຍຄຳພັນ ເມື່ອຍກັບຄົນ,ເມື່ອຍກັບວຽກ ເມື່ອຍກັບຄ່າຕອບແທນທີ່ຕ່ຳ ແລະ ເມື່ອຍກັບຄ່າໃຊ້ຈ່າຍທີ່ສູງຈົນເຮັດໃຫ້ນ້ອງບໍ່ມີເງິນເກັບເລີຍ.
ອ້າຍຄຳພັນຍີ້ມອອກມາແລ້ວເວົ້າຂື້ນວ່າ: ນ້ອງຮູ້ບໍ່ເປັນຫຍັງຄອບຄົວເຮົາຈຶ່ງບໍ່ລຳລວຍ ເພາະວ່າພໍ່ແມ່ຂອງເຮົາບໍ່ໄດ້ອອກໄປສະແຫວງຫາ ແຕ່ພວກເພີ່ນເລືອກທີ່ຈະຢູ່ແບບນີ້ແບບທີ່ພວກເພີ່ນມັກ. ສ່ວນອ້າຍເອງອ້າຍບໍ່ມີໂອກາດໄດ້ເຮັດໃນສິ່ງທີ່ອ້າຍມັກແຕ່ອ້າຍກໍ່ສ້າງຄວາມສຸກໃນແບບທີ່ອ້າຍເປັນຢູ່ຂື້ນມາ.ໂຕນ້ອງເອງມີໂອກາດໄດ້ໄປສະແຫວງຫາ ຫາກຍັງບໍ່ທັນພົບກັບຄວາມສຸກ ແລະ ສິງທີ່ນ້ອງຕ້ອງການ ນ້ອງກໍ່ຕ້ອງອອກຕາມຫາມັນຕໍ່ໄປ ຍັງມີອີກຫລາຍໆບ່ອນທີ່ເຂົາຕ້ອງການຄວາມສາມາດຂອງນ້ອງ. ອ້າຍຄຳພັນຊາຍຜູ້ຈົບພຽງແຕ່ມ6 ແຕ່ສາມາດສອນຂ້ອຍໄດ້ທຸກເລື່ອງ. ຂ້ອຍຮູ້ສຶກລະອາຍໃຈແບບບອກບໍ່ຖືກທີ່ສະແດງຄວາມທໍ້ແທ້ອອກມາໃຫ້ອ້າຍຄຳພັນເຫັນ.ຂ້ອຍກັບອ້າຍຄຳພັນລົມກັນອີກດົນເຕີບຈຶ່ງພາກັນເຂົ້ານອນ.

ສອງມື້ຕໍ່ມາຂ້ອຍໄດ້ກັບມາເຮັດວຽກຕາມປົກຕິ ແຕ່ຂ້ອຍໄດ້ໄປເລາະສະໝັກວຽກບ່ອນໃໝ່ອີກຫລາຍໆບ່ອນ ຈົນເດືອນຕໍ່ມາຂ້ອຍໄດ້ຖືກເອີ້ນເຂົ້າສຳພາດຢູ່ບໍລິສັດໃຫຍ່ແຫ່ງໜຶ່ງ ຂະນະທີ່ຂ້ອຍຍ່າງເຂົ້າໄປໃນຫ້ອງຂອງຫົວໜ້າບໍລິສັດ ຂ້ອຍຕົກໃຈທັນທີ່ ເພາະວ່າຍິງທີ່ນັ່ງຢູ່ໃນໂຕະທີ່ຢູ່ຕໍ່ໜ້າຂ້ອຍນັ້ນແມ່ນ ອາລີ ອາລີເປັນຄົນຮຽນຫ້ອງດຽວກັນກັບຂ້ອຍ ຊິວ່າໝູ່ກໍ່ບໍ່ແມ່ນເພາະຕອນຮຽນອາລີເປັນຍິງສາວທີ່ງາມກວ່າໝູ່ໃນຫ້ອງ ແລະ ອາລີກໍ່ຖານະຄ້ອນຂ້າງດີ ຂ້ອຍຈຶ່ງບໍ່ກ້າເຂົ້າໄປລົມນຳ. ອາລີເຊີນຂ້ອຍນັ່ງລົງດ້ວຍທ່າທີ່ຂັງຂືມ.ຂ້ອຍກ່າວສະບາຍດີອາລີດ້ວຍຄວາມຕື່ນເຕັ່ນ ຈາກນັ້ນອາລີກໍ່ຖາມຂື້ນວ່າ:ເປັນແນວໃດສຸດໃຈ,ບໍ່ເຫັນກັນດົນຍັງຈື່ຂ້ອຍໄດ້ບໍ່?

ຂ້ອຍຮູ້ສຶກດີໃຈຫລາຍທີ່ອາລີຍັງຈື່ຊື່ຂ້ອຍໄດ້ ຂ້ອຍຟ້າວຕອບອອກໄປວ່າຈື່ໄດ້ແທ້. ຈາກນັ້ນອາລີຈຶ່ງໄດ້ເລົ່າທຸກຢ່າງໃຫ້ຂ້ອຍຟັງວ່າ: ພໍ່ແມ່ຂອງຂ້ອຍເສຍຊີວິດດ້ວຍອຸປະຕິເຫດໄດ້ 8 ເດືອນແລ້ວ ທຸລິກິດຂອງບໍລິສັດເລີຍມີບັນຫາຢ່າງກະທັນຫັນ ພະນັກງານຫລາຍຄົນກໍ່ລາອອກ ແລະ ບາງຄົນກໍ່ສໍ້ໂກ່ງເງິນຂອງບໍລິສັດ ເພາະຂ້ອຍບໍ່ຮູ້ເລື່ອງຂອງບໍລິສັດດີພໍປານໃດ ຫາກເປັນແນວນີ້ຕໍ່ໄປບໍລິສັດນີ້ຄົງຈະຕ້ອງຢຸບລົງໃນທີ່ສຸດ,ຂ້ອຍຢາກໃຫ້ເຈົ້າເຂົ້າມາຊ່ວຍວຽກ ເພາະສະໄໝຮຽນເຈົ້າເປັນເປັນຄົນທີ່ຮຽນເກັ່ງທີ່ສຸດໃນຫ້ອງ ບໍ່ວ່າບັນຫາຍັງເຈົ້າກໍ່ແກ້ໄຂໄດ້ໝົດ ຂ້ອຍເຊື່ອໝັ້ນວ່າເຈົ້າຈະຊ່ວຍຂ້ອຍໄດ້.

ອາລີເວົ້າຈົບດ້ວຍແວວຕາທີ່ເສົ້າໝອງ ອາລີໃຫ້ກຽດຂ້ອຍປານນີ້ຂ້ອຍຄົງຈະບໍ່ກ້າທີ່ຈະປະຕິເສດຫຍັງ ນອກຈາກຄຳວ່າ : ຈະພະຍາຍາມເຮັດໃຫ້ດີທີ່ສຸດ. ຂ້ອຍກັບອາລີເລີ່ມເຮັດວຽກຮ່ວມກັນ ຈົນ 6 ເດືອນຜ່ານໄປທຸກຢ່າງກໍ່ຄອຍໆດີຂື້ນ. ມື້ໜຶ່ງຂະນະທີ່ຂ້ອຍກຳລັງຈະໄປວຽກຂ້ອຍໄດ້ຮັບຈົດໝາຍຈາກທາງບ້ານ ຂ້ອຍແກະຈົດໝາຍນັ້ນອອກມາເບີ່ງຂ້ອຍກໍ່ເລີ່ມແປກໃຈແລ້ວ ເປັນຫຍັງຈົດໝາຍຈາກບ້ານຄັ້ງນີ້ບໍ່ແມ່ນລາຍມືຂອງອ້າຍຄຳພັນແຕ່ເປັນລາຍມືຂອງພໍ່. ຈົດໝາຍຂຽນສັ້ນໆວ່າ: ສຸດໃຈໃຫ້ລູກກັບມາບ້ານດ່ວນ ອ້າຍຄຳພັນບໍ່ຢູ່ກັບເຮົາແລ້ວ . ພໍແຕ່ໄດ້ອ່ານຈົດໝາຍຈົບແຂນຂາຂອງຂ້ອຍກໍ່ອ່ອນແຮງໄປໝົດ. ນ້ຳຕາຊື່ມໆອອກມາທັນທີ່. ຂ້ອຍຊຶ່ງຢູ່ບຶດໜຶ່ງຕັ້ງສະຕິໄດ້ ຂ້ອຍຟ້າວກັບເຂົ້າໄປໃນຫ້ອງແລ້ວເກັບເຄື່ອງກັບບ້ານທັນທີ່ ຂະນະທີ່ຂ້ອຍຂີ່ລົດກັບ ຂ້ອຍຕັ້ງຄຳຖາມກັບເອງວ່າ ອ້າຍຄຳພັນເປັນຫຍັງ ອ້າຍຄຳພັນເປັນຫຍັງ ຂ້ອຍຖາມໂຕເອງເປັນ 100 ຄັ້ງແຕ່ກໍ່ຍັງບໍ່ໄດ້ຄຳຕອບ ຈົນໃນທີ່ສຸດຂ້ອຍກໍ່ເມື່ອຮອດບ້ານ ເຮືອນງຽບເຫງົາຫລາຍ ພໍແຕ່ຂ້ອຍເຂົ້າໄປໃນເຮືອນແມ່ກໍ່ແລ່ນມາກອດຂ້ອຍ ແມ່ທັງໄຫ້ທັງຮ້ອງ ຂ້ອຍຟ້າວຖາມແມ່ວ່າອ້າຍຄຳພັນເປັນຫຍັງແມ່? ແມ່ຕອບວ່າ:

ອ້າຍຄຳພັນເຂົ້າໄປໃນປ່າເພື່ອໄປຫາເຄື່ອງປ່າຂອງດົງມາຂາຍ ອ້າຍຄຳພັນບອກວ່າຖ້າອອກມາຈາກປ່າ ຂາຍເຄື່ອງໄດ້ເງິນແລ້ວຊິລົງໄປຢ້າມລູກຢູ່ວຽງຈັນ ແຕ່ຫລັງຈາກທີ່ອ້າຍຂອງລູກອອກເຮືອນໄປເປັນເວລາ 3 ມື້ກໍ່ບໍ່ກັບມາ ພໍ່ຈຶ່ງຊວນຊາວບ້ານອອກໄປຕາມຫາແຕ່ກໍ່ບໍ່ພົບ ຈົນຮອດມື້ທີ່ເຈັດຈຶ່ງມີຄົນເຫັນເກີບອ້າຍຄຳພັນໄຫລຢູ່ໃນແມ່ນ້ຳໃຫຍ່ທີ່ຢູ່ໃນປ່າພຸ້ນ ພວກຊາວບ້ານພາກັນຊອກຕາມແຄມນ້ຳຈັງໃດກໍ່ບໍ່ເຫັນ ຈົນມື້ນີີ້ເປັນມື້ທີ່ 14 ແລ້ວທີ່ອ້າຍຄຳພັນຈາກໄປ ຊາວບ້ານຫລາຍຄົນກໍ່ບອກວ່າອ້າຍຄຳພັນຕາຍແລ້ວ ແຕ່ພໍ່ຂອງລູກບໍ່ຍອມ ພໍ່ຍັງອອກໄປຊອກຫາອ້າຍຄຳພັນທຸກມື້. ພໍແຕ່ແມ່ເວົ້າຈົບຂ້ອຍກໍ່ຈັບເອົາກະເປົ່າເຄື່ອງທີ່ເປ້ມາແຕ່ວຽງຍ່າງເຂົ້າໄປໃນປ່າທັນທີ່ ຂ້ອຍທັງຍ່າງທັງໄຫ້ໄປນຳທາງ ຂ້ອຍຍົກມືຂື້ນໃສ່ຫົວເອີ້ນຫາເຈົ້າປ່າເຈົ້າເຂົາໃຫ້ຊ່ວຍຄຸ້ມຄອງໃຫ້ອ້າຍຄຳພັນປອດໄພແດ່ທ່ອນ. ຂ້ອຍຊອກຫາອ້າຍຄຳພັນຢູ່ໃນປ່າເປັນເວລາ 7 ມື້ 7ຄືນແຕ່ກໍ່ບໍ່ພົບ ຂ້ອຍກັບພໍ່ຈຶ່ງກັບມາບ້ານ ມັນເປັນເລື່ອງຢາກທີ່ສຸດຖ້າຈະໃຫ້ຂ້ອຍທຳໃຈວ່າອ້າຍຄຳພັນໄດ້ຕາຍຈາກຂ້ອຍໄປແລ້ວ.ຄົນໃນໝູ່ບ້ານຫລາຍຄົນຝັນວ່າເຫັນອ້າຍຄຳພັນລອຍນ້ຳໜາວສັ່ນຢູ່ ພໍໄດ້ຍິນແຫ່ງເຮັດໃຫ້ຄອບຄົວຂ້ອຍຫົດຫູ່ຫລາຍກວ່າເກົ່າ ແຕ່ໃນທີ່ສຸດພວກເຮົາກໍ່ຕ້ອງທຳໃຈ ເພາະເກືອບເດືອນແລ້ວທີ່ອ້າຍຄຳພັນບໍ່ກັບມາ ຖ້າຫາກອ້າຍຄຳພັນມີຊີວິດຢູ່ລາວຄົງຈະບໍ່ປະໃຫ້ທຸກຄົນເປັນຫ່ວງປານນີ້ ຈາກນັ້ນເຮົາໄດ້ເຮັດພິທີທາງສາດສະໜາໃຫ້ອ້າຍຄຳພັນ.

ຫລັງຈາກແລ້ວງານຂ້ອຍກໍ່ໄດ້ອຳລາພໍ່ແມ່ ກັບເມື່ອວຽງຈັນ ກ່ອນກັບຂ້ອຍຊວນພໍ່ກັບແມ່ໄປຢູ່ນຳ ແຕ່ພວກເພີ່ນປະຕິເສດ ແລະ ບອກກັບຂ້ອຍວ່າບໍ່ຕ້ອງເປັນຫ່ວງ ໃຫ້ຂ້ອຍຕັ້ງໃຈເຮັດໜ້າທີ່ຂອງຂ້ອຍໃຫ້ດີ ມີເວລາຈັງມາຢ້ຽມພວກເພີ່ນເອົາ. ຂ້ອຍຢ່າງອອກມາຈາກບ້ານດ້ວຍຄວາມເສົ້າໃຈ ແຕ່ຄວາມຫວັງເລິກໆຂອງຂ້ອຍກໍ່ຍັງຢາກໃຫ້ມີປະຕິຫານໃຫ້ອ້າຍຄຳພັນໄດ້ກັບມາ ຂ້ອຍຍອະທິຖານໄວ້ກ່ອນຂື້ນລົດ ຫາກສິ່ງສັກສິດມີຈິງ ຂໍໃຫ້ຂ້ອຍກັບອ້າຍຄຳພັນໄດ້ພົບກັນອີກຄັ້ງ. ຂ້ອຍກັບເມື່ອຮອດວຽງຈັນຂ້ອຍກໍ່ຕັ້ງໃຈເຮັດວຽກກັບອາລີ ຈົນ 2ປີຜ່ານໄປ ບໍລິສັດໄດ້ກັບມາຮຸ່ງເຮື່ອງອີກຄັ້ງ ແລະ ຂ້ອຍກັບອາລີໄດ້ສະໜິດໜົມກັນຫລາຍໃນຊ່ວງເວລາຜ່ານມາຈົນກໍ່ເກີດເປັນຄວາມຮັກ ແລະ ໃນທີ່ສຸດເຮົາກໍ່ໄດ້ແຕ່ງງານກັນ. ຫລັງຈາກແຕ່ງງານມີຫລາຍຄັ້ງທີ່ຂ້ອຍກັບອາລີໄປຊວນພໍ່ກັບແມ່ຂອງຂ້ອຍມາຢູ່ວຽງຈັນນຳແຕ່ພວກເພີ່ນກໍ່ປະຕິເສດທຸກຄັ້ງ. ຂ້ອຍກໍ່ໄດ້ພຽງແຕ່ທຳໃຈ ແລະ ໝັ່ນເມື່ອຢ້າມບ້ານເປັນປະຈຳ ເພື່ອເບີ່ງແຍງພວກເພີ່ນ ກັບບ້ານແຕ່ລະຄັ້ງຂ້ອຍກໍ່ຍັງອົດຄິດຮອດອ້າຍຄຳພັນບໍ່ໄດ້. ສີ່ປີແລ້ວທີ່ອ້າຍຄຳພັນຈາກໄປໂດຍບໍ່ໄດ້ສັ່ງລາຈັກຄຳເລີຍ.ຖ້າອ້າຍຄຳພັນຍັງຢູ່ອ້າຍຄຳພັນຄົງຈະຢອກຫລີ້ນກັບລູກຊາຍໄວສອງປີຂອງຂ້ອຍຢ່າງມ່ວນຊືນແນ່ນອນ.

ຈົນມື້ໜຶ່ງຂະນະທີ່ຂ້ອຍກັບອາລີ ແລະ ລູກໄປນັ່ງກິນເຂົ້າຢູ່ຮ້ານອາຫານແຫ່ງໜຶ່ງ ຫລັງຈາກກິນເຂົ້າແລ້ວພວກເຮົາຍ່າງອອກມາຈາກຮ້ານກໍ່ມີຂໍທານຕາບອດຄົນໜຶ່ງ ມືໜຶ່ງຈັບໂອ ແລະ ອີກມືໜຶ່ງຈັບໄມ້ ຍ່າງມາຕຳເອົາລູກຊາຍຂອງຂ້ອຍ ທັງສອງລົ້ມລົງກັບພື້ນ ອາລີຟ້າວແລ່ນໄປອຸ້ມເອົາລູກຊາຍ ສ່ວນຂ້ອຍຄອຍໆໂຈມເອົາແຂນຂອງຂໍທານຄົນນັ້ນລຸກຂື້ນມາ ພໍແຕ່ຂ້ອຍໄດ້ເຫັນໜ້າຂອງຊາຍຂໍທານຄົນນັ້ນແບບເຕັມໆ ຫົວໃຈຂ້ອຍເກືອບຢຸດເຕັ້ນ ຊາຍຂໍທານທີ່ຍືນຢູ່ຕໍ່ໜ້າຂ້ອຍແມ່ນອ້າຍຄຳພັນ ອ້າຍຄຳພັນແທ້ໆຂ້ອຍຍັງຈື່ຮອດປານແດງຢູ່ຄໍຂອງອ້າຍຄຳພັນໄດ້ດີ. ອ້າຍຄຳພັນ ແມ່ນອ້າຍຄຳພັນບໍ່ ຂ້ອງຮ້ອງຖາມຂື້ນດ້ວຍນ້ຳສຽງສັ່ນໆ ຊາຍຂໍທານຄົນນັ້ນໄດ້ຍິນສຽງຂ້ອຍກໍ່ ຄວ້າມືມາຈັບໆເອົາໃບໜ້າຂ້ອຍລູບໄປລູບມາ ນ້ຳຕາຊາຍຄົນນັ້ນກໍ່ໄຫລອອກມາທັນທີ່ ສຸດໃຈ ສຸດໃຈ ນ້ອງຂອງອ້າຍ ພໍແຕ່ໄດ້ຍິນສຽງຂອງຊາຍຄົນນັ້ນຂ້ອຍກໍ່ໝັ້ນໃຈໄດ້ເລີຍວ່ານັ້ນແມ່ນອ້າຍຄຳພັນແທ້ໆ. ຂ້ອຍຈັບເອົາອ້າຍຄຳພັນມາໂອບກອດໄວ້ ແໜ້ນ ຂ້ອຍດີໃຈຈົນເວົ້າຫຍັງບໍ່ອອກເລີຍ ຂ້ອຍໄດ້ພົບອ້າຍຄຳພັນທີ່ຂ້ອຍຄິດວ່າໄດ້ຕາຍຈາກຂ້ອຍໄປແລ້ວ ອ້າຍຄຳພັນຍົກມືຂື້ນມາກອດຂ້ອຍເອົາໄວ້ຄືກັນ ເຮົາທັງໄຫ້ທັງສະອື້ນດ້ວຍຄວາມດີໃຈ ກອດກັນຢູ່ດົນເຕີບຂ້ອຍຈຶ່ງພາອ້າຍຄຳພັນຂື້ນລົດກັບເຮືອນ.

ຂະນະທີ່ຂີ່ລົດກັບ ໃນຄວາມດີໃຈຂອງຂ້ອຍກໍ່ຍັງມີຄວາມສົງສານອ້າຍຄຳພັນທີ່ຕ້ອງມາຢູ່ໃນສະພາບແບບນີ້. ຫລັງຈາກເມື່ອຮອດເຮືອນຂ້ອຍໄດ້ອາບນ້ຳປ່ຽນເຄື່ອງໃຫ້ອ້າຍຄຳພັນ ແລ້ວອ້າຍນ້ອງເຮົາຈັງມານັ່ງລົມກັນ ຂ້ອຍໄດ້ຖາມຂ່າວຄ່າວນຳອ້າຍຄຳພັນວ່າເລື່ອງລາວມັນເປັນຈັງໃດອ້າຍຈັງໄດ້ມາຢູ່ໃນສະພາບນີ້. ອ້າຍຄຳພັນໄດ້ເລົ່າວ່າ: ມື້ນັ້ນຫລັງຈາກທີ່ອ້າຍອອກຈາກເຮືອນ ອ້າຍກໍ່ຍ່າງເຂົ້າໄປໃນປ່າ ອ້າຍຍ່າງເຂົ້າໄປເລິກກວ່າທຸກເທື້ອ ເພາະການເຂົ້າປ່າຄັ້ງນີ້ອ້າຍຫວັງວ່າຈະໃຫ້ໄດ້ເຄື່ອງປ່າມາຫລາຍໆ ເພື່ອຈະເອົາໄປຂາຍ ແລະ ເອົາມາຕ້ອນນ້ອງນຳ ແຕ່ລະຫວ່າງທາງທີ່ອ້າຍຍ່າງເຂົ້າໄປໃນປ່າອ້າຍຫິວນ້ຳ ຊອກຫາຫ້ວຍນ້ຳແຖວນັ້ນກໍ່ບໍ່ມີ ດ້ວຍຄວາມຫິວອ້າຍເລີຍໄປຕັດເອົາຕົ້ນໄມ້ຕົ້ນໜຶ່ງທີ່ຢູ່ໃນປ່າແຫ່ງນັ້ນເຊີ່ງມັນມີນ້ຳໄຫລອອກມາພໍໃຫ້ອ້າຍກິນຈົນອີ່ມ ຈາກນັ້ນອ້າຍກໍ່ຍ່າງຕໍ່ໄປ ແຕ່ອ້າຍຍ່າງໄປໄກຊຳໃດບໍ່ຮູ້ອິດຮູ້ເມື່ອຍ ແລະ ບໍ່ຄ່ຳຈັກເທື່ອ ອ້າຍຍ່າງໄປເປັນເວລາ 3 ມື້ເຫັນຕາເວັນຂື້ນລົງແຕ່ອ້າຍບໍ່ເຫັນຄວາມມືດເລີຍ ທຸກຢ່າງຍັງຄົງເປັນກາງເວັນ ມື້ທີ່ສີ່ອ້າຍຍ່າງໄປຮອດແມ່ນ້ຳໃຫຍ່ແຫ່ງໜຶ່ງ ເຊິ່ງເປັນແມ່ນ້ຳທີ່ສວຍງາມຫລາຍ ນ້ຳໃສໆ ແນມລົງໄປເຫັນໝູ່ປາລ່ອງລອຍໄປມາຢູ່ຕາມແມ່ນ້ຳແຫ່ງນັ້ນ ອ້າຍນັ່ງລົງແຄມນ້ຳເພື່ອແນມເບີ່ງທຳມະຊາດອັນອຸດົມສົມບູນຂອງດິນແດນແຫ່ງນີ້ ແມງກະເບື້ອງບິນໄປວຽນມາຢູ່ໃກ້ໆກັບໂຕອ້າຍ ສຽງນົກສຽງທະນີຮ້ອງດັັງຢູ່ທົ່ວປ່າ.

ອ້າຍຕື່ນຕາຕື່ນໃຈກັບທຸກຢ່າງທີ່ໄດ້ເຫັນ. ຫລັງຈາກນັ່ງຢູ່ຫັນບໍ່ດົນໄດ້ກໍ່ເລີ່ມຮູ້ສຶກຫິວນ້ຳ ທັງໆທີ່ອ້າຍບໍ່ຫິວນ້ຳມາເປັນເວລາ3 ວັນແລ້ວ. ອ້າຍລຸກຂື້ນຍືນເພື່ອຈະຍ່າງໄປກິນນ້ຳໃນແມ່ນ້ຳແຫ່ງນັ້ນ ພໍແຕ່ອ້າຍຍືນຂື້ນທຸກຢ່າງກໍ່ມືດໄປໝົດ ອ້າຍແນມບໍ່ເຫັນຫຍັງອີກເລີຍ ນອກຈາກແສງຫິ່ງຫ້ອຍ. ອ້າຍເລີ່ມຕັ້ງສະຕິໄດ້ວ່າອ້າຍເດີນທາງມາໄກໂພດແລ້ວອ້າຍຕ້ອງຮີບກັບເມື່ອເຮືອນແລ້ວ ປານນີ້ພໍ່ແມ່ຄົງຈະເປັນຫ່ວງຫລາຍແລ້ວ. ການທີ່ອ້າຍບໍ່ຮູ້ກາງເວັນກາງຄືນບໍ່ຮູ້ອິດຮູ້ເມື່ອຍກໍ່ຄົງຈະເປັນເພາະ ອ້າຍໄປດື່ມນ້ຳຈາກຕົ້ນໄມ້ຕົ້ນນັ້ນ.ແຕ່ຜິດຂອງມັນຄົງຈະໝົດແລ້ວ ອ້າຍຈຶ່ງຕັ່ງສະຕິໄດ້. ອ້າຍພະຍາຍາມຫາທາງອອກຈາກປ່າ ຫາເທົ່າໃດກໍ່ບໍ່ພົບ ຍ່າງໄປວຽນມາກໍ່ມາຮອດບ່ອນເກົ່າ. ອ້າຍເລີຍຕັດສິນໃຈຕັດໄມ້ເຮັດແພ ລ່ອງມາຕາມແມ່ນ້ຳ ແຕ່ໂຊກບໍ່ເຂົ້າຂ້າງແພໄດ້ໄປຕຳເອົາກ້ອນຫີນໃຫຍ່ຢູ່ກາງນ້ຳ ອ້າຍເລີຍຕົກຈາກແພ ຫົວອ້າຍໄປຕຳເອົາກັບກ້ອນຫີນເຮັດໃຫ້ອ້າຍສະຫລົບໄປ. ອ້າຍຄິດວ່າອ້າຍຕ້ອງຕາຍໄປແລ້ວໃນຕອນນັ້ນ ແຕ່ອ້າຍຊຳພັດຮູ້ເມື່ອອີກຄັ້ງຢູ່ທີ່ໝູ່ບ້ານແຫ່ງໜຶ່ງ ຊາວບ້ານບອກວ່າອ້າຍສະຫລົບໄປ 3 ມື້. ແຕ່ຫລັງຈາກທີ່ອ້າຍຮູ້ສຶກໂຕຕາທັງສອງຂ້າງຂອງອ້າຍກໍ່ເບີ່ງບໍ່ເຫັນ. ຊາວບ້ານພະຍາຍາມຖາມອ້າຍວ່າບ້ານຢູ່ໃສ ເພື່ອຈະນຳອ້າຍເມື່ອສົ່ງ ແຕ່ອ້າຍປະຕິເສດ ຫາກອ້າຍຕ້ອງກັບເມື່ອບ້ານເປັນຄົນຕາບອດແບບນີ້ ໃຫ້ທາງບ້ານຮູ້ວ່າອ້າຍຕາຍໄປແລ້ວສາດີກວ່າ ທີ່ຈະກັບເມື່ອເປັນພາລະໃຫ້ຄອບຄົວ. ຫລັງຈາກອ້າຍພັກຟື້ນຢູ່ບ້ານແຫ່ງນັ້ນຈົນຮ່າງກາຍແຂງແຮງອ້າຍຈຶ່ງຂໍໃຫ້ພວກເຂົາສົ່ງອ້າຍຂື້ນລົດເຂົ້າມາວຽງຈັນ. ອ້າຍມາເລ່ລ້ອນຢູ່ວຽງຈັນຫລາຍປີໃນໂລກແຫ່ງຄວາມມືດ ຄ່ຳໃສນອນຫັນ ຫລາຍຄັ້ງທີ່ອ້າຍຮ້ອງໄຫ້ເຫລືອໃຈ ເປັນຫຍັງສະຫວັນຄືບໍ່ໃຫ້ອ້າຍຕາຍໄປຕັ້ງແຕ່ມື້ອ້າຍຕົກນ້ຳພຸ້ນຈຶ່ງບໍ່ຕ້ອງມາທຸກທໍລະມານຢູ່ແບບນີ້.ແລ້ວນ້ອງເດເປັນແນວໃດຫລາຍປີຜ່ານມາ.

ຂ້ອຍທັງຟັງທັງນ້ຳຕາໄຫລໄປນຳ ເພາະຄວາມອີ່ຕົນສົງສານອ້າຍຄຳພັນ. ຈາກນັ້ນຂ້ອຍກໍ່ໄດ້ເລົ່າຊີວີດທີ່ຜ່ານມາຂອງຂ້ອຍໃຫ້ອ້າຍຄຳພັນຟັງ.ອ້າຍຄຳພັນດີໃຈນຳຂ້ອຍຫລາຍທີ່ຂ້ອຍມີຊີວິດການເປັນຢູ່ທີ່ດີຂື້ນ. ຂ້ອຍກັບອ້າຍຄຳພັນນັ່ງລົມກັນອີກດົນເຕີບສ່ວນຫລາຍແມ່ນອ້າຍຄຳພັນເປັນຄົນຖາມເລື່ອງໄຖ່ເລື່ອງການເປັນຢູ່ຂອງຂ້ອຍແລະພໍ່ກັບແມ່, ເຖິງວ່າເວລາຈະຜ່ານໄປດົນຊຳໃດອ້າຍຄຳພັນກໍ່ຍັງເປັນຫ່ວງເປັນໄຍແຕ່ຄົນອື່ນຄືເກົ່າ.

ເຊົ້າມື້ຕໍ່ມາຂ້ອຍກໍ່ພາອ້າຍຄຳພັນໄປໂຮງໝໍເພື່ອຈະປິ່ນປົວຕາຂອງອ້າຍຄຳພັນໃຫ້ກັບມາເບີ່ງເຫັນໄດ້ ຂະນະທີ່ຍ່າງເຂົ້າໄປໃນໂຮງໝໍຂ້ອຍເປັນຄົນຈູງແຂນຂອງອ້າຍຄຳພັນ ຂ້ອຍອົດກັ້ນນ້ຳຕາເອົາໄວ້ບໍ່ໄດ້ແທ້ໆທີ່ເຫັນອ້າຍຄຳພັນຢູ່ໃນສະພາບນີ້.ກ່ອນເຂົ້າຫ້ອງກວດຂ້ອຍບອກກັບອ້າຍຄຳພັນວ່າ ບໍ່ວ່າຈະເປັນແນວໃດກໍ່ຕາມນ້ອງຈະຕ້ອງເຮັດທຸກວິຖີທາງເພື່ອໃຫ້ອ້າຍກັບມາເບີ່ງເຫັນໃຫ້ໄດ້, ອ້າຍຄຳພັນມີພຽງແຕ່ຍີ້ມໆ ອ້າຍຄຳພັນຍັງເຂັມແຂງຄືເກົ່າ.ຂະນະທີ່ອ້າຍຄຳພັນເຂົ້າກວດ ຂ້ອຍນັ່ງຄິດຢູ່ວ່າຫາກຕາທັງສອງຂ້າງຂອງອ້າຍຄຳພັນໃຊ້ງານບໍ່ໄດ້ຂ້ອຍກໍ່ຍິນດີທີ່ຈະມອບດວງຕາຂ້າງໜຶ່ງຂອງຂ້ອຍໃຫ້ອ້າຍຄຳພັນ. ຫລັງຈາກທີ່ກວດແລ້ວທ່ານໝໍກໍ່ເອີ້ນຂ້ອຍເຂົ້າໄປພົບ ທ່ານໝໍບອກວ່າ ໂອກາດທີ່ອ້າຍຄຳພັນຈະກັບມາເບີ່ງເຫັນ ມີພຽງແຕ່ 50% ເພາະເສັ້ນປະສາດຕາຂອງອ້າຍຄຳພັນຖືກກະທົບກະເທື່ອນຢ່າງຮຸ່ນແຮງເປັນເວລາຫລາຍປີບໍ່ໄດ້ຮັບການຮັກສາ. ທ່ານໝໍໃຫ້ເວລາ 1 ອາທິດເພື່ອກ້ຽມໂຕໃນການເຂົ້າຜ່າຕັດ,ຈາກນັ້ນຂ້ອຍກໍ່ພາອ້າຍຄຳພັນກັບມາເຮືອນ ແລະ ແຈ້ງຂ່າວໃຫ້ພໍ່ກັບແມ່ຮູ້ ພວກເພີ່ນຂື້ນມາວຽງຈັນໃນມື້ຕໍ່ ພໍແຕ່ເພີ່ນໄດ້ເຫັນໜ້າອ້າຍຄຳພັນ ຄົງຈະບໍ່ມີອັນໃດທີ່ຈະເຮັດໃຫ້ພໍ່ກັບແມ່ດີໃຈໄດ້ດີກວ່ານີ້ອີກແລ້ວ ແມ່ເຂົ້າໄປໂອບກອດອ້າຍຄຳພັນຄືກັບວ່າອ້າຍຄຳພັນຍັງເປັນລູກນ້ອຍຂອງເພີ່ນຢູ່ ນ້ຳຕາຂອງພໍ່ກັບແມ່ກໍ່ບໍ່ຮູ້ວ່າໄຫລອອກມາຈາກທາງໃດບໍ່ຢຸດຈັກເທື້ອ.

ຄວາມຮູ້ສຶກນີ້ຂ້ອຍສາມາດຮັບຮູ້ມັນໄດ້ ແຕ່ຂ້ອຍບໍ່ອາດຈະເວົ້າເປັນຄຳອັນຊຶ່ງໆໃຫ້ຄົນອື່ນເຂົ້າໃຈນຳນອກຈາກຄຳວ່າດີໃຈ. ໜຶ່ງອາທິດຜ່ານໄປຫລັງຈາກທີ່ອ້າຍຄຳພັນເຂົ້າຜ່າຕັດ ປາກົດວ່າສະຫວັນຍັງເຂົ້່າຂ້າງຄົນດີໆຄືອ້າຍຄຳພັນ ອ້າຍຄຳພັນສາມາດກັບມາເບີ່ງເຫັນໄດ້ອີກຄັ້ງ.ຄອບຄົວເຮົາຕັດສິນໃຈມາດຳລົງຊີວິດຢູ່ວຽງຈັນໂດຍທີ່ ຂ້ອຍໄດ້ປຸກເຮືອນອີກຫລັງໜຶ່ງໄວ້ໃຫ້ອ້າຍຄຳພັນ ແລະ ພໍ່ແມ່ຢູ່ ເພາະຂ້ອຍຮູ້ວ່າພວກເພີ່ນຢູ່ແບບນັ້ນຈະສະດວກກວ່າ. ຂ້ອຍໄດ້ໃຫ້ອ້າຍຄຳພັນເຂົ້າມາເຮັດວຽກໃນບໍລິສັດໂດຍທີ່ມອບຕ່ຳແໜ່ງ ຫົວໜ້າຝ່າຍບຸກຄາລະກອນໃຫ້ ແຕ່ອ້າຍຄຳພັນບໍ່ຮັບ ອ້າຍຄຳພັນຂໍເປັນພຽງພະນັກງານນ້ອຍໆທຳມະດາຄົນໜຶ່ງ.ເພາະອ້າຍຄຳພັນບໍ່ຢາກໃຫ້ຄົນໃຫ້ບໍລິສັດເສຍຄວາມສັດທາໃນໂຕຂ້ອຍ ແລະກໍ່ເກງໃຈອາລີນຳ. ຖືວ່າໂຊກດີທີ່ຂ້ອຍໄດ້ອາລີມາເປັນຄູ່ຊີວິດ ແລະ ອາລີກໍ່ເຂົ້າໃຈທຸກຢ່າງໃນສະພາບຄອບຄົວຂ້ອຍ. ຈາກນັ້ນ 3 ປີ ອ້າຍຄຳພັນແຕ່ງງານກັບສາວໃນບໍລິສັດແຫ່ງນີ້ ແລະ ໄດ້ພາກັນອອກໄປເຮັດທຸລະກິດຄ້າຂາຍເປັນຂອງຕົນເອງ. ຂ້ອຍກັບອ້າຍຄຳພັນກໍ່ຍັງໄປມາຫາສູ່ໃຫ້ຄວາມຊ່ວຍເຫລືອເຊີ່ງກັນແລະກັນສະເໝີຈົນຮອດປະຈຸບັນ. ຈົບ

ແຕ່ງໂດຍ: ສໍທ່ຽງທຳ