ອົດສະຕຣາລີປະກາດສະຖານະການສຸກເສີນໃນຂະນະທີ່ຄື້ນຄວາມຮ້ອນກຳລັງເພີ່ມທະວີໃຫ້ໄຟໄໝ້ປ່າຍິ່ງທະວີຄວາມຮຸນແຮງ ທາງການອົດສະຕຣາລີປະກາດສະຖານະການສຸກເສີນເປັນເວລາ 7 ວັນ ໃນລັດນິວເຊົາເວລ ຫລັງຈາກຄື້ນຄວາມຮ້ອນຄັ້ງປະຫວັດສາດໄດ້ເຮັດໃຫ້ໄຟໄໝ້ປ່າໃນພື້ນທີ່ຍິ່ງລຸກລາມໂດຍຄາດວ່າໃນວັນທີ 19 ທັນວານີ້ ອຸນຫະພູມຢູ່ນະຄອນຊິດນີ ຈະເພີ່ມສູງຂຶ້ນໄປຮອດ 41 ອົງສາ
ແລະ ຈະສູງເຖິງ 45 ອົງສາ ໃນເຂດນອກເມືອງທາງຕາເວັນຕົກ ປະກອບກັບຈະມີລົມພັດແຮງດ້ວຍຄວາມໄວເຖິງ 100 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງຈະພັດໃຫ້ໄຟໄໝ້ປ່າເຂົ້າໃກ້ຕົວເມືອງຫລາຍຂຶ້ນອີກ. ເຈົ້າຄອງລັດນິວເຊົາເວລ ເປີດເຜີຍວ່າ: ການປະກາດສະຖານະການສຸກເສີນ ເຊິ່ງຖືເປັນການປະກາດຄັ້ງທີ 2 ນັບແຕ່ລະດູໄຟໄໝ້ປ່າໃນປີນີ້ເລີ່ມກ່ອນກຳນົດມາແຕ່ເດືອນກັນຍາເປັນຜົນມາຈາກສະພາບອາກາດແຫ້ງແລ້ງຫລາຍ
ແລະ ປັດຈຸບັນ ອົດສະຕຣາລີໄດ້ລະດົມເຈົ້າໜ້າທີ່ມອດໄຟ 2.000 ຄົນ ພ້ອມກຳລັງເສີມຈາກອາເມລິກາ, ການາດາ ແລະ ກອງທັບອົດສະຕຣາລີ ເພື່ອຄວບຄຸມໄຟໄໝ້ປ່າ. ໄຟໄໝ້ປ່າຍັງເຮັດໃຫ້ເກີດການປະທ້ວງໂຈມຕີລັດຖະບານອະນຸລັກນິຍົມທີ່ເຫັນອຸດສາຫະກຳການສົ່ງອອກຖ່ານຫີນຂອງປະເທດ ສຳຄັນກວ່າບັນຫາໂລກຮ້ອນ
ແລະ ການປ່ຽນແປງສະພາບອາກາດ ໂດຍຜູ້ປະທ້ວງມີແຜນຈະຊຸມນຸມຢູ່ໜ້າເຮືອນພັກຂອງນາຍົກລັດຖະມົນຕີ ສະກອດ ມໍຣິສັນ ໃນນະຄອນຊິດນີ ເພື່ອຮຽກຮ້ອງໃຫ້ອົດສະຕຣາລີຫລຸດການປ່ອຍແກັສເຮືອນແກ້ວແລະ ເພື່ອປະນາມນາຍົກລັດຖະມົນຕີທີ່ເດີນທາງໄປພັກຜ່ອນຢູ່ຕ່າງປະເທດໃນໄລຍະທີ່ຫລາຍພື້ນທີ່ຂອງອົດສະຕຣາລີກຳລັງຖືກໄຟປ່າເຜົາຜານ.
ອົດສະຕຣາລີ ຮ້ອນສຸດໆ ອຸນຫະພູມທະລຸ 53 ອົງສາແລ້ວ 🔥 ເມືອງໜຶ່ງທາງພາກໃຕ້ຂອງອົດສະຕຣາລີ ອຸນຫະພູມສູງເຖິງ 53 ອົງສາ ຖະໜົນລາດຢາງໝາກຕ໋ອຍຈົນເປື່ອຍລະລາຍ. ໄລຍະນີ້ນະຄອນຊິດນີ ດວງຕາເວັນເປັນສີເລືອດທຸກວັນ. ກ່ອນໜ້ານີ້ ອຸຕຸນິຍົມຂອງອົດສະຕຣາລີ ລາຍງານວ່າ: ໃນວັນທີ 18 ທັນວາ 2019 ເປັນຕົ້ນໄປ
ອຸນຫະພູມໃນຫລາຍເຂດຂອງອົດສະຕຣາລີ ອາດຈະສູງເຖິງ 40 ອົງສາ. ນອກຈາກນີ້, ຄື້ນຄວາມຮ້ອນທີ່ມາຈາກດ້ານຕາເວັນຕົກຂອງປະເທດ ຍັງຈະເຮັດໃຫ້ອົດສະຕຣາລີ ພົບກັບອຸນຫະພູມທີ່ສູງທີ່ສຸດເປັນປະຫວັດການ ຊຶ່ງສະຖິຕິອຸນຫະພູມທີ່ຮ້ອນທີ່ສຸດທີ່ 50.7 ອົງສາ ໃນວັນທີ 2 ມັງກອນ 1960.