ຕາມຂໍ້ຕົກລົງເລກທີ 20482/ຍທ ທີ່ອອກໃນວັນທີ 18 ທັນວາ 2020 ມາດຕາ 40 ພາຫະນະທີ່ຍົກເວັ້ນຄ່າຜ່ານທາງ ມີ: 1.ລົດຕຳຫຼວກຈະລາຈອນທາງດ່ວນ ທີ່ປະຕິບັດໜ້າທີ່ສຸກເສີນ ແລະແກ້ໄຂ ອຸບັດເຫດຕາມທາງດ່ວນທີ່ມີເຄື່ອງໝາຍການຕິດຂ້າງລົດ. 2.ລົດໂຮງໝໍ, ກູ້ໄພ ແລະ ມອດໄຟ. 3.ຍານພາຫະນະອື່ນໆທີ່ຜູ້ສຳປະທານເປັນຜູ້ຕົກລົງ.
ຜູ້ໃຊ້ເຟສຊື່ Nat Soulinthone ໄດ້ໂພສໃນວັນທີ 27/12/2020 ວ່າ: ສະຕິ ທາງດ່ວນ 2:20 ການເກັບເງິນທາງດ່ວນລົດກູ້ໄພບໍ່ນະໂຍບາຍເກັບລູກດຽວວ່າຊ້ານນະໂຍບາຍຍັງບໍ່ມີ ສະແດງວ່າຄົນເຈັບຫຼາຄົນຈື່ງສິເຮັດນະໂຍບາຍໃຫ້ວະ.. ຈ່າຍໆໄດ້ຂ້ອຍບໍ່ວ່າຖ້າຖືກອາສາຂ້ອຍບໍ່ຖືເງິນ ຫຼື ບໍ່ມີເງິນຮອດເດ່ເຂົາສິເອົາໃສ່ມາຈ່າຍ.
(ຄິດແມ໋ສະຕິແມ໋.ຄົນເຈັບເຂົາຮ້ອງຂໍກະຈຳເປັນຕ້ອງໄດ້ໄປ). ຖ້າມີຄົນຖາມຄືບໍ່ໄປທາງເກົ່າຄັນຄົນເຈັບປົກກະຕິຂ້ອຍກະຊິນຳໃຊ້ທາງເກົ່າຢູ່ດອກກະຍ້ອນຢາກໄປທາງດ່ວນເພາະໃຫ້ເລັ່ງລັດກັບເວລາອີງໃສ່ຄົນເຈັບ. ແຕ່ກະຂອບໃຈປະຍັດເວລາແລະຄົນປ່ວຍທີ່ນຳສົ່ງມາໂຮງໝໍກະປອດໄພດີຍ້ອນໄດ້ນຳໃຊ້ທາງດ່ວນ