ຈາກເຟສບຸກ Davone Duangdany ໄດ້ເລົ່າເຫດການອັນສຸດແສນເສົ້າຂອງການປິດເມືອງທີ່ປະເທດຈີນໃນຕົ້ນເດືອນມັງກອນ 2020 ທີ່ຜ່ານມາເຮັດໃຫ້ຫຼາຍຊີວິດຕ້ອງໄດ້ຮັບຄວາມທຸກຍ້ອນໄວຣັດ ໂຄວິດ-19 ທີ່ໄດ້ລະບາດທົ່ວເມືອງໃນຂະນະນັ້ນ ເຊີ່ງຜູ້ໃຊ້ເຟສບຸກດັ່ງກ່າວໄດ້ໂພສລາຍງານໄວ້ດັ່ງນີ້:
“ໃນຊ່ວງໄລຍະຜ່ານມາທີ່ຈີນຕໍ່ສູ້ກັບໂຄວິດ19, ຫລັງຈາກປິດເມືອງ ມີຫລາຍສິ່ງທີ່ເຮົາບໍ່ໄດ້ເຫັນວ່າເກີດຫຍັງຂື້ນແດ່ ມື້ນີ້ຂ້າພະເຈົ້າຂໍລວບລວມເອົາສິ່ງນັ້ນມາເວົ້າມີຮູບແຕ່ບໍ່ຂໍເອົາຮູບປະກອບມາໃສ່, ໃນການຕັດສິນໃຈອັນເດັດດ່ຽວປິດເມືອງນີ້ແມ່ນການຊັ່ງຊາຜົນໄດ້ຜົນເສຍຢ່າງຮອບຄອບແລະຈຳເປັນແທ້ໆ,
ນອກຈາກນັ້ນລັດຖະບານກໍ່ຕ້ອງສາມາດແບກຮັບພາລະທີ່ຕາມມາໄດ້ແທ້ໆ(ເຊິ່ງຊ່ຽວຊານກໍ່ເວົ້າເລີຍວ່າມີພຽງບໍ່ພໍເທົ່າໃດປະເທດໃນໂລກນີ້ ທີ່ລັດຖະບານຈະສາມາດແບກຮັບພາລະນີ້ໄດ້), ຄວາມຫຍຸ້ງຍາກນາໆປະການເຊັ່ນ: 1.ກ່ອນການປິດເມືອງ ໃນໄລຍະຕົ້ນທີ່ຍັງບໍ່ທັນເຂົ້າທີ່ເຂົ້າທາງ ຄົນແຕກຕື່ນກັກຕຸນອາຫານ ແລະເຄື່ອງປ້ອງກັນ, ໃນສະຖານະການແບບນີ້ ຄົນທຸກຍາກນັ້ນລຳບາກຫລາຍ, ສະຫລຸບສິ່ງທີ່ຈຳເປັນພວກນີ້ໄປຢູ່ກັບຄົນມີຖານະໝົດ ເຊັ່ນຜ້າອັດປາກໄປຢູ່ໃນເມືອງຊຽງໄຮ້ກວມເອົາ 22% ຂອງທີ່ມີໃນຕະຫລາດ,
2.ມີຄົນຈຳນວນຫລາຍທີ່ມາເຮັດວຽກຕ່າງເມືອງ ເຊົ່າເຮືອນ,ການປິດເມືອງຄືເຂົາເຈົ້າບໍ່ໄດ້ເງິນເດືອນແຕ່ຄ່າເຊົ່າຕ້ອງຈ່າຍ,3.ມີຫລາຍບໍລິສັດໂຮງງານຂະໜາດກາງ ແລະນ້ອຍປິດເມືອງດົນໂພດ ລົ້ມລະລາຍໄປເລີຍ,3. ມີຄົນຂາຍດອກໄມ້ກ່ອນປິດເມືອງ ຮູ້ລະວ່າດອກໄມ້ບໍ່ໄດ້ຂາຍ ຄວາມເຈັບໃຈ ເອົາມີດພ້າຟັນດອກໄມ້ຖິ້ມ,4.ມີຄົນລ້ຽງເປັດ ໄກ່ບໍ່ມີຫົວອາຫານເກືອ ເບິ່ງເປັດໄກ່ ຈຳນວນຊາວຫ້າສິບພັນໂຕ ລົ້ມຕາຍໄປເທື່ອລະໜ້ອຍຕໍ່ໜ້າຕໍ່ຕາ,ບາງຄົນບໍ່ຢາກເຫັນພາບນັ້ນກະເອົາໄປຝັງທັງເປັນເລີຍຊະ,
5. ຄົນລ້ຽງເຜິ້ງ ຍ້ອນປິດເມືອງເຂົ້າໄປເບິ່ງເຜິ້ງບໍ່ໄດ້ ມື້ເປີດເມືອງໄປເຫັນເຜິ້ງຕາຍໝົດ ຄົນທີ່ຢືມເງິນມາເຮັດທຸລະກິດ ຂ້າຕົວຕາຍ,6.ເດັກນ້ອຍຫ້າຫົກປີ ຍ້ອນພໍ່ແມ່ປະກັນ,ຢູ່ກັບປູ່ສອງຄົນ ບັງເອີນຊ່ວງປິດເມືອງ ປູ່ເສຍຊີວິດ(ບໍແມ່ນຍ້ອນໂຄວິດ19),ລາວເອົາຜ້າຫົ່ມໄປຕູ້ມໃຫ້ປູ່ລາວແລະບໍ່ອອກບ້ານ ກິນເຂົ້າໜົມທີ່ມີຢູ່ໃນບ້ານເປັນເວລາຫົກມື້ບັງເອີນມີຄົນມາເຄາະຕູເພື່ອກວດອຸນຫະພູມແຕ່ລະຄົນໃນຊຸມຊົນ ຈື່ງເຈິເດັກຜູ້ນີ້ແລະບໍ່ກ້າອອກບ້ານຍ້ອນວ່າປູ່ບອກຫ້າມໄປໃສທາງນອກມີໄວຣັດຖ້າຊ້າກວ່ານີ້ແມ່ນອົດຕາຍໃນບ້ານ,
7.ມີພໍ່ຕູ້ຂາຍໝາກໄມ້ເຊື່ອມນຳ້ຕານອອກໄປຂາຍ ໜ່ວຍງານປ້ອງກັນເຫັນໄລ່ໃຫ້ກັບ ລາວເວົ້າວ່າ: ຊິກັບຈັ່ງໃດບໍ່ມີເງິນກິນເຂົ້າກໍ່ຕາຍຄືກັນ,8. ມີຫລາຍຄົນຕ້ອງເກັບຂອງກິນຕາມຂີ້ເຫຍື້ອ,9. ໃນປີນີ້ຄາດວ່າຄົນທີ່ຮຽນຈົບຫລາຍຄົນຈະບໍ່ມີວຽກເຮັດເນື່ອງຈາກຫລາຍບໍລິສັດແມ່ນບໍ່ສາມາດຮັບພະນັກງານເພີ້ມ ບາງບໍລິສັດກະລົ້ມລະລາຍແລ້ວ, ນອກຈາກນັ້ນຍັງບໍ່ເວົ້າບັນຫາຫຍໍ້ທໍ້ອື່ນໆໃນສັງຄົມ ຖ້າເປັນໃນປະເທດອື່ນເຊັ່ນ ຂີ້ລັກ,ໂຈນ,…ທຸກສິ່ງນີ້ຜູ້ມີຖານະຕ້ອງໄດ້ຊ່ວຍສັງຄົມເຊັ່ນບໍ່ເອົາຄ່າເຊົ່າເຮືອນ,
ລັດຖະບານຮັບພາລະອື່ນໆເຊັ່ນ: ບໍ່ເກັບພາສີອາກອນ,ຄ່າປິ່ນປົວ,ຮັບພາລະແບກຫາບການສູນເສຍຕ່າງໆ…ທຸກມື້ນີ້ຄັນໄປຖາມເຂົາເຈົ້າໃຜກໍ່ຕ້ອງເວົ້າເປັນສຽງດຽວກັນວ່າ ຄວນຕື່ນຕົວໄວ ແລະມີມາດຕະການປ້ອງກັນຕັ້ງແຕ່ຕອນທີ່ມີຄົນເຈັບ27 ຄົນເພື່ອຈະບໍ່ຕ້ອງໄດ້ປິດເມືອງ,ເພື່ອຈະຄວບຄຸມການແຜ່ເຊື້ອໃຫ້ມີໃນປະລິມານທີ່ໜ້ອຍແລະແຜ່ລາມຊັກຊ້າລະບົບສາທາລະນະສຸກຈື່ງຈະຮັບໄຫວ,ຈື່ງຈະບໍ່ມີຄົນເສຍຊີວິດຫລາຍປານນີ້.
ຕອນນີ້ຍັງບໍ່ຢາກຄິດອີກອັນໜື່ງ ຄັນສັງຄົມໄທກໍ່ແຕກຕື່ນກັກຕຸນອາຫານຄືຄົນບາງຄົນ ແລະ ມີຄົນເຮັດແບບນີ້ເປັນຈຳນວນຫລາຍຂື້ນເລື້ອຍໆ ມັນຈະສົ່ງຜົນກະທົບຕໍ່ເຮົາແນວໃດ,ຂະໜາດຜ້າອັດປາກຍັງຊຳ່ນີ້.”