ໃນວັນທີ 11/2/2021 ຄະນະຕ້ານໄພພິບັດຂັ້ນເມືອງນໍາໂດຍ ທ່ານ ບຸນຖອງ ສຸພາວົງ ກຳມະການພັກເມືອງ ຮອງເຈົ້າເມືອງໆປະທຸມພອນໄດ້ລົງຕິດຕາມເຫດອັກຄີໄຟ ( ໄຟໃໝ້ເຮືອນ) ທີ່ບ້ານໜອງບົວໃຫ່ຍເມືອງປະທຸມພອນ ແຂວງຈໍາປາສັກ ເພື່ອໃຫ້ກໍາລັງໃຈ ແລະ ເກັບກຳຂໍ້ມູນເບື້ອງຕົ້ນ ການລົງຕິດຕາມໃນຄັ້ງນີ້ໄດ້ຮູ້ວ່າ ໃນເວລາປະມານ 9 ໂມງເຊົ້າຂອງວັນທີ 11 ກຸມພາ 2021 ນີ້
ໄດ້ເກີດເຫດອັກຄີໄພ( ໄຟໃໝ້ເຮືອນ ) ຢູ່ບ້ານໜອງບົວໃຫ່ຍ,ເມືອງປະທຸມພອນ ເຊິ່ງເປັນເຮືອນຂອງນາງ ແພງ ອາຍຸ 72 ປີ,ອາຊີບເຮັດນາ, ມີຈໍານວນຄົນໃນຄອບຄົນທັງໝົດ 10 ຄົນ, ຍິງ 7 ຄົນ, ປະເພດເຮືອນໄມ້, ມີຈໍານວນ 4 ຫ້ອງເຮັດໃຫ້ສູນເສຍທັງຊັບສິນ ແລະ ເຄື່ຶອງໃຊ້ສອຍ ເປັນຕົ້ນເຄື່ຶອງໃຊ້ໄຟຟ້າ, ເຄື່ຶອງນຸ່ງຮົ່ມ, ວັດຖຸມີຄ່າ, ເຄື່ອງໃຊ້ຄົວເຮືອນ ແລະ ອື່ນໆ ເງິນສົດຈໍານວນ 70 ລ້ານກີບ, ຄໍາ 1 ບາດ, ລວມມູນຄ່າ້ເສຍຫາຍທັງໝົດ 222 ລ້ານກີບ.
ທ່ານ ບຸນຖອງ ສຸພາວົງຕ່າງໜ້າໃຫ້ອໍານາດການປົກຄອງເມືອງກໍ່ໄດ້ສະແດງຄວາມເສຍໃຈຕໍ່ຄອບຄົວຜຸ້ ຖື ກ ເ ຄ າ ະ ຮ້ າ ຍ ໃນຄັ້ງນີ້ພ້ອມທັງໂອລົ້ມໃຫ້ກໍາລັງໃຈ, ມີສະຕິໃນການໄປມາ ແລະໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງບ້ານຕ້ອງເປັນເຈົ້າການແຈ້ງເຕື່ອນພໍ່ແມ່ປະຊາຊົນໃຫ້ມີສະຕິລະວັງຕົວຂຶ້ນຕື່ມເພື່ອຫຼີກລຽງບໍ່ໃຫ້ມີເຫດການນີ້ເກີດອີກ. ສ່ວນນະໂມບາຍການຊ່ວຍເຫຼືອແມ່ນຈະໄດ້ນໍາສະເໜີຕໍ່ຄະນະໄພພິບັດຂັ້ນແຂວງສົມທົບກັບເມືຶອງແລ້ວຈະລົງມາຊ່ວຍເຫຼືອຕາມພາຍຫຼັງ ສ່ວນສາຍເຫດການເກີດອັກຄີໄພແມ່ນຍັງຢູ່ໃນຂັ້ນຕອນການສືບສວນຂອງເຈົ້າໜ້າທີ່