ອຸທາຫອນໃຫ້ທຸກຄົນທີ່ ມີອາວຸດປືນໄວ້ຄອບຄອງ ທີ່ດັດແປງເອົາເອງ ແມ່ນຜິດກົດໝາຍ ແລະ ອັນຕະລາຍແກ່ຊີວິດ. ເມື່ອຫນວ່ຍກູ້ຊີບ ອອກກວດສອບເຫດພົບເຫັນຜູ້ບາດເຈັບ 1 ຄົນ, ເປັນເພດຊາຍ ອາຍຸ 25 ປີ, ໂດຍມີອາການເບື້ອງຕົ້ນແມ່ນມີບາດແຜເປີດຢູ່ກົກຂາເບື້ອງຊ້າຍ. ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນຈື່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງມາໂຮງໝໍແຂວງວຽງຈັນ.
ລາຍງານຈາກ 1625 ແຂວງວຽງຈັນ ໃຫ້ຮູ້ວ່າ ໃນວັນທີ 11 ຕຸລາ 2020 ເວລາ 11:30 ນາທີ ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຜ່ານເບີ 023 1625 ວ່າມີປືນລັ່ນໃສ່ຂາ ຢູ່ບ້ານ ນາຝ້າຍ ເມືອງທຸລະຄົມ ແຂວງວຽງຈັນ. ອຸບັດຕິເຫດ ເຈັບ-ປວ່ຍສຸກເສີນໂທແຈ້ງ: 023 1625 ; 030 4555114 ຕະຫລອດ 24 ຊົ່ວໂມງ.