ຈາກພະນັກງານອາສາຕອນນີ້ໄດ້ມາເປັນພໍ່ຄ້າຂາຍໝາກໄມ້

ຄືຜູ້ຊາຍຄົນນີ້ທີ່ໄດ້ຕັດສິນໃຈຫັນຫຼັງໃຫ້ກັບການເປັນພະນັກງານອາສາສະໝັກຂອງລັດແລ້ວຫັນໜ້າສູ່ອາຊີບໃໝ່ ຈົນສາມາດຫາລ້ຽງຄອບຄົວໄດ້. ເລື່ອງລາວຂອງຊາຍໜຸ່ມຄົນນີ້ຈະເປັນແນວໃດນັ້ນ ມາຕິດຕາມໄປພ້ອມໆກັນ, ພັນ ເປັນພໍ່ຄ້າໜຸ່ມຈາກ ບ້ານ ນໍ້າຖ້ວມ ເມືອງ ເມືອງນໍ້າບາກ, ແຂວງ ຫຼວງພະບາງ, ຮຽນຈົບປະລິຍາຕີຈາກຄະນະເສດຖະສາດ, ມະຫາວິທະຍາໄລແຫ່ງຊາດ. ພາຍຫຼັງຮຽນຈົບໃນສົກປີ 2014-2015 ລາວໄດ້ສະໝັກເຂົ້າເຮັດວຽກຢູ່ທີ່ບໍລິສັດເອກະຊົນແຫ່ງໜຶ່ງຢູ່ໃນນະຄອນຫຼວງວຽງຈັນ ແຕ່ເມື່ອເຮັດວຽກໄດ້ໄລຍະໜຶ່ງ ພໍ່ແມ່ ແລະ ຍາດຕິພີ່ນ້ອງໄດ້ແນະນໍາໃຫ້ລາວກັບໄປຊອກເຮັດວຽກຢູ່ບ້ານເກີດ ເປົ້າໝາຍກໍຄືການເຂົ້າເຮັດວຽກນໍາລັດ.

ທໍາອິດ ພັນ ກໍຍັງລັງເລພໍສົມຄວນ ເພາະອາຊີບທີ່ເຮັດຢູ່ຕອນນັ້ນກໍຖືວ່າມີເງິນເດືອນພໍລ້ຽງຕົນເອງໄດ້ໃນລະດັບໜຶ່ງແລ້ວ. ແຕ່ສຸດທ້າຍລາວກໍໄດ້ຕັດສິນໃຈກັບໄປຊອກວຽກເຮັດຢູ່ບ້ານຕາມຄວາມປາຖະໜາຂອງຄອບຄົວ ເຊິ່ງແນ່ນອນວ່າດ່ານທໍາອິດຂອງເສັ້ນທາງອາຊີບສາຍນີ້ແມ່ນການເຂົ້າໄປເປັນພະນັກງານອາສາສະໝັກເພື່ອລໍຖ້າໂຄຕາລັດຖະກອນທ່າມກາງຄວາມແກ່ງແຍ້ງແຂ່ງຂັນຂອງຄົນຈໍານວນຫຼາຍ. ຕະຫຼອດໄລຍະຂອງການເປັນພະນັກງານອາສາສະໝັກຂອງລັດຢູ່ທີ່ເມືອງນໍ້າບາກ, ພັນໄດ້ຕັ້ງໜ້າເຮັດໜ້າທີ່ຂອງຕົນບໍ່ຕ່າງຫຍັງພະນັກງານລັດຖະກອນຄົນໜຶ່ງ ຍິ່ງເປັນຄົນເຂົ້າໄປເຮັດວຽກໃໝ່ກໍຕ້ອງໄດ້ເສຍສະຫຼະຫຼາຍສິ່ງຫຼາຍຢ່າງເພື່ອເປັນການ “ສ້າງຜົນງານ” ໃຫ້ພົ້ນເດັ່ນຢູ່ໃນສໍານັກງານອົງການທີ່ຕົນເອງສັງກັດຢູ່ ເຊິ່ງເຊື່ອວ່ານັ້ນອາດເປັນເງື່ອນໄຂອັນໜຶ່ງທີ່ຈະມີໂອກາດຍາດແຍ່ງເອົາຕົວເລກລັດຖະກອນໄດ້ງ່າຍຂຶ້ນ.

ເມື່ອເວລາຜ່ານໄປ ຄວາມຄິດຂອງພັນກໍເລີ່ມປ່ຽນ, ເກີດມີແນວຄິດທໍ້ໃຈ ເພາະເບິ່ງຄືວ່າໂອກາດ ແລະ ຄວາມມຸ້ງຫວັງທີ່ຕັ້ງໃຈໄວ້ນັ້ນຍັງຢູ່ໄກແສນໄກແທ້ໆ. ແຕ່ເນື່ອງຈາກວ່າ ນີ້ບໍ່ແມ່ນຄວາມມຸ່ງມາດປາຖະໜາຂອງຕົນເອງພຽງຄົນດຽວ ພັນຈຶ່ງຈໍາເປັນຕ້ອງໄດ້ລຸກຂຶ້ນກັດແຂ້ວສູ້ຕໍ່ໄປ. ປີນັ້ນມີອາສາສະໝັກເຮັດວຽກຢູ່ບ່ອນດຽວກັນສີ່ຄົນ ແຕ່ໄດ້ຮັບໂຄຕາພຽງແຕ່ຄົນດຽວ ຍັງເຫຼືອອີກສາມຄົນ ແລະ ຕົນເອງພັດເປັນຄົນທີ່ມາຕາມຫຼັງໝູ່ ຄິດວ່າຄືຊິບໍ່ມີໂອກາດແລ້ວ ກໍເລີຍຕັດສິນໃຈອອກ, ຈົນເວລາຜ່ານໄປສາມກວ່າປີ ພາບຄວາມຫວັງການເປັນພະນັກງານລັດທີ່ໄດ້ຍຶດໜ່ຽວຜູ້ຊາຍຄົນນີ້ໄວ້ຕະຫຼອດມາກໍໄດ້ພັງທະລາຍລົງ ເພາະໃນເວລານັ້ນລາວກໍໄດ້ສ້າງຄອບຄົວ ແລະ ຜູ້ເປັນເມຍກໍກຽມທີ່ຈະໃຫ້ກໍາເນີດສະມາຊິກໃໝ່ ເຊິ່ງນັ້ນກໍໝາຍເຖິງພາລະທີ່ລາວຕ້ອງໄດ້ຮັບຜິດຊອບເພີ່ມຂຶ້ນ, ພັນ ເລີຍຕັດສິນໃຈຫັນຫຼັງໃຫ້ກັບການເປັນພະນັກງານອາສາຂອງລັດແລ້ວຫັນໜ້າສູ່ການສ້າງອາຊີບໃໝ່ຕາມເງື່ອນໄຂຂອງຕົນທີ່ພໍເຮັດໄດ້.

ພັນ ໄດ້ເລີ່ມຕົ້ນຈາກການຫາຊື້ເຄື່ອງປ່າຂອງດົງຈາກປະຊາຊົນຢູ່ບັນດາບ້ານຕ່າງໆຕາມເຂດຊານເມືອງ ແລ້ວນໍາໄປຂາຍຕໍ່ຢູ່ພາຍໃນຕົວເມືອງ ຫຼື ບາງເທື່ອກໍນໍາເອົາໄປຂາຍສົ່ງໃຫ້ພໍ່ຄ້າແມ່ຄ້າຢູ່ນະຄອນຫຼວງພະບາງ. ຫຼັງຈາກທ້ອນໂຮມເກັບຫ້າເກັບສິບມາໄດ້ໄລຍະໜຶ່ງ, ພັນ ເຫັນວ່າຄວາມຕ້ອງການໃນການລ້ຽງງົວ ຢູ່ເຂດດັ່ງກ່າວແມ່ນມີທ່າອ່ຽງສູງຂຶ້ນ ລາວຈຶ່ງໄດ້ປຶກສາກັບຜູ້ເປັນອ້າຍ ທີ່ເຮັດວຽກຢູ່ນະຄອນຫຼວງວຽງຈັນ ແລະ ໄດ້ຕົກລົງຮ່ວມກັນເຮັດກິດຈະການຄ້າຂາຍງົວຢ່າງເອົາຈິງເອົາຈັງ ແລະ ໄດ້ຈົດທະບຽນວິສາຫະກິດຢ່າງຖືກຕ້ອງຕາມລະບຽບກົດໝາຍ. ໂດຍຜູ້ເປັນອ້າຍເຮັດໜ້າທີ່ປະສານງານ ແລະ ຕິດຕໍ່ຊື້-ຂາຍ, ສ່ວນພັນກໍຮັບໜ້າທີ່ຂົນສົ່ງງົວຈາກຕົ້ນທາງ ເຊິ່ງສ່ວນຫຼາຍແມ່ນຈາກນະຄອນຫຼວງວຽງຈັນ ແລ້ວນໍາສົ່ງໄປໄວ້ຢູ່ສະຖານທີ່ເຊິ່ງໄດ້ສ້າງຂຶ້ນໄວ້ສະເພາະເພື່ອຮອງຮັບ ແລະ ຈໍາໜ່າຍຢູ່ທີ່ເມືອງນໍ້າບາກ.

ການກ້າວເຂົ້າສູ່ສາຍອາຊີບນີ້ເຮັັດໃຫ້ ພັນ ຕ້ອງໄດ້ເດີນທາງ ຈາກນະຄອນຫຼວງວຽງຈັນໄປຫາແຂວງຫຼວງພະບາງ ຢູ່ເລື້ອຍໆ ເຊິ່ງຖ້າເປັນໄລຍະທີ່ມີການສັ່ງຊື້ງົວເປັນຈໍານວນຫຼາຍລາວຕ້ອງໄດ້ເດີນທາງໄປກັບເຖິງ 3 ຖ້ຽວຕໍ່ອາທິດ. ແຕ່ທຸກໆເທື່ອເດີນທາງກັບມາຈາກຫຼວງພະບາງ ລາວຈະຊອກຫາສິນຄ້າທ້ອງຖິ່ນທີ່ຫາໄດ້ຕາມລະດູການເພື່ອນໍາມາຂາຍຢູ່ນະຄອນຫຼວງວຽງຈັນ ເປັນຕົ້ນແມ່ນ ໝາກກ້ຽງ, ສາລີ, ໜໍ່ໄມ້ ແລະ ເຄື່ອງປ່າຂອງດົງຕ່າງໆ ເຊິ່ງເປັນວິທີທີ່ຊ່ວຍສາມາດສ້າງລາຍຮັບເສີມອີກທາງໜຶ່ງໄດ້ເປັນຢ່າງດີ. ມາຮອດຕອນນີ້ກໍເກືອບ 3 ປີແລ້ວ ພັນ ຍັງຄົງຕັ້ງໜ້າເກັບຫ້າເກັບສິບ, ຫາຫຼາຍຈ່າຍໜ້ອຍ ແລະ ຊອກທຸກຊ່ອງທາງທີ່ສາມາດສ້າງລາຍຮັບເສີມໄດ້. ປັດຈຸບັນນີ້ ລາວກໍມີລົດຮຸນໄດໄວ້ສໍາລັບຂົນສົ່ງສິນຄ້າເປັນຂອງຕົນເອງແລ້ວ ແລະ ລາວຍັງໄດ້ຕັ້ງຄວາມຫວັງວ່າໃນອະນາຄົດຈະພະຍາຍາມສູ້ຊົນໃຫ້ສາມາດສ້າງກິດຈະການຄົງທີ່ໃຫ້ເປັນຂອງຕົນເອງໃຫ້ໄດ້.

ຕອນນີ້ຍັງມີຄວາມຄິດຢາກກັບໄປເຮັດວຽກນໍາລັດຢູ່ບໍ່ນໍ ບໍ່…ບໍ່ຢາກເຮັດແລ້ວ ຖ້າເປັນໄປໄດ້ກໍຢາກເຮັດກິດຈະການເປັນຂອງຕົນເອງດີກວ່າ ພັນ ທັງຕອບທັງຍິ້ມ, ໃຫຍ່ຂຶ້ນມາຂໍໃຫ້ໄດ້ເປັນເຈົ້າເປັນນາຍເດີ ເປັນຄໍາອວຍພອນທີ່ມັກໄດ້ຍິນຢູ່ເລື້ອຍໆຈາກປາກຂອງຜູ້ເຖົ້າຜູ້ແກ່ທີ່ໄດ້ບອກກ່າວຕໍ່ລູກຫຼານຂອງຕົນຕະຫຼອດມາ ແລະ ນີ້ອາດເປັນສິ່ງໜຶ່ງທີ່ໄດ້ປູກຝັງໃຫ້ຄົນໄວໜຸ່ມຈໍານວນຫຼາຍ ມີແນວຄິດໄຝ່ຝັນຕາມຄຳອວຍພອນນີ້ ນັ້ນຄືການໄດ້ເຂົ້າເຮັດວຽກນໍາລັດ. ແຕ່ໃນທຸກມື້ນີ້ການກ້າວເຂົ້າໄປເປັນພະນັກງານລັດຖະກອນນັ້ນບໍ່ແມ່ນເລື່ອງງ່າຍ ຍ້ອນຈໍານວນໂຄຕາທີ່ຖືກຈໍາກັດລົງໃນທຸກໆປີ ເຮັດໃຫ້ບາງຄົນຕ້ອງຍອມເຂົ້າໄປເປັນພະນັກງານອາສາສະໝັກເພື່ອລໍຖ້າເປັນເວລາຫຼາຍປີ ໂດຍຫວັງວ່າມື້ໜຶ່ງຈະມີໂຄຕາສໍາລັບຕົນເອງ. ເຖິງວ່າຫຼາຍຄົນຈະໄດ້ຮັບບັນຈຸເຂົ້າເປັນລັດຖະກອນຕາມທີ່ໄດ້ຫວັງໄວ້ ແຕ່ກໍຍັງມີອີກຫຼາຍໆຄົນທີ່ຕ້ອງສິ້ນຫວັງ ແລະ ຈໍາໃຈໄປຊອກຫາຫົນທາງອື່ນເຖິງວ່າຈະຕ້ອງໄດ້ເລີ່ມຕົ້ນນັບໜຶ່ງໃໝ່ກໍຕາມ.