ອີງຕາມຂ່າວມຽນມາລາຍງານວັນທີ 14 ກຸມພາ 2021 ນີ້ວ່າ: ບໍລິສັດໂທລະຄົມມະນາຄົມອອກແຈ້ງການເຖິງລູກຄ້າວ່າຈະມີການຕັດສັນຍານອິນເຕີເນັດ ແຕ່ທ່ຽງຄືນວັນທີ 14 ກຸມພາ ເປັນຕົ້ນໄປລວມ 14 ວັນ.
ນອກຈາກນີ້ ໂຊຊຽວມຽນມາຍັງໄດ້ຖ່າຍພາບລົດຫຸ້ມເກາະແລ່ນຢູ່ຕາມນະຄອນຢ່າງກຸ້ງ ແລະຕົວເມືອງໃຫຍ່ຕ່າງໆ ເພາະວ່າວັນທີ 15 ກຸມພານີ້ບັນດາພະນັກງານລັດຖະກອນມຽນມານັດໝາຍກັນພ້ອມກັນວ່າຈະບໍ່ອອກໄປເຮັດວຽກທົ່ວປະເທດ.