ວັນທີ 25/11/2020 ຈາກເຟສບຸກທີ່ມີຊື່ວ່າ Phanida Xayavong ໄດ້ໂພສວ່າ ອັບເດດການຊ່ວຍເຫຼືອ ພໍ່ຕູ້ນັນ ອາຍຸ 87ປີ ແລະ ແມ່ຕູ້ພັນ ອາຍຸ 85ປີ ຢູ່ບ້ານ ນາທ່ອນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພວກເພິ່ນທັງສອງບໍ່ສາມາດຍ່າງໄດ້ ຕ້ອງໄດ້ເອົາເປົາປ່ານມາປູນັ່ງ ຄ່ອຍໆຫຍັບ-ເຖືອໄປເທື່ອລະໜ້ອຍ.
ເພິ່ນຢູ່ນຳກັນສອງຜົວເມຍ ເພາະລູກຊາຍໄດ້ຕາຍປະ. ສະພາບເຮືອນແມ່ນຊູພື້ນດິນ, ສັງກະສີຮົ່ວຫຼາຍຈຸດ ເຮືອນຕິດປ່າ ເລີຍມີງູເຂົ້າເຮືອນເລື້ອຍໆ, ບໍ່ມີຫ້ອງນໍ້າ (ຂັບຖ່າຍດ້ວຍການຂຸດຂຸມອ້ອມແອ້ມຮົ້ວເຮືອນ) ປັດຈຸບັນ ມູນນິທິຮ່ວມໃຈ (1630) ສົມທົບກັບທາງບ້ານ ແລະ ໂຄງການແລ່ນເພື່ອນ້ອງ ແລະ ທີມ RUN Together ,
ກະກຽມສ້ອມແປງເຮືອນຫຼັງໃຫມ່ ພ້ອມຫ້ອງນໍ້າໃຫ້ເພິ່ນ , ແລະ ໄດ້ພາເພິ່ນໄປປິ່ນປົວພະຍາດປອດອັກເສບ ພ້ອມກັນນັ້ນຍັງໄດ້ກະກຽມ ວາງແຜນນຳທາງບ້ານ ເລື່ອງການເບິ່ງແຍງຍາວນານຕະຫຼອດຊີວິດຂອງເພິ່ນທັງສອງ. ທ່ານສາມາດຊ່ວຍເຫຼືອ ເປັນວັດສະດຸກໍ່ສ້າງ ບໍ່ວ່າຈະເປັນ ສັງກະສີ , ດິນບັອກ ແລະອື່ນໆ
ຫຼື ສົມທົບເປັນປັດໃຈ ຜ່ານເລກບັນຊີ ມູນນິທິຮ່ວມໃຈ : 160-12-00-01532332-001 HOUMCHAI FOUNDATION FOR DISATER VICTIMS ລາຍລະອຽດເພີ່ມຕື່ມ ໂທ : 020 59444400 ມູນນິທິຮ່ວມໃຈ ສາຍດ່ວນ 1630 ເບີໂທນາຍບ້ານ ນາທ່ອນ 030 48226910