ໃໝ່ ຍັງມີໂອກາດໄດ້ເຂົ້າກຣາບຂໍພອນທີ່ ພຣະທາດຫຼວງ, ວັດສີເມືອງ ແລະ ຫໍຫຼັກເມືອງວຽງຈັນ ເຊິ່ງເປັນສະຖານທີ່ສັກສິດ ແລະ ເກົ່າແກ່ຂອງປະເທດລາວອີກດ້ວຍ, ລ່າສຸດ, ໃໝ່ ຈະເລີນປຸຣະ ໄດ້ມີໂອກາດມາຫລີ້ນຄອນເສີດທີ່ ສປປ ລາວ ໃນຄໍ່າຄື່ນຂອງວັນທີ 25 ຕຸລາ 2019
ທີ່ ສູນກິລາ ລາວ-ຍີ່ປຸ່ນ (Lao – Japan Budo Center) ນະຄອນຫຼວງວຽງຈັນ ຈັດໂດຍ ບໍລິສັດ BROTHER COMMERCIAL (THAILAND) LTD ໃນຄອນເສີດທີ່ມີຊື່ວ່າ ສຸໂກ້ຍ ອິນລາວ ແລະໄດ້ຮັບການຕອນຮັບຢ່າງຟົດຟື້ນ ຈາກແຟນໆຊາວລາວ, ໃໝ່ຈະເຣີນປຸຣະ ນັກຮ້ອງ ນັກສະແດງ ຈາກປະເທດໄທທີ່ມີຜົນງານທາງດ້ານບັນເທິງຫຼາຍໆຢ່າງ,
ທັງຜົນງານເພງທີ່ເຮັດໃຫ້ຄົນລາວຮູ້ຈັກກັນດີບໍ່ວ່າຈະເປັນ ເພງ ແພ້ໃຈ,ເພງ ຄວກຫົວໃຈ ແລະ ທີ່ເຮັດໃຫ້ຄົນລາວຈົດຈໍາໄດ້ດີ ແມ່ນຜົນງານການສະແດງລະຄອນເລື່ອງລ່າສຸດ “ກົງກຳ” ໃນບົດບາດຂອງ “ແມ່ຍ້ອຍ” ທີ່ ອອກອາກາດ ທາງຊ່ອງ 3 ຂອງປະເທດໄທ.