ມີຂ່າວດີມື້ນີ້ 25/04/2020 ບໍ່ມີຜູ້ຕິດເຊື້ອ ໂຄວິດ-19 ລາຍໃຫມ່ ຢູ່ ສປປ ລາວ ເປັນ ມື້ທີ 13 ຕິດຕໍ່ກັນ ນອກຈາກນັ້ນ ມື້ນີ້ ມີຜູ້ປ່ວຍ ທີ່ປົວຫາຍດີ ເພີ່ມອີກ 3 ຄົນ, ຊົມເຊີຍນັກຮົບຊຸດຂາວ (ແພດ-ໝໍ) ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີເພີ່ມອີກ ແລະ ອອກໂຮງແລ້ວມື້ນີ້
ຂໍສະແດງຄວາມຍິນດີກັບຜູ້ທີ່ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ ສາມາດກັບບ້ານໄດ້ຄື
1. ທ. ສີລິສັກ ພະນັກງານ ໂຮງແຮມ ຄຣາວພລາຊາ ກໍລະນີທີ 1 ເພດຊາຍ ອາຍຸ 28 ປີ ບ້ານຈັນສະຫວ່າງ ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 24/3/2020.
2. Mr.Boas ພະນັກງານບໍລິສັດ ພູເບ້ຍ ມາຍນິງ ຄົນປະເທດ ປາປົວ ນິວກີເນຍ ກໍລະນີທີ 11 ເພດຊາຍ ອາຍຸ 55 ປີ ສັນຊາດປາປົວນິວກີເນຍ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 5/4/2020.
3. ນັກສຶກສາ ກັບມາຈາກ ປະເທດອັງກິດ ກໍລະນີທີ 15 ເພດຍິງ ອາຍຸ 20 ປີ ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 7/4/2020.
ທັງ 3 ຄົນ ແມ່ນໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍແລ້ວ