ອີງຕາມການຄາດຄະເນຂອງກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສສ ຫວຽດນາມ ໃຫ້ຮູ້ວ່າ ພາຍໃນປະເທດຫວຽດນາມ ຍັງຕ້ອງການພະລັງງານໄຟຟ້າ ໃນປີ 2021 ຈໍານວນ 3,7 ຕື້ kwh, ປີ 2022 ແມ່ນ 10 ຕື້ kwh, ປີ 2023 ແມ່ນ 15 ຕື້ kwh. ແຕ່ຄວາມຕ້ອງການດັ່ງກ່າວຈະມີທ່າອ່ຽງຫຼຸດລົງ ໃນປີ 2024-2025 ຄື 7 ຕື້ kwh ແລະ 3,5 ຕື້ kwh. ເພື່ອຕອບສະໜອງຄວາມຕ້ອງການດັ່ງກ່າວ ໃນວັນທີ 4 ມັງກອນ 2020 ຜ່ານມາ ສສ ຫວຽດນາມ ໄດ້ເຊັນບົດບັນທຶກຊື້ພະລັງງານໄຟຟ້າ ຈໍານວນ 1,5 ຕື້ kwh ຈາກ ກຸ່ມບໍລິສັດ ທີ່ລົງທຶນພັດທະນາພະລັງງານໄຟຟ້າ ຢູ່ ສປປ ລາວ.
ນອກນັ້ນ, ເວັບໄຊ vnexpress.net ຂອງຫວຽດນາມລາຍງານວ່າ: ການຈັດກອງປະຊຸມ ຄັ້ງທີ 43 ຂອງຄະນະກໍມະການຮ່ວມມືທະວິພາຄີລະຫວ່າງລັດຖະບານລາວ ແລະ ລັດຖະບານຫວຽນດນາມ ປະຈໍາປີ 2021 ໃນລະຫວ່າງວັນທີ 5-6 ທັນວາ 2020 ຜ່ານມາ ກຸ່ມບໍລິສັດພະລັງງານໄຟຟ້າຫວຽດນາມ ໄດ້ເຊັນ 3 ບົດບັນທຶກຊື້ພະລັງງານໄຟຟ້າກັບ ບັນດາບໍລິສັດລົງທຶນດ້ານພະລັງງານໄຟຟ້າຈາກ ສປປ ລາວ ເຊິ່ງປະກອບມີ ບົດບັນທຶກພັດທະນາໂຄງການໄຟຟ້ານໍ້າຕົກນໍ້າເຢືອງ, ໄຟຟ້ານໍ້າຕົກ ນໍ້າເນີນ 1 ແລະ ນໍ້າເນີນ 3 ແລະ ໂຮງງານໄຟຟ້າຖ່ານຫີນນໍ້າເປີນ ເພື່ອຕອບສະໜອງຄວາມຕ້ອງການພະລັງງານໄຟຟ້າ ຂອງ ສສ ຫວຽດນາມ ຫຼັງປີ 2024.
ເຊິ່ງການພັດທະນາໂຄງການພະລັງໄຟຟ້ານໍ້າຕົກນໍ້າເຢືອງ ມີກໍາລັງການຜະລິດ 84 MW ແລະ ໂຄງການໂຮງງນໄຟຟ້າຖ່ານຫີນ ມີກໍາລັງການຜະລິດ 300 MW ເປັນໂຄງການຂອງບໍລິສັດພົງຊັບທະວີ ມີແຜນຂາຍໄຟຟ້າ ໃຫ້ ກຸ່ມບໍລິສັດພະລັງງານໄຟຟ້າຫວຽດນາມ ໃນປີ 2024 ແລະ 2025. ສໍາລັບໂຄງການໄຟຟ້ານໍາຕົ້ກນໍ້າເນີນ 1 ແລະ 3 ແມ່ນບໍລິສັດ ຄົງຊັບພັດທະນາພະລັງງານ (Kong sup Hydro Development Company) ມີກໍາລັງການຜະລິດ 124MW ຄາດກະເນຈະສົ່ງໄຟຟ້າໃຫ້ ຫວຽດນາມໃນລະຫວ່າງປີ 2024-2025.