ສ່ວນປະສົມ: ໝາກນັດ 1 ໜ່ວຍ, ໃບບົວລະພາ 1 ຂີດ , ຜັກຕຳນິນ 1 ກຳມື ນ້ຳສະອາດ 1 ລິດ, ນ້ຳເຜິ້ງ ແລະ ໝາກນາວ, ໄດ້ສ່ວນປະສົມແລ້ວກໍປອກເປືອກໝາກນັດອອກແລ້ວຊອຍເປັນຕ່ອນນ້ອຍໆ ລວມທັງແກ່ນປັ່ນລວມກັບໃບບົວລະພາ ແລະຜັກຕຳນິນ
ທີ່ລ້າງນ້ຳສະອາດດີແລ້ວປັ່ນໃຫ້ລະອຽດຈົນມຸ່ນໆແລ້ວຕອງເອົາແຕ່ນ້ຳປະສົມຄວາມຫວານ ຫຼື ສົ້ມດ້ວຍການຕື່ມນ້ຳເຜິ້ງ ຫຼື ໝາກນາວລົງໄປຕາມຄວາມຕ້ອງການ ແລ້ວດື່ມໄດ້ເລີຍຖ້າມັກເຢັນຈະນຳໄປແຊ່ໃນຕູ້ເຢັນ ໄວ້ດື່ມໄດ້ຖ້າເກັບໄວ້ດື່ມຫຼາຍໆມື້ກໍບໍ່ຄວນໃສ່ນ້ຳເຜິ້ງ ຫຼື ໝາກນາວລົງໄປເພື່ອລົດຊາດຈະບໍ່ປ່ຽນ ແປງ. ສັບພະຄຸນທີ່ຈະໄດ້:
ຫຼຸດລົມໃນຮ່າງກາຍ, ແກ້ ອາການເລືອດຂຸ້ນ, ເຮັດໃຫ້ເລືອດລ້ຽງສະໝອງ ສ່ວນໜ້າໄດ້ດີຂຶ້ນ, ຫຼຸດຄວາມດັນເລືອດສູງ, ບຳລຸງ ຫົວໃຈ, ເພີ່ມເມັດເລືອດແດງ, ຖ້າໃຊ້ທັງແກ່ນໝາກ ນັດດ້ວຍແມ່ນຈະຊ່ວຍເພີ່ມເມັດເລືອດຂາວ ແລະ ຫຼຸດອະນຸມູນອິດສະຫຼະດ້ວຍ. 👉ຝາກແຊໃປ້ເພື່ອນແນ່ເດີ້🙏🙏🙏