ຊາຍໜຸ່ມເປັນຄູອາສາໄດ້ 7 ປີສຸດທ້າຍລາອອກໄປເຮັດວຽກໃໝ່

ຂອບໃຈເລື່ອງລາວດີໆຈາກ “ເດວິດ ລູກຊາຍຫຼ້າ” ພາຍຫຼັງທີ່ໄດ້ກ້າວຂາເຂົ້າມາທີ່ໂຮງຮຽນນ້ອຍໆແຫ່ງນີ້ທີ່ອ້ອມຮອບດ້ວຍພູຜາ ແລະ ໄດ້ພົບກັບນ້ອງໆນັກຮຽນທີ່ໜ້າຮັກ ຈົນກາຍເປັັນຄວາມຜູກພັນ ແລະ ຮັກແພງ ປຽບກັບເໝືອນລູກຂອງຕົນເອງ. ອາຊີບຄູຄືອາຊີບທີ່ຕ້ອງເສຍສະຫຼະ ແລະຕ້ອງໃຊ້ຄວາມມານະອົດທົນສູງ ໂດຍສະເພາະຄູໃນເຂດຊົນນະບົດຫ່າງໄກສອກຫຼີກ

ທີ່ສຳຄັນທີ່ສຸດຄືໄດ້ເຫັນຊີວິດນາຍຄູຜູ້ໜຶ່ງທີ່ຕ້ອງສູ້ຊົນກັບອຸປະສັກຫຼາຍຢ່າງ ໃນການດຳລົງຊີວິດ ສະພາບການເປັນຢູ່ແມ່ນຝືດເຄືອງທີ່ສຸດບາງຄັ້ງບໍ່ມີຮອດເງິນຈະຊື້ເຂົ້າກິນ ແຕ່ຕ້ອງໄດ້ອົດທົນລຳບາກ ເພື່ອຄວາມຫວັງມື້ໜຶ່ງຈະໄດ້ເຂົ້າເປັນລັດຖະກອນ ມີເງິນເດືອນກິນ ຕາມທີ່ຕົນເອງໄຝ່ຝັນ ແຕ່ໂຊກຊະຕາກັບບໍ່ເຂົ້າຂ້າງອົດທົນມາຮອດ 7 ປີ ຍັງບໍ່ມີວີ້ແວວຈະໄດ້ໂຕເລກເຂົ້າເປັນລັດທະກອນດັ່ງທີ່ຕົນເອງຝັນໄວ້

ແລະ ແລ້ວມື້ໜື່ງກໍ່ປຽບຄືດັ່ງຟ້າຜ່າລົງກາງໃຈ ແລະ ມີນ້ຳໄຫຼອອກມາຈາກສອງໜ່ວຍຕາ ເມື່ອຄູຄົນນີ້ໄດ້ຍອມແພ້ຕໍ່ໂຊກຊະຕາຈື່ງໄດ້ຕັດສິນໃຈຖອຍຫຼັງອຳລາການສິດສອນດ້ວຍນ້ຳຕາ ເພື່ອໄປຫາລ້ຽງຊິບ ແລະ ຄວາມຢູ່ລອດຂອງຕົນເອງ ທັງທີ່ໃຈກໍ່ຍັງຮັກໃນການສິດສອນ ເຖິງວ່າຜູ້ຊາຍຄົນນີ້ຈະບໍ່ໄດ້ເປັນຄູແລ້ວກໍ່ຕາມ ແຕ່ກໍ່ຍັງຮັກ

ແລະ ຄິດຮອດນ້ອງໆນັກຮຽນໝົດທຸກຄົນຄືເກົ່າ ຖ້າມີໂອກາດໜ້າຈະກັບມາສອນໜ້ອງໆນັກຮຽນອີກຄັ້ງ. ຮັກ ແລະ ຄິດຮອດສະເໝີ ຊາຍໜຸ່ມຜູ້ນີ້ມີຄວາມໄຝ່ຝັນຢາກເປັນຄູສອນມາຕັ້ງແຕ່ຍັງນ້ອຍ ພາຍຫຼັງທີ່ຮຽນຈົບວິທະຍາໄລສ້າງຄູທີ່ແຂວງ ສະຫວັນນະເຂດ ເມື່ອປີ 2013 ລາວກໍ່ໄດ້ຖືກຊັບຊ້ອນມາເປັນຄູສອນທີ່ໂຮງຮຽນປະຖົມສຶກສາ ບ້ານ ຊຽງລື ເມືອງ ບໍລິຄັນ ແຂວງ ບໍລິຄຳໄຊ ເພື່ອລໍຖ້າເອົາທຶນລັດຖະກອນ.

ຄວາມຫວັງຂອງລາວກໍ່ຄືຕ້ອງການໃຫ້ຕົນເອງເປັນດັ່ງທຽນດວງນ້ອຍໆທີ່ຈູດເຜົາຕົນເອງເພື່ອເປັ່ງແສງສະຫວ່າງກາງຊົນນະບົດອັນມືດມິດຫວັງພຽງຊ່ວຍນຳທາງໃຫ້ແກ່ເດັກໆ ກ້າວໄປສູ່ແສງສະຫວ່າງແຫ່ງອະນາຄົດ. ຄວາມຫວັງຂອງລາວກໍ່ຄືຕ້ອງການໃຫ້ຕົນເອງເປັນດັ່ງທຽນດວງນ້ອຍໆທີ່ຈູດເຜົາຕົນເອງເພື່ອເປັ່ງແສງສະຫວ່າງກາງຊົນນະບົດອັນມືດມິດ

ຫວັງພຽງຊ່ວຍນຳທາງໃຫ້ແກ່ເດັກໆ ກ້າວໄປສູ່ແສງສະຫວ່າງແຫ່ງອະນາຄົດ ນີ້ຄືອຸດົມການອັນແຮງກ້າ ຂອງຜູ້ທີ່ຂຶ້ນຊື່ວ່າເປັນແມ່ພິມຂອງຊາດ ທີ່ຍາມໃດກໍປາຖະໜາຢາກຈະເຫັນເດັກນ້ອຍ ແລະເຍົາວະຊົນເຕີບໂຕເປັນຄົນທີ່ມີຄວາມຮູ້ ແລະ ສາມາດຊ່ວຍເຫຼືອຄອບຄົວໃຫ້ຫຼຸດພົ້ນຈາກຄວາມທຸກຍາກຂາດເຂີນ