ຕົ້ນເດືອນ ຕຸລາ 2020 ທີ່ນະຄອນຫຼວງວຽງຈັນ ແຮ່ນນ້າ ໄດ້ໂພສວ່າ ຂອບໃຈທຸກຄົນຂອບໃຈໂຕເອງທີຕັດສິນໃຈມາປະກວດມື້ນັ້ນຈົນໄດ້ debut ໃນມື້ນີ້ ນັບຕັ້ງແຕ່ມື້ນີ້ໄປຫວັງວ່າທຸກຄົນກະຍັງຕິດຕາມເເຮ່ນນ້າແລະເເຮ່ນນ້າສັນຍາຈະເຕັມທີ່ກັບທຸກວຽກງານແລະໜ້າທີ່ຂອງໂຕເອງ,
ຝາກຕາມພວກເຮົາ 4eve ທີຈະມີຜົນງານເພງອອກມາໃຫ້ທຸກຄົນໄດ້ຟັງໃນໄວໄວນີ້ເເລະຊີລີ້ເລື້ອງໃໝ່ທີ່ເເຮ່ນນ້າຈະຖ່າຍທຳໃນໄວໆນີ້ທີປະເທດລາວ ຂອບໃຈຈາກໃຈ ຫຼັງຈາກທີ່ແຮ່ນນ້າໄດ້ເປັນໜຶ່ງໃນ ສິນລະປິນໄວລຸ້ນກຸ່ມຍິງ 4eve ປະເທດໄທ ເປັນຄົນລາວຄົນດຽວໃນລຸ້ນທຳອິດ ສ້າງສື່ສຽງ
ແລະ ຄວາມຮືຮາຂອງແຟນຄັບທີ່ຕິດຕາມ ແຮ່ນນ້າ ສາວນ້ອຍຫຼາກຄວາມສາມດຄົນນີ້ມາໂດຍຕະຫຼອດ ໃນລາຍການ, ຫຼ້າສຸດ ແຮ່ນນ້າ ໄດ້ຂອບໃຈຄົນລາວທຸກຄົນທີເປັນກຳລັງໃຈໃຫ້ເເຮ່ນນ້າມາຕະຫຼອດນັບຕັ້ງເເຕ່ມື້ທຳອິດຈົນຮອດປະຈຸບັນຂອບໃຈທີ່ຕິດຕາມເເຮ່ນນ້າຂອບໃຈທີ່ສະຫນັບສະຫນຸນເເຮ່ນນ້າ
ຂອບໃຈທີຍັງບໍ່ລືມເເຮ່ນນ້າຂອບໃຈທຸກທຸກຜົນ vote ຂອບໃຈທີມງານທີ່ຢູ່ເບື້ອງໜ້າແລະເບື້ອງຫລັງຂອບໃຈຄອບຄົວ Tara Academy Agency Laos ຂອບໃຈໝູ່ໝູ່ທຸກຄົນຂອບໃຈໂຮງຮຽນຂອບໃຈຄອບຄົວຂອບໃຈອ້າຍເອື້ອຍນ້ອງ