ນອກຈາກນີ້ອຳນາດການປົກຄອງທ້ອງຖິ່ນຍັງລະບຸອີກວ່າ: ກຸ້ງແຊ່ແຂງຈາກປະເທດເອກົວດໍ (Ecuador) ມີຜົນການທົດສອບ Coronavirus ເປັນບວກ ໃນຮ້ານອາຫານຢູ່ເມືອງ Wuhu ມົນທົນ Anhui. Li Fengqin ເຊິ່ງເປັນຫົວໜ້າຫ້ອງປະຕິບັດການຈຸລະຊີບວິທະຍາ ຢູ່ສູນປະເມີນຄວາມສ່ຽງດ້ານຄວາມປອດໄພຂອງອາຫານແຫ່ງຊາດປະຈຳປະເທດຈີນ ກ່າວຕໍ່ນັກຂ່າວໃນເດືອນມິຖຸນາວ່າ: ອາຫານທີ່ປົນເປື້ອນໃນຫ້ອງເຢັນອາດເປັນແຫຼ່ງແຜ່ເຊື້ອໄດ້. ລາຍງານຈາກອຳນາການປົກຄອງທ້ອງຖິ່ນຂອງຈີນລະບຸວ່າ: ຜູ້ບໍລິໂພກໃນເມືອງ Shenzhen ສປ ຈີນ ໄດ້ເຕືອນໃຫ້ລະມັດລະວັງໃນການຊື້ອາຫານແຊ່ແຂງຈາກຕ່າງປະເທດ
ຫຼັງຈາກມີການກວດພົບເຊື້ອ Covid19 ຢູ່ຜິວຂອງປີກໄກ່ແຊ່ແຂງ ເຊິ່ງນຳເຂົ້າຈາກເບຣຊິນ. ຕົວຢ່າງປີກໄກ່ມີຜົນທົດສອບເປັນບວກ ຫຼັງຈາກເອົາເຄື່ອງມືໄປສະແກນບໍລິເວນພື້ນຜິວຂອງຊີ້ນປີກໄກ່ ແລະ ໃນລາຍງານກ່ອນໜ້ານີ້ເຄີຍລະບຸເຊັ່ນກັນວ່າ: ມີອາຫານທະເລແຊ່ແຂງທີ່ນຳເຂົ້າຈາກຕ່າງປະເທດ ເຊິ່ງມີຜົນທົດສອບເປັນບວກ. ຕາມໝາຍເລກທະບຽນທີ່ລະບຸໃນຖະແຫຼງການໃຫ້ຮູ້ວ່າ: ໄກ່ມາຈາກໂຮງງານ Aurora Alimentos ເຊິ່ງຕັ້ງຢູ່ທາງຕອນໃຕ້ຂອງລັດ Santa Catarina ປະເທດເບຣຊິນ. ມີຕົວຢ່າງຜະລິດຕະພັນທີ່ເປັນອາຫານທະເລແຊ່ແຂງ ເຊິ່ງນຳເຂົ້າຈາກຕ່າງປະເທດ 3 ຕົວຢ່າງທີ່ມີຜົນທົດສອບ Coronavirus ເປັນບວກຢູ່ເມືອງ Yantai ມົນທົນ Shandong.