ອີງຕາມການຖະແຫຼງຂ່າວຂອງຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ໂຄວິດ-19 ໃນວັນທີ 11/09/2020 ສປປ ລາວ ເຮົາພົບຜູ້ຕິດເຊື້ອໂຄວິດ ເພີ້ມຂື້ນ 01 ຄົນ ເຊິ່ງເປັນນັກກິລາກອງທັບທີ່ເດີນທາງກັບຈາກການໄປຮ່ວມງານກິລາ ທີ່ປະເທດລັດເຊຍ.
(ແຕ່ໄດ້ກວດພົບໃນຂະນະທີ່ກັກຕົວຢູ່ສູນ ແລະ ມີການປ້ອງກັນຕົນເອງຢ່າງເຄັ່ງຄັດໃນໄລຍະການເດີນທາງ) ປະຈຸບັນໄດ້ນຳຕົວໄປປິ່ນປົວທີ່ໂຮງໝໍມິດຕະພາບແລ້ວ. ຂໍເປັນກຳລັງໃຈໃຫ້ປິ່ນປົວເຊົາໄວໆ
ບໍ່ຕ້ອງແຕກຕື່ນອ້າຍນ້ອງນັກກິລາຂອງພວກເຮົາໄດ້ມີການປ້ອງກັນຂັ້ນພື້ນຖານຕາມຫຼັກການສາກົນກອ່ນຂື້ນຍົນ ກັບມາຮອດລາວແມ່ນໄດ້ເຂົ້າສູນກັກກັນ ຫຼັກ 27 ທີ່ນະຄອນຫຼວງວຽງຈັນ ບໍ່ໄດ້ກັບບ້ານແລະໄປທາງໃດ. ເປັນກຳລັງໃຈໃຫ້ອ້າຍນອ້ງພວກເຮົາທຸກຄົນພົ້ນຜ່ານວິກິດທຸກປະການ