ໃນວັນທີ 18 ພະຈິກ 2020 ນີ້ໄດ້ມີລົດຫວຽດນາມໄດ້ຂົນໄມ້ທ່ອນນ້ອຍ ແລ່ນມາຜ່ານຂົວຫ້ວຍກະຈາງ ເມືອງຊະຫນາມໄຊ, ແຂວງ ອັດຕະປື ເຮັດໃຫ້ຂົວດັ່ງກ່າວຫັກທົບເລີຍ ເຮັດໃຫ້ລົດຄາທີ່ບໍ່ສາມາດເຄື່ອນທີ່ໄດ້. ແຕ່ຢູ່ໃນຫ້ວຍນີ້ມີ 2 ຂົວ ຄືຂົວເກົ່າ ແລະ ຂົວໃຫມ່.
ແຕ່ໂຊກດີລົດຄັນດັ່ງກ່າວແລ່ນຂ້າມຂົວເກົ່າ ຈື່ງເຮັດໃຫ້ຂົວເກົ່ານັ້ນຫັກໄປ. ຜູ້ສັນຈອນຍັງສາມາດໃຊ້ຂົວໃຫມ່ຂົວເຫລັກສັນຈອນປົກກະຕິ ແນວໃດກໍຕາມການລັກລອກຂົນໄມ້ແມ່ນຜິດຕໍ່ ຄຳສັ່ງເລກທີ 15/ນຍ. ແລະ ຍ້ອນຄວາມເປັນຫ່ວງ ຈື່ງມີບາງຄົນໄດ້ດ່າໂດຍວ່າ
“ໃຫ້ເອົາຄຳສັ່ງດັ່ງ ໄປອ່ານໃຫ້ມັນຟັງແດ່ ແປເປັນພາສາຫວຽດ ພາສາຈີນພ້ອມ…ພວກມັນຈຶ່ງຊິເຂົ້າໃຈ ຜ່ານມາມີແຕ່ຄົນລາວເຂົ້າໃຈ ແລະ ປະຕິບັດຢ່າງເຂັ້ມງວດ.ແຕ່ພວກຫວຽດ ພວກຈີນມັນບໍ່ສົນໃຈນຳຄຳສັ່ງເລກທີ 15/ນຍ ເພາະມັນອ່ານພາສາລາວບໍ່ໄດ້ … ຈັບມັນກະບໍ່ໄດ້ແລ້ວ ເພາະມັນບໍ່ຮູ້ເດ”