ເຫດນ້ຳຖ້ວມຈາກພາຍຸໝູນເຂດຮ້ອນຖະຫຼົ່ມ ແລະຍັງມີສັດລ້ຽງ ປະເພດງົວ ແລະ ສັດປີກ 150.800 ໂຕ ຕ້ອງຕາຍ ຫລື ຖືກກະແສນ້ຳພັດ. ຂະນະນີ້ ຫວຽດນາມ ຍັງກຽມຮັບມືກັບພາຍຸຫົວໃໝ່ ທີ່ພວມເຄື່ອນຕົວ ມາຈາກທະເລຈີນໃຕ້ ແລະ ຄາດວ່າ ຈະສົ່ງຜົນໃຫ້ເກີດຝົນຕົກໜັກອີກຄັ້ງ. ຂະນະທີ່ ກອງທັບຫວຽດນາມ ນຳໃຊ້ເຮີລີກົບແຕ້ ອອກປະຕິບັດການຊ່ວຍເຫລືອ ຊາວປະມົງ 8 ຄົນໃນທ້ອງທະເລ ທີ່ມີຄື້ນລົມພັດຮຸນແຮງ ຂອງແຂວງກວ໋າງຈິ.
ໃນຈຳນວນນີ້ ມີຊາວປະມົງ ເສຍຊີວິດ 3 ຄົນ ແລະ ອີກ 3 ຄົນສູນຫາຍ. ຂະນະນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ຍົກຍ້າຍປະຊາຊົນ 45.800 ກວ່າຄົນ ອອກຈາກພື້ນທີ່. ສ່ວນເຮືອນປະຊາຊົນ 109.000 ກວ່າຫລັງ ຖືກນ້ຳຖ້ວມຂັງ ແລະ ມີ 382 ຫລັງໄດ້ຮັບຄວາມເສຍຫາຍຢ່າງໜັກ. ເນື້ອທີ່ນາ ໄດ້ຮັບຄວາມເສຍຫາຍ ເກືອບ 580 ເຮັກຕາ ແລະ ພື້ນທີ່ປູກຝັງ 38.000 ກວ່າເຮັກຕາ ຖືກນ້ຳຖ້ວມຂັງ.
ວັນທີ 12 ຕຸລາ ນີ້, ຄະນະກຳມະການສູນກາງ ເພື່ອຂັບເຄື່ອນ ຄວບຄຸມ ແລະ ປ້ອງກັນໄພທຳມະຊາດ ຂອງຫວຽດນາມ ຖະແຫລງວ່າ ມີຜູ້ປະສົບໄພນ້ຳຖ້ວມ ເຂດຊົນນະບົດ ຂອງແຂວງເຖືອທຽນເວ້, ກວ໋າງນາມ, ກວ໋າງບິ່ງ, ກວ໋າງຈິ ແລະ ກວ໋າງງາຍ ເຮັດໃຫ້ມີຜູ້ເສຍຊີວິດ 18 ຄົນ ແລະ ສູນຫາຍອີກ 14 ຄົນ ຍ້ອນກະແສນ້ຳໄຫລພັດຢ່າງຮຸນແຮງ.