ເຄື່ອງປ່າຂອງດົງເປັນປັດໃຈອັນໜຶ່ງສຳລັບການຄ້ຳປະກັນທາງດ້ານສະບຽງອາຫານ

ສະບັບພິເສດເພື່ອເນັ້ນໃຊ້ເຄື່ອງປ່າຂອງດົງ ໄດ້ສະຫຼຸບລວມໂດຍຫຍໍ້ ກ່ຽວກັບຄວາມເປັນຈິງທາງດ້ານເຄື່ອງປ່າຂອງດົງໄວ້ດັ່ງນີ້:
*ປະຊາຊົນລາວ ໄດ້ຮັບຜົນປະໂຫຍດຈາກຊີວະນາໆພັນ ສ່ວນໃຫ່ຍແມ່ນຕິດພັນກັບການນຳໃຊ້ຜະລິດຕະພັນຈາກປ່າໄມ້
* ມີພືດຈຳນວນ 757 ຊະນິດ ແລະ ສັດ 150 ຊະນິດໄດ້ຖືກຈັດໃຫ້ເປັນເຄື່ອງປ່າຂອງດົງ, ແຕ່ໃນໂຕຈິງແລ້ວແມ່ນອາດມີຈຳນວນຫຼາຍກວ່າຈຳນວນດັ່ງກ່າວເຖິງ 4 ຫາ 5 ເທົ່າຕົວ
* ບັນດາເຄື່ອງປ່າຂອງດົງຕ່າງໆເປັນປັດໃຈສຳຄັນຕໍ່ການຄ້ຳປະກັນສະບຽງອາຫານສຳລັບປະຊາຊົນໃນເຂດຊົນນະບົດ ໃນການບໍລິໂພກໂດຍກົງ ແລະ ການຂາຍເອົາເງິນເພື່ອຊື້ເຂົ້າກິນໃນເວລາຂາດເຂີນ
* ໃນເຂດພູດອຍ, ເຄື່ອງປ່າຂອງດົງໄດ້ສ້າງລາຍຮັບສູງເຖິງ 50% ໃຫ້ແກ່ປະຊາຊົນໃນເຂດຊົນນະບົດ
* ເຄື່ອງປ່າຂອງດົງປະກອບສ່ວນເປັນສິນຄ້າສົ່ງອອກຂອງ ສ ປ ປ ລາວ ເປັນຈຳນວນປະມານ 2% ຊຶ່ງມີມູນຄ່າ 6 ເຖິງ 7 ລ້ານໂດລາສະຫະລັດໃນແຕ່ລະປີ

* ໝາກແໜ່ງ ແລະ ໝາກຈອງບານໄດ້ຖືກນຳໃຊ້ເປັນຢາສະໝຸນໄພໃນປະເທດຈີນ, ແລະ ເປັນສິນຄ້າສົ່ງອອກທີ່ສຳຄັນທີ່ສຸດຂອງ ສ ປ ປ ລາວ ຊຶ່ງມີຈຳນວນສົ່ງອອກເຖິງ 60%-70% ຂອງຈຳນວນເຄື່ອງປ່າຂອງດົງທັງໝົດທີ່ສົ່ງອອກຕ່າງປະເທດ
* ເຄື່ອງປ່າຂອງດົງທີ່ຖືກສົ່ງອອກສ່ວນໃຫ່ຍແມ່ນໄປຍັງ ປະເທດຈີນ, ຫວຽດນາມ ແລະ ໄທ
* ເຄື່ອງປ່າຂອງດົງມີຄຸນຄ່າຕໍ່ກັບເສດຖະກິດມະຫາພາກ ແລະ ທ້ອງຖິ່ນ ດັ່ງນັ້ນຈຶ່ງຕ້ອງໄດ້ເຮັດການຄຸ້ມຄອງ ແລະ ອະນຸລັກຊີວະນາໆພັນ ເພື່ອເປັນເຄື່ອງຊຸກຍູ້ ຢ່າງແຂງແຮງເຂົ້າໃນການພັດທະນາເສດຖະກິດ
* ການຫັນປ່ຽນຈາກຮູບການຜະລິດສະບຽງອາຫານໃນເນື້ອທີ່ການຜະລິດຂະນາດນ້ອຍ ໄປສູ່ຮູບການ ການຜະລິດເປັນສິນຄ້າໂດຍການປູກພືດຊະນິດດຽວໃນເນື້ອທີ່ກວ້າງຂວາງໂດຍລວມແລ້ວແມ່ນມີຜົນກະທົບຕໍ່ຊັບພະຍາກອນເຄື່ອງປ່າຂອງດົງ ແລະ ຊີວະນາໆພັນ
ສະຫຼຸບແລ້ວ ເຄື່ອງປ່າຂອງດົງເປັນປັດໃຈອັນໜຶ່ງສຳລັບການຄ້ຳປະກັນທາງດ້ານສະບຽງອາຫານ ແລະ ສຳລັບເສດຖະກິດແຫ່ງຊາດ ແລະ ທ້ອງຖິ່ນ ມັນຍັງເປັນອົງປະກອບທີ່ສຳຄັນສຳລັບການລົບລ້າງຄວາມທຸກຍາກ, ການອຸນຸລັກປ່າໄມ້ ແລະ ຊີວະນາໆພັນ