ລາຍງານຈາກຕ່າງປະເທດເມື່ອວັນທີ 24 ມັງກອນ 2021 ນີ້ ໃຫ້ຮູ້ວ່າ ມີຜູ້ຊາຍຄົນໜຶ່ງຢູ່ໃນລັດ ເນວາດາ ຂອງສະຫະລັດອາເມລິກາ ຖືກກ່າວຟ້ອງໃນຂໍ້ຫາ ສົ່ງໃບສະເໜີ 12 ສະບັບ ເພື່ອຂໍກູ້ຢືມເງິນຈາກໂຄງການ PPP( ຮ່ວງຊ່ວຍເຫຼືອ ຫົວໜ່ວຍທຸລະກິດນ້ອຍ ທີ່ພົບຄວາມຫຍຸ້ງຍາກ) ເພື່ອເອົາເງິນທີ່ຂໍຢືມໄດ້ນັ້ນໄປຊື້ລົດ ແລະ ຫ້ອງຫຼູ ຢູ່ໃນລັດ Las Vegas. Abramovs ຖືກຮ້ອງຟ້ອງໃນຂໍ້ຫາ ມີພຶດຕິກຳ ຕົ້ມຕຸ໋ນ ທະນາຄານ, ພາຍຫຼັງໄດ້ສະເໜີຢືມເງິນຈາກ 7 ທະນາຄານ ໂດຍອອກຊື່ຫຼາຍບໍລິສັດທີ່ແຕກຕ່າງກັນ, ກໍຄືການປອມແປງທີ່ຢູ່ ຂອງບໍລິສັດຕົນເອງ. ຫຼັງຈາກນັ້ນ, Abramovs ກໍນຳໃຊ້ເງິນທີ່ຢືມໄດ້ເກືອບ 1.986.737,46 ໂດລາຈາກໂຄງການປົກປ້ອງທະນາບັດ(PPP).
ໂຄງການ PPP ມີມູນຄ່າ 669 ຕື້ໂດລາ ຊຶ່ງເລີ່ມຕົ້ນມາແຕ່ປີ ກາຍ ເພື່ອສະໜັບສະໜູນຫົວໜ່ວຍທຸລະກິດນ້ອຍທີ່ພົບຄວາມຫຍຸ້ງຍາກ ອັນເນື່ອງມາຈາກການລະບາດຂອງໂຄວິດ-19. Abramovs ໃຊ້ເງິນຈຳນວນທີ່ຢືມໄດ້ 2 ລ້ານໂດລາຊື້ລົດ Bentley Continental GT Convertible 2020 ໃນລາຄາ 261.000 ໂດລາ ແລະ ລົດ Tesla Model 3 2020 ໃນລາຄາ 55.000 ໂດລາ. ໃນລະຫວ່າງເດືອນພຶດສະພາ ຫາເດືອນ ມີຖຸນາ 2020, Abramovs ຍັງໄດ້ຊື້ຫ້ອງຄອນໂດຫຼູ 2 ຫ້ອງຢູ່ໃນເມືອງ Veer Towers ໃນລັດ Las Vegas ຕື່ມອີກ ໃນລາຄາ 637.000 ໂດລາ. ຂະນະນີ້ Abramovs ຖືກກັກຕົວໄວ້ເພື່ອສືບສວນສອບສວນ ເພື່ອລໍຂຶ້ນສານ.