ທີ່ນະຄອນຫຼວງວຽງຈັນ ວັນທີ 19/6/2020 ຈາກເຟສບຸກ “ກາບແກ້ວ ທໍາມະວົງ – Kabkeo Thammavong” ໄດ້ໂພສວ່າ
“ຂໍຝາກເຖິງໄວໜຸ່ມ “ຢ່າຟ້າວໃຈຮ້ອນ ຢາກປະສົບຄວາມສຳເລັດໃນຊີວິດໄວຫຼາຍ”
ຍ້ອນເຫັນປາກົດການຫຍໍ້ທໍ້ໃນສັງຄົມ ຈິ່ງຂໍຝາກເຖິງໄວໜຸ່ມລາວຍຸກໃໝ່ວ່າ ຢ່າຟ້າວໃຈຮ້ອນຢາກປະສົບຄວາມສຳເລັດໄວຫຼາຍ ຢ້ານແຕ່ບໍ່ຮັ່ງມີທັນຄົນອື່ນເຂົາ. ແຕ່ເຈົ້າຄວນຄິດເຖິງສິ່ງທີ່ສຳຄັນກວ່ານັ້ນ ແມ່ນແທນທີ່ຈະຟ້າວແລ່ນຕາມໃຫ້ທັນຄົນອື່ນ ໃນດ້ານຊື່ສຽງ ແລະ ຄວາມສຳເລັດທີ່ເປັນເປືອກນອກ ເຈົ້າຄວນເອົາເວລາ ມາສ້າງຮາກຖານໃຫ້ແໜ້ນຢູ່ດ້ານໃນ ໂດຍສ້າງນິດໄສແຫ່ງຄວາມສຳເລັດທີ່ຢູ່ພາຍໃນເຊັ່ນ ການຝຶກໃຫ້ເປັນຄົນທີ່ມີ:
ຄວາມຊື່ສັດ ແລະ ອົດທົນ,
ມີຄວາມຮັບຜິດຊອບ ແລະ ມີລະບຽບວິໄນ,
ມີຄວາມຄິດສ້າງສັນ ແລະ ກະຕືລືລົ້ນໃນການເຮັດວຽກ
ຮັກໃນສິ່ງທີ່ຕົນເອງເຮັດ ແລະ ພັດທະນາຄວາມຮູ້ຂອງຕົນຢູ່ສະເໝີ
ຖ້າເປັນຄົນທີ່ມີຄຸນສົມບັດພ້ອມຄືດັ່ງທີ່ກ່າວມານັ້ນ ການຊອກວຽກເຮັດງານທຳ ກໍຈະງ່າຍຂຶ້ນ ແລະ ທຸກອົງກອນ ກໍລ້ວນແຕ່ຕ້ອງການພະນັກງານປະເພດນີ້ ແລະ ບໍ່ຄວນລໍຖ້າແຕ່ຢາກເຮັດວຽກນຳລັດທີ່ໝັ້ນຄົງ ເຮັດນຳເອກະຊົນກໍໝັ້ນຄົງຄືກັນ ມັນຂຶ້ນກັບການບໍລິຫານລາຍໄດ້ຂອງຕົນເອງຫຼາຍກວ່າ, ສ່ວນວ່າເບື້ອງຕົ້ນອາດຈະຊອກວຽກໃນອົງກອນຍາກ ແຕ່ຖ້າບໍ່ລັງກຽດວຽກແລ້ວ ວຽກກໍຍັງພໍມີໃຫ້ເຮັດຢູ່ ໂດຍເລີ່ມຈາກບ່ອນນ້ອຍໄປກ່ອນ
ເມື່ອໃດທີ່ໄດ້ເຮັດວຽກແລ້ວ ບໍ່ວ່າຈະຢູ່ນຳລັດ ຫຼື ເອກະຊົນ, ຢູ່ນຳອົງກອນໃຫຍ່ ຫຼື ນ້ອຍ ຂໍແຕ່ອົດທົນ ຈົນເມື່ອຮອດຈຸດໆໜຶ່ງ ຄຸນສົມບັດທີ່ບໍ່ມີສອນໃນໂຮງຮຽນເຫຼົ່ານີ້ ກໍຈະກາຍເປັນຕົວພັກດັນໃຫ້ເຈົ້າປະສົບຄວາມສຳເລັດທີ່ໄວກວ່າ ແລະ ຍືນຍົງກວ່າຄົນທີ່ແລ່ນ ຢ້ານແຕ່ບໍ່ທັນຄົນອື່ນ
ເມື່ອກ່ອນຕອນທີ່ຂ້າພະເຈົ້າກຳລັງເປັນກຳມະກອນຊັກໂສ້ງສະລິບທີ່ໂຮງແຮມເມີກຽວ ກໍເຄີຍຄິດນ້ອຍໃຈໃນໂຊກຊາຕາຕົນເອງ ເພາະເຫັນໝູ່ເພື່ອນຄົນອື່ນຂີ່ລົດໃຫຍ່ໄປເຮັດວຽກທີ່ຫ້ອງແອແລ້ວ, ແຕ່ກໍຍ້ອນຂ້າພະເຈົ້າບໍ່ເຄີຍຢຸດພັດທະນາຕົນເອງ, ຕັ້ງໃຈຮຽນຮູ້, ອົດທົນ, ກະຕືລືລົ້ນ ແລະ ມີລະບຽບວິໄນໃຫ້ຕົນ ຈົນວ່າເກືອບຈະບໍ່ມີໝູ່ຫຼິ້ນນຳ ເພາະເປັນຄົນຈົນທີ່ທຳຕົວແປກປະຫຼາດ ຊ່າງເປັນຕາຊັງແທ້ໆ
ແຕ່ແລ້ວ ຈາກຄົນຈົນຄົນຂີ່ລົດຖີບ ເປັນກຳມະກອນຊັກໂສ້ງສະລິບ ທີ່ຍ່າງຊ້າເກືອບວ່າຈະບໍ່ທັນຄົນອື່ນ ແຕ່ສຸດທ້າຍກໍມີມື້ນີ້ໄດ້ ນັ້ນກໍເປັນເພາະການປູກຝັງນິດໄສທີ່ເປັນພື້ນຖານແຫ່ງຄວາມສຳເລັດທີ່ໂຮງຮຽນບໍ່ສອນ ແຕ່ສຳຄັນ ເພາະມັນເປັນເໝືອນດັ່ງການສ້າງອາຄານສູງ ໂດຍມີຮາກຖານທີ່ແໜ້ນໜາ ເຖິງຈະມີພາຍຸລົມແດງພັດມາ ແຕ່ອາຄານກໍຍັງຕັ້ງຢູ່ສະຫງ່າ ຍ້ອນຮາກຖານແໜ້ນໜາ ແລະ ແຂງແຮງນັ້ນເອງ.
“ຄວາມສຳເລັດໃນຊີວິດ ບໍ່ສາມາດວັດແທກກັນຢູ່ທີ່ຄວາມໄວ ແຕ່ວັດແທກກັນຢູ່ທີ່ຈຸດສຸດທ້າຍ, ແຕ່ສຳຄັນກວ່າຄວາມສຳເລັດ ກໍຄື ເຮັດວຽກທຸກມື້ ຂໍໃຫ້ຕົນເອງມີຄວາມສຸກ”.
(ພາບປະກອບ: ຕອນສະໄໝເປັນກຳມະກອນ ເມື່ອ 10 ປີກ່ອນ).”