ບຸນເຂົ້າຈີ່ເປັນບຸນປະເພນີຂອງຊາວລາວສືບທອດມາຍາວນານຫຼາຍພັນປີ

ສະບາຍດີຕອນເຊົ້າ, ມື້ນີ້ມື້ດີ ຂຶ້ນ 15 ຄໍ່າ ເດືອນ 3 “ວັນມາຄະບູຊ” “ວັນມາຄະບູຊາ” ເປັນວັນສຳຄັນວັນໜື່ງຂອງພຸດທະສາສະໜາ ເນື່ອງຈາກມີເຫດການທີ່ສຳຄັນເກີດຂຶ້ນຢ່າງໜ້າ ອັດສະຈັນ ສີ່ປະການ ຫຼື ຈະຮຽກວັນນີ້ອີກຢ່າງໜື່ງວ່າ ວັນຈາຕຸຣົງສັນນິບາຕ ຄືວັນທີ່ມີການປະຊຸມພ້ອມດ້ວຍອົງສີ່. ຄຳວ່າ “ມາຄະ” ເປັນຊື່ຂອງເດືອນສາມ ຊຶ່ງຫຍໍ້ມາຈາກຄຳວ່າ “ມາຄະປຸຣະນະມີ” ດັງນັ້ນ ວັນມາຄະບູຊາ ຈຶ່ງໝາຍຄວາມວ່າ ການບູຊາພຣະໃນວັນເພັງເດືອນມາຄະ ຫຼື ເດືອນສາມ ຕາມປະຕິທິນຂອງອິນເດຍຊຶ່ງກົງກັບ ວັນຂຶ້ນ 15 ຄໍ່າ ເດືອນສາມ. ຕາມປົກກະຕິແລ້ວແມ່ນ ຈະຕົກຢູ່ໃນເດືອນກຸມພາ ຫຼື ເດືອນມີນາ (ສະເພາະປີນີ້ ແມ່ນຕົກຢູ່ເດືອນມັງກອນ) ບຸນເຂົ້າຈີ່ເປັນໜຶ່ງໃນບຸນເດືອນທີ່ສາມຂອງຮີດ 12 ຂອງລາວ ທີ່ໄດ້ປະຕິບັດມາແຕ່ບູຮານນະການ. ເດືອນສາມເປັນເດືອນເກັບກ່ຽວເຂົ້າແລະຂົນເຂົ້າຂຶ້ນເລົ້າຂຶ້ນສາງຮຽບຮ້ອຍແລ້ວ ຊາວນາທັງຫລາຍ ໝົດວຽກໄຮ່ການນາແລ້ວຈຶ່ງພາກັນເຮັດ ບຸນເຂົ້າຈີ່ ຖວາຍແກ່ພຣະສົງຄ໌. ຄຳວ່າເຂົ້າຈີ່ ໄດ້ແກ່ເຂົ້າໜຽວປັ້ນເປັນກ້ອນຈີ່ໃຫ້ສຸກດ້ວຍໄຟ ຮຽກວ່າເຂົ້າຈີ່. ການເຮັດບຸນນີ້ຈະນິຍົມເຮັດໃນເດືອນສາມ ຈະເປັນຂ້າງຂຶ້ນຫລືຂ້າງແຮມກໍໄດ້ແຕ່ເຄີຍເຮັດກັນມາແມ່ນຢູ່ໃນເດືອນສາມ ຈຶ່ງຮຽກວ່າ ບຸນເດືອນສາມກໍໄດ້.

ມື້ທີ່ຈະເຮັດບຸນນີ້ ເພິ່ນຈະປະກາດໃຫ້ຊາວບ້ານໄປເຕົ້າໂຮມກັນທີ່ວັດເພື່ອຕຽມເຂົ້າທີ່ຈະຈີ່ ຕຽມໄມ້ໄວ້ ສຽບເຂົ້າ ເຄື່ອງທາເຂົ້າຈີ່ ຈະເປັນໄຂ່ ຫລື ໃສ່ນໍ້າອ້ອຍຂ້າງໃນໃຫ້ຫອມຫວານ ມັນກໍແລ້ວແຕ່ສັທທາຂອງບຸກຄົນນັ້ນໆ. ການຕັ້ງໄຟຈີ່ເຂົ້າຕ້ອງໄດ້ເຮັດແຕ່ເຊົ້າ ພໍເຂົ້າຈີ່ສຸກ ກໍເອົາໄປຖວາຍພ້ອມຈັງຫັນເລີຍ ພ້ອມກັບອາຫານຫວານຄາວຢ່າງອື່ນໆ. ເມື່ອເຖິງຍາມຖວາຍ ເພິ່ນຈະນິມົນພຣະສົງຄ໌ສາມະເນນພາຍໃນວັດມາໂຮມກັນທີ່ຫໍແຈກ, ຫົວໜ້າພາໄຫວ້ພຣະຮັບສີລຈົບແລ້ວ ພຣະສົງສູດຖວາຍພອນ ແລ້ວຈຶ່ງນຳເຂົ້າຈີ່ນັ້ນໃສ່ບາຕ ແລ້ວຍໍໄປຖວາຍພຣະສົງຄ໌ພ້ອມພາເຂົ້າ. ເມື່ອສັນສຳເຣັດແລ້ວ ພຣະສົງຄ໌ໃຫ້ພອນ ອະນຸໂມທະນາ ແລະເທສນາຊາດົກ ເຣື່ອງນາງປຸນນະທາສີ ຖວາຍເຂົ້າຈີ່ແດ່ພຣະພຸທທະເຈົ້າດັ່ງຕໍ່ໄປນີ້. ມູນເຫດຂອງບຸນນີ້ ມີໃຈຄວາມວ່າ ພຣະພຸທທະເຈົ້າປະທັບຢູ່ ວັດເຊຕະວັນມະຫາວິຫານ ໃນເມືອງສາວັຕຖີ, ໃນເວລາໃກ້ຈະແຈ້ງ ພຣະອົງໄດ້ເລັງພຣະຍານກວດເບິ່ງໃນໝູ່ສັຕໂລກ ກໍປາກົດເຫັນນາງປຸນນະທາສີ ວ່ານາງຈະຕ້ອງຕາຍໃນວັນນີ້ແນ່ນອນ ແລະ ຖ້າພຣະອົງບໍ່ໄດ້ໄປອະນຸເຄາະ ນາງກໍຈະຕ້ອງໄປສູ່ທຸກຄະຕິຢ່າງແນ່ແທ້. ພຣະພຸທທະອົງຊົງມີຄວາມເມຕຕາກະຣຸນາແກ່ສັຕໂລກທຸກໝູ່ເລົ່າໃຫ້ພົ້ນຈາກບາບອະກຸສົນ ໃຫ້ໄດ້ບັນລຸເຖິງຄວາມສຸກ ມີມັຄຜົນນິພພານຕາມບາຣະມີຂອງສັຕນັ້ນໆ ວ່າເຄີຍໄດ້ສະສົມບຸນນັ້ນໄວ້ໜ້ອຍຫລາຍປານໃດມາແລ້ວ.

ສ່ວນນາງປຸນນະທາສີ ນີ້ກໍເຊັ່ນດຽວກັນວ່າ ຈະຕ້ອງໄປໂຜດນາງກ່ອນທີ່ຈະເສັຽຊີວິດ, ດັ່ງນັ້ນ ພຣະພຸທທະອົງພ້ອມພຣະອານົນທີ່ອຸ້ມບາຕ ຕາມຫລັງພຣະອົງ ອອກເດີນທາງມຸ່ງໜ້າໄປທີ່ບ່ອນນາງປຸນນະທາສີ ເຮັດວຽກຢູ່ ເພື່ອໄປບິນທະບາຕ ໂຜດນາງ. ໃນເມືອງຣາຊຄຶນີ້ ມີຍິງຍາກໄຮ້ເຂັນໃຈຢູ່ນາງໜຶ່ງ ຊຶ່ງໃນເວລາຕໍ່ມາ ນາງໄດ້ໄປເປັນທາສີຮັບໃຊ້ເຮືອນເສດຖີຄົນໜຶ່ງ ຊື່ວ່າ ນາງປຸນນະທາສີ. ວັນໜຶ່ງ ເສດຖີຄົນນັ້ນໄດ້ໃຊ້ໃຫ້ນາງໄປຕຳເຂົ້າ ຊຶ່ງນາງກໍຕຳຈົນໝົດມື້ຈົນຮອດຄໍ່າກໍຍັງບໍ່ແລ້ວ. ມື້ຕໍ່ມານາງໄດ້ລຸກແຕ່ເດິກໄຕ້ໄຟຕຳເຂົ້າຕໍ່ຈົນຟ້າແຈ້ງວຽກຈຶ່ງແລ້ວ, ນາງໄດ້ເອົາຮຳເຂົ້າໂດຍເຮັດເປັນແປ້ງ ປັ້ນແລ້ວ ໄດ້ນຳແປ້ງເຂົ້ານັ້ນໄປຈີ່ໃຫ້ສຸກແລ້ວເອົາໃສ່ໃນພົກຜ້າໄວ້ກິນເອງ ແລ້ວກໍຍ່າງໄປຕັກນໍ້າ. ພໍຍ່າງໄປຫາທ່ານໍ້າ ນາງໄດ້ເຫັນພຣະພຸທທະເຈົ້າ ແລະ ພຣະອານົນ ກໍເລີຍເກີດຄວາມສັທທາ ເຫລື້ອມໃສ ໂດຍມາຄຶດວ່າຕົວເຮົານີ້ຕົກທຸກໄດ້ຍາກລຳບາກແສນເຂັນ ທັງກາຍແລະໃຈ ຕ້ອງເປັນທາສີ ອາໄສເສດຖີລ້ຽງຊີວິດຢູ່ເປັນມື້ເປັນວັນໄປເທົ່ານັ້ນ ກໍເພາະວ່າເຮົາບໍ່ໄດ້ເຮັດບຸນໃຫ້ທານ ຮັກສາສີລໄວ້ໃນຊາດປາງກ່ອນ ມາເຖິງຊາດນີ້ ເຮົາຈຶ່ງໄດ້ເດືອດຮ້ອນລຳບາກເຫລືອຫລາຍ ແຕ່ວ່າເຮົາໄດ້ພົບພຣະພຸທທະເຈົ້າແລ້ວ ແຕ່ບໍ່ໄດ້ມີຫຍັງມາຖວາຍ ນອກຈາກແປ້ງເຂົ້າຈີ່ນີ້ທີ່ເປັນຂອງຕ້ອຍຕໍ່າ ແລະບໍ່ຄຶດວ່າພຣະພຸທທະອົງຈະຮັບສັນໄດ້ ອີກໃຈນຶ່ງກໍຄຶດວ່າ ພຣະພຸທທະອົງຍ່ອມມີຄວາມເມຕຕາກະຣຸນາອັນຍິ່ງໃຫຍ່ ອາດຈະບໍ່ຖືວ່າເປັນຂອງສົກກະປົກຫລືຕໍ່າ.

ເມື່ອນາງຄຶດໄດ້ດັ່ງນັ້ນແລ້ວ ຈຶ່ງຍ່າງ ເຂົ້າໄປຫາພຣະບໍຣົມມະສາສດາວ່າ ພັນເຕ ຂ້າແດ່ພຣະອົງຜູ້ຈະເຣີນ ຂໍພຣະອົງຊົງຮັບເຂົ້າຈີ່ປັ້ນນີ້ຂອງຜູ້ຂ້າຜູ້ເປັນ ຄົນຍາກຈົນເຂັນໃຈນີ້ດ້ວຍເທີ້ນ. ພຣະພຸທທະອົງໄດ້ເປີດບາຕ ຮັບເອົາເຂົ້າຈີ່ຈາກນາງປຸນນະທາສີ, ນາງກໍຄຶດໃນໃຈວ່າ ພຣະພຸທທະອົງຈະເດີນທາງໄປບ້ານເສດຖີ ຍ່ອມຈະມີອາຫານອັນປານີດ ມີກິ່ນຫອມແລະໜ້າສັນທັ້ງນັ້ນ ແລະເຂົ້າຈີ່ທີ່ນາງຖວາຍໄປນີ້ ກໍຄົງຈະເອົາໄປຖິ້ມເປັນອາຫານຂອງນົກຂອງກາເປັນແນ່ແທ້. ພຣະພຸທທະອົງໄດ້ຊາບເຖິງວາຣະຈິດຂອງນາງ ຈຶ່ງໄດ້ບອກໃຫ້ພຣະອານົນປູອາສະນະໃຕ້ຮົ່ມໄມ້ແຄມທາງນັ້ນ ແລ້ວນັ່ງສັນ ເຂົ້າຈີ່ກ້ອນນັ້ນໃຫ້ນາງປຸນນະທາສີເຫັນ. ຫລັງຈາກສັນເຂົ້າຈີ່ນັ້ນແລ້ວ,ພຣະອົງຊົງໂຜດນາງປຸນນະທາສີໂດຍ ສະແດງພຣະທັມມະ ເທສນາອະນຸໂມທະນາວ່າ ຂຶ້ນຊື່ວ່າໂພຄະສົມບັດຂອງບຸກຄົນຕະນີ່ ອັນມີຢູ່ໃນມະນຸສໂລກນີ້ ຈະມາກມາຍເປັນໝື່ນເປັນແສນ ຫລືຫລາຍກວ່ານັ້ນກໍຕາມ ຫາປະເສີດເທົ່າກັບເຂົ້າປັ້ນນຶ່ງອັນບຸກຄົນໃຫ້ທານດ້ວຍຄວາມສັທທາບໍ່ໄດ້ ເພາະວ່າໂພຄະຊັບທີ່ມີຢູ່ກັບ ຄົນຕະນີ່ນັ້ນບໍ່ເປັນປໂຍດອັນໃດເລີຍ ແມ້ນແຕ່ຕົນເອງຈະກິນກໍຍັງທັງຍາກ ແຖມຍັງຈະໝົດເປືອງໄປລ້າໆ ຄັ້ນຜູ້ຕະນີ່ຄົນນັ້ນ ຕາຍໄປ ສົມບັດເຫລົ່ານັ້ນກໍເປັນຂອງຄົນອື່ນ ແລະກໍບໍ່ໄດ້ຕິດຕາມຕົນໄປສູ່ປໍຣະພົບຂ້າງໜ້າ ປຽບທຽບ ກັບທານອັນມີປະມານ ນ້ອຍທີ່ບຸກຄົນນັ້ນໄດ້ຖວາຍແກ່ພຣະອະຣິຍະເຈົ້ານັ້ນເປັນບັນໄດສູ່ສວັນ ສູ່ສຸຄຕິ ແລະເປັນສະບຽງ ລ້ຽງຕົນໄປໃນຫົນທາງທຸລະ ກັນດານໃນຄາວທີ່ຕົນໄດ້ຕາຍໄປແລ້ວ.

ເມື່ອພຣະພຸທທະເຈົ້າເທສນາຈົບລົງແລ້ວ ນາງປຸນນະທາສີ ໄດ້ຊ້ອງສາທຸການໃນທານສົມບັດທີ່ຕົນໄດ້ກະທຳນັ້ນ ແລະ ຂາບລາເພື່ອໄປຕັກນໍ້າຕໍ່. ດ້ວຍຄວາມຍິນດີ ອີ່ມເອີບໃນບຸນທີ່ຕົນໄດ້ທຳນັ້ນ ເລີຍບໍ່ທັນໄດ້ເບິ່ງທາງຍ່າງວ່າມີງູເຫົ່າຢູ່ທີ່ນັ້ນ ເລີຍຖືກງູເຫົ່າຕອດທີ່ຕີນພິດຮ້າຍໄດ້ແລ່ນໄປທີ່ຫົວໃຈ ເຮັດໃຫ້ນາງປຸນນະທາສີ ເສັຽຊີວິດໃນທີ່ນັ້ນ ຈາກນັ້ນນາງກໍໄດ້ໄປເກີດຢູ່ເມືອງສວັນສເວີຍທິພສົມບັດ ມີນາງຟ້າພັນນຶ່ງເປັນບໍລິວານ ກໍເພາະອະນິສົງທີ່ນາງໄດ້ ຖວາຍເຂົ້າຈີ່ ປັ້ນນັ້ນແກ່ພຣະພຸທທະເຈົ້ານັ້ນແລ. ບຸນມາຄະບູຊາ ຄຳວ່າ ມາຄະ ເປັນຊື່ຂອງເດືອນສາມ ຊຶ່ງຫຍໍ້ມາຈາກຄຳວ່າ “ມາຄະປຸຣນະມີ” ດັັງນັ້ນ ວັນມາຄະບູ ຊາ ຈຶ່ງໝາຍຄວາມວ່າ ການບູຊາພຣະໃນວັນເພັງເດືອນມາຄະ ຫລື ເດືອນສາມ ຕາມປະຕິທິນຂອງອິນເດັຽ ຊຶ່ງກົງກັບ ວັນຂຶ້ນ 15 ຄໍ່າ ເດືອນສາມ (ຖ້າຢູ່ລາວຫລືໄທຍ ກໍຈະຕົກຢູ່ໃນເດືອນກຸມພາຫລືເດືອນມີນາ ). ວັນມາຄະບູຊາເປັນວັນສຳຄັນວັນນຶ່ງຂອງພຸທທະສາສນາ ເນື່ອງຈາກມີເຫດການທີ່ສຳຄັນ ເກີດຂຶ້ນເມື່ອ 2500 ກວ່າປີມາແລ້ວ ຄື ພຣະສັມມາສັມພຸທທະເຈົ້າ ຊົງສະແດງ ໂອວາທປະຕິໂມກ ທ່າມກາງ ທີ່ປະຊຸມມະຫາສັງຄະສັນນິບາຕຄັ້ງໃຫຍ່ ເພື່ອໃຫ້ພຣະສົງຄ໌ ນຳໄປປະພຶດ ປະຕິບັດ ເພື່ອສືບຕໍ່ພຣະພຸທທະ ສາສນາໃຫ້ຈະເຣີນຮຸ່ງເຮືອງຕໍ່ໄປ. ໃນວັນນີ້ເອງໄດ້ມີເຫດການ ເກີດຂຶ້ນຢ່າງໜ້າ ອັສຈັນ ສີ່ປະການ ຫລືຈະ ຮຽກວັນນີ້ອີກຢ່າງນຶ່ງວ່າ ວັນຈາຕຸຣົງສັນນິບາຕ ຄືວັນທີ່ມີການປະຊຸມພ້ອມດ້ວຍອົງຄ໌ສີ່.

ຄຳວ່າ ຈາຕຸຣະ ແປວ່າ ສີ່, ອົງຄ໌ ແປວ່າ ສ່ວນ ແລະ ສັນນິບາຕ ແປວ່າ ປະຊຸມ. ເຫດການພິເສດທີ່ເກີດຂຶ້ນໃນວັນນີ້ຄື : 1. ເປັນວັນທີ່ພຣະສົງຄ໌ສາວົກຂອງພຣະພຸທທະເຈົ້າ ຈຳນວນ ໑໒໕໐ ອົງມາປະຊຸຸມໂດຍພ້ອມພຽງ ກັນ ທີ່ ເວລຸວັນວິຫາຣ ໃນກຣຸງຣາຊຄຣຶ ແຄວ້ນມະຄົດ ໂດຍບໍ່ມີການນັດໝາຍກັນມາກ່ອນ. 2. ພຣະພິກຂຸສົງຄ໌ເຫລົ່ານີ້ລ້ວນແຕ່ເປັນ “ເອຫິພິກຂຸອຸປະສັມປາທາ” ຄື ເປັນຜູ້ທີ່ພຣະພຸທທະເຈົ້າຊົງ ເປັນຜູ້ບວດໃຫ້ເອງທັ້ງສິ້ນ. 3. ພຣະພິກຂຸສົງຄ໌ທຸກອົງຄ໌ ທີ່ມາຮ່ວມປະຊຸມໃນຄັ້ງນີ້ ລ້ວນແຕ່ເປັນຜູ້ໄດ້ບັນລຸພຣະອໍຣະຫັນແລ້ວ ທຸກໆອົງຄ໌ ຄືມີ ອະພິນຍາຫົກ. 4. ເປັນວັນທີ່ພຣະຈັນເຕັມດວງກຳລັງສເວີຍ “ມາຄະຣືກ” (ເປັນປາກົດການທາງທັມມະຊາດຂອງ ດວງຈັນທີ່ໂຄຈອນຜ່ານກຸ່ມດາວມາຄະໃນເດືອນສາມ ທາງຈັນທະຣະຄະຕິ ແລະໃນຣະຍະນີ້ ກໍຈະມີວັນນຶ່ງ ທີ່ພຣະຈັນເພັງ ໃນຂະນະທີ່ໂຄຈອນຜ່ານກຸ່ມດາວມາຄະ ຈຶ່ງນິຍົມຮຽກວ່າ ພຣະຈັນສເວີຍມາຄະຣືກ) . ໝາຍເຫດ: ໃນປີທໍາອິດຂອງການຕັສຮູ້ຂອງພຣະພຸທທະອົງ ຄື ຫລັງຈາກຕັສຮູ້ມາແລ້ວ 9 ເດືອນ, ພຣະອໍຣະຫັນຕ່າງລະລຶກໄດ້ວ່າ ໃນເດືອນສາມເພັງນັ້ນ ເປັນວັນສຳຄັນຂອງສາສນາພຣາມ ອັນເປັນ ສາສນາເດີມ ກ່ອນທີ່ພຣະອໍຣະຫັນເຫລົ່ານັ້ນຈະປ່ຽນມານັບຖື ພຣະທັມມະວິນັຍຂອງພຣະພຸທທະເຈົ້າ.

ໃນ ສາສນາພຣາມນັ້ນ ເມື່ອເຖິງມື້ເພັງ ເດືອນມາຄະ ຈະນັບຖືວ່າເປັນວັນສິວາຣາຕຣີ ໂດຍຈະທຳການບູຊາພຣະ ສິວະດ້ວຍ ການລອຍບາບຫລືລ້າງບາບດ້ວຍນໍ້າ. ແຕ່ມາບັດນີ້ ຕົນໄດ້ເລີກລັທທິເດີມແລ້ວ ຈຶ່ງພ້ອມໃຈ ກັນໄປເຂົ້າເຝົ້າພຣະພຸທທະເຈົ້າໂດຍບໍ່ໄດ້ນັດໝາຍ. ໂອວາທປະຕິໂມກ ເປັນຫລັກຄຳສອນສຳຄັນຂອງພຣະພຸທທະສາສນາ ຫລື ຄຳສອນອັນເປັນຫົວໃຈຂອງພຣະພຸທທະ ສາສນາ ໄດ້ແກ່ ພຣະພຸທທະພົດ 3 ຄາຖາ ທີ່ພຣະພຸທທະເຈົ້າໄດ້ກ່າວແກ່ ພຣະອໍຣະຫັນ ໑໒໕໐ ຮູປ ຜູ້ໄປປະ ຊຸຸມກັນ ໂດຍບໍ່ມີການນັດໝາຍ ທີ່ ພຣະເວລຸວະນາຣາມ ໃນມື້ເພັງເດືອນສາມ ທີ່ເຮົາຮຽກກັນວ່າ ວັນມາຄະບູຊາ. ຄາຖາໂອວາທປະຕິໂມກ ມີດັ່ງນີ້: ສັພພະປາປັສສະ ອະກະຣະນັງ ກຸສະລັສສູປະສັມປະທາ ສະຈິຕຕະປະຣິໂຍທະປະນັງ ເອຕັງ ພຸທທານະສາສະນັງ ຂັນຕີ ປະຣະມັງ ຕະໂປ ຕີຕິກຂາ ນິພພານັງ ປະຣະມັງ ວະທັນຕິ ພຸທທາ ນະ ຫິ ປັພພະຊິໂຕ ປະຣູປະຄາຕີ ສະມະໂນ ໂຫຕິ ປະຣັງ ວິເຫຖະຍັນໂຕ ອະນູປະວາໂທ ອະນູປະຄາໂຕ ປະຕິໂມກເຂ ຈະ ສັງວະໂຣ ມັຕຕັນຍຸຕາ ຈະ ພັຕຕັສສມິງ ປັນຕັນຈະ ສະຍະນາສະນັງ ອະທິຈິຕເຕ ຈະ ອາໂຍໂຄ ເອຕັງ ພຸທທານະສາສະນັງ. ແປວ່າ: ການບໍ່ທຳຄວາມຊົ່ວທັງປວງ ໑, ການບໍາເພັນແຕ່ຄວາມດີ ໑, ການທໍາຈິດຂອງຕົນໃຫ້ ຜ່ອງໃສ.໑ ນີ້ເປັນຄໍາສອນ ຂອງພຣະພຸທທະເຈົ້າທັ້ງຫລາຍ, ຂັນຕິ ຄືຄວາມອົດກັ້ນ ເປັນຕະບະຢ່າງຍິ່ງ, ພຣະພຸທທະເຈົ້າທັ້ງຫລາຍກ່າວວ່າ ນິພພານ ເປັນບໍ ຣົມມະທັມ, ຜູ້ທຳຮ້າຍຄົນອື່ນ ບໍ່ໄດ້ຊື່ວ່າເປັນບັນພະຊິດ, ຜູ້ບຽດບຽນຄົນອື່ນ ບໍ່ໄດ້ຊື່ວ່າເປັນສະມະນະ.

ການບໍ່ທຳຮ້າຍ ໑ ການສຳລວມໃນປະຕິໂມກ ໑ ຄວາມເປັນຜູ້ຮູ້ຈັກປະມານໃນອາຫານ ໑ ທີ່ນັ່ງນອນອັນສງັດ ໑ ຄວາມພຽນໃນອະທິຈິຕ(ສະມາທິ) ໑, ທັມເຫລົ່ານີ້ ເປັນຄຳສັ່ງສອນຂອງພຣະພຸທທະເຈົ້າທັ້ງຫລາຍ ການປະຕິບັດໃນວັນມາຄະບູຊານີ້ກໍຄື ການຕັກບາຕ, ໃຫ້ທານ,ຖວາຍເພລແລະ ຮັບຟັງພຣະ ທັມມະເທສນາໃນຕອນເຊົ້າເຖິງບ່າຍ ແລະ ຕອນກາງຄືນ ບາງວັດ ຊາວພຸທກໍຈະພາກັນໄປຮັກສາສີລ, ສູດມົນແລະນັ່ງສະມາທິ ແຕ່ສ່ວນມາກແລ້ວຕາມເຂດບ້ານທົ່ວໄປ ຈະນິຍົມເອົາດອກໄມ້ ທູບທຽນ ໄປທີ່ວັດ ເພື່ອຮ່ວມພິທີວຽນທຽນ ອ້ອມສີມ ໂດຍພຣະສົງຄ໌ຈະກ່າວຄຳຖວາຍ ດອກໄມ້ທູບທຽນ ແລ້ວໃຫ້ທຸກຄົນວ່າຕາມ ຈົບແລ້ວ ຍ່າງວຽນທາງຂວາ. ຕລອດເວລາທີ່ວຽນທຽນນັ້ນ ໃຫ້ລະລຶກເຖິງ ພຣະພຸທທະຄຸນ ພຣະທັມມະຄຸນ ພຣະສັງຄະຄຸນ ຈົນຄົບສາມຮອບແລ້ວ ນຳດອກໄມ້ທູບທຽນໄປປັກບູຊາຕາມສະຖານທີ້່ ທີ່ວັດນັ້ນໆ ຕຽມໄວ້ໃຫ້ ກໍເປັນອັນວ່າຈົບພິທີ. #ບຸນເຂົ້າຈີ່ ບຸນເຂົ້າຈີ່ເປັນໜຶ່ງໃນບຸນຂອງເດືອນທີສາມ ຂອງຮີດ 12 ຂອງລາວທີ່ໄດ້ປະຕິບັດມາແຕ່ບູຮານນະການ. ເດືອນສາມເປັນ ເດືອນເກັບກ່ຽວເຂົ້າ ແລະຂົນເຂົ້າຂຶ້ນເລົ້າຂຶ້ນສາງຮຽບຮ້ອຍແລ້ວ ຊາວນາທັງຫລາຍໝົດວຽກໄຮ່ການນາແລ້ວ ຈຶ່ງພາກັນເຮັດ ບຸນເຂົ້າຈີ່ ຖວາຍແກ່ພຣະສົງຄ໌. ຄຳວ່າເຂົ້າຈີ່ ໄດ້ແກ່ເຂົ້າໜຽວປັ້ນເປັນກ້ອນ ຈີ່ໃຫ້ສຸກດ້ວຍໄຟ ຮຽກວ່າເຂົ້າຈີ່.

ການເຮັດບຸນນີ້ ຈະນິຍົມເຮັດໃນ ເດືອນສາມ ຈະເປັນຂ້າງຂຶ້ນ ຫລືຂ້າງແຮມກໍໄດ້ ແຕ່ເຄີຍເຮັດກັນມາແມ່ນກາງເດືອນສາມ ຈຶ່ງຮຽກວ່າບຸນ ເດືອນສາມກໍໄດ້. ມື້ທີ່ຈະເຮັດບຸນນີ້ ຄະນະວັດ/ທາງວັດ ເພິ່ນຈະປະກາດໃຫ້ຊາວບ້ານໄປເຕົ້າໂຮມກັນທີ່ວັດເພື່ອ ຕຽມເຂົ້າທີ່ຈະຈີ່ ຕຽມໄມ້ ໄວ້ສຽບເຂົ້າ ເຄື່ອງທາ ເຂົ້າຈີ່ ຈະເປັນໄຂ່ ຫລື ໃສ່ນໍ້າອ້ອຍຂ້າງໃນ ໃຫ້ຫອມຫວານມັນ ກໍແລ້ວແຕ່ສັທທາຂອງບຸກຄົນນັ້ນໆ. ການຕັ້ງໄຟຈີ່ເຂົ້າ ຕ້ອງໄດ້ເຮັດແຕ່ເຊົ້າ ພໍເຂົ້າຈີ່ສຸກ ກໍເອົາໄປຖວາຍພ້ອມຈັງຫັນເລີຍ ພ້ອມກັບອາຫານຫວານຄາວຢ່າງອື່ນໆ. ເມື່ອເຖິງຍາມຖວາຍ ເພິ່ນຈະ ນິມົນພຣະສົງຄ໌ສາມະເນນພາຍໃນວັດມາໂຮມກັນທີ່ຫໍແຈກ, ຫົວໜ້າພາໄຫວ້ພຣະຮັບສີລຈົບແລ້ວ ພຣະສົງສູດຖວາຍພອນ ແລ້ວຈຶ່ງນຳເຂົ້າຈີ່ນັ້ນໃສ່ບາຕ ແລ້ວຍໍໄປຖວາຍພຣະສົງຄ໌ພ້ອມພາເຂົ້າ. ເມື່ອສັນສຳເຣັດແລ້ວ ພຣະສົງຄ໌ໃຫ້ພອນ ອະນຸໂມທະນາ ແລະ ເທສນາຊາດົກ ເຣື່ອງນາງປຸນນະທາສີຖວາຍເຂົ້າຈີ່ແດ່ພຣະພຸທທະເຈົ້າດັ່ງຕໍ່ໄປນີ້ : ມູນເຫດຂອງບຸນນີ້ ມີໃຈຄວາມວ່າ ພຣະພຸທທະເຈົ້າປະທັບຢູ່ ວັດເຊຕະວັນມະຫາວິຫານ ໃນເມືອງສາວັຕຖີ, ໃນເວລາໃກ້ຈະແຈ້ງ ພຣະອົງໄດ້ເລັງພຣະຍານ ກວດເບິ່ງໃນໝູ່ສັຕໂລກ ກໍປາກົດເຫັນນາງປຸນນະທາສີ ວ່າ ນາງຈະຕ້ອງຕາຍໃນວັນນີ້ແນ່ນອນ ແລະ ຖ້າພຣະອົງບໍ່ໄດ້ໄປອະນຸເຄາະ ນາງກໍຈະຕ້ອງໄປສູ່ທຸຄຄະຕິຢ່າງແນ່ແທ້.

ພຣະພຸທທະອົງຊົງມີຄວາມເມຕຕາກະຣຸນາແກ່ສັຕໂລກທຸກໝູ່ເລົ່າ ໃຫ້ພົ້ນຈາກບາບອະກຸສົນ ໃຫ້ໄດ້ບັນລຸເຖິງຄວາມສຸກ ມີມັຄຜົນນິພພານຕາມບາຣະມີຂອງສັຕນັ້ນໆ ວ່າເຄີຍໄດ້ສະສົມບຸນນັ້ນໄວ້ໜ້ອຍຫລາຍປານໃດມາແລ້ວ. ສ່ວນນາງປຸນນະທາສີ ນີ້ກໍເຊັ່ນດຽວກັນວ່າ ຈະຕ້ອງໄປໂຜດນາງກ່ອນທີ່ຈະເສັຽຊີວິດ, ດັ່ງນັ້ນ ພຣະພຸທທະອົງພ້ອມພຣະອານົນທີ່ອຸ້ມບາຕ ຕາມຫລັງ ພຣະອົງ ອອກເດີນທາງມຸ່ງໜ້າໄປທີ່ບ່ອນນາງປຸນນະທາສີ ເຮັດວຽກຢູ່ ເພື່ອໄປບິນທະບາຕ ໂຜດນາງ. ໃນເມືອງຣາຊຄຣຶນີ້ ມີຍິງຍາກໄຮ້ເຂັນໃຈຢູ່ນາງນຶ່ງ ຊຶ່ງໃນເວລາຕໍ່ມາ ນາງໄດ້ໄປເປັນທາສີຮັບໃຊ້ ເຮືອນເສດຖີຄົນນຶ່ງ ຊື່ວ່າ ນາງປຸນນະທາສີ. ວັນນຶ່ງ ເສດຖີຄົນນັ້ນ ໄດ້ໃຊ້ໃຫ້ນາງໄປຕຳເຂົ້າ ຊຶ່ງນາງກໍຕຳຈົນໝົດມື້ຈົນຮອດຄໍ່າກໍຍັງບໍ່ແລ້ວ. ມື້ຕໍ່ມາ ນາງໄດ້ລຸກແຕ່ເດິກ ໄຕ້ໄຟຕຳເຂົ້າຕໍ່ຈົນຟ້າແຈ້ງ ວຽກຈຶ່ງແລ້ວ, ນາງໄດ້ເອົາຮຳເຂົ້າໂດຍເຮັດເປັນແປ້ງ ປັ້ນແລ້ວ ໄດ້ນຳແປ້ງເຂົ້າ ນັ້ນໄປຈີ່ໃຫ້ສຸກ ແລ້ວເອົາໃສ່ໃນພົກຜ້າໄວ້ກິນເອງ ແລ້ວກໍຍ່າງໄປຕັກນໍ້າ. ພໍຍ່າງໄປຫາທ່ານໍ້າ ນາງໄດ້ເຫັນພຣະພຸທທະເຈົ້າ ແລະ ພຣະອານົນ ກໍເລີຍເກີດຄວາມສັທທາ ເຫລື້ອມໃສ ໂດຍມາຄຶດວ່າ ຕົວເຮົານີ້ຕົກທຸກໄດ້ຍາກລຳບາກແສນເຂັນ ທັງກາຍແລະໃຈ ຕ້ອງເປັນທາສີ ອາສັຍເສດຖີລ້ຽງຊີວິດຢູ່ເປັນມື້ເປັນວັນໄປເທົ່ານັ້ນ ກໍເພາະວ່າເຮົາບໍ່ໄດ້ເຮັດບຸນໃຫ້ທານ ຮັກສາສີລໄວ້ໃນຊາດ ປາງກ່ອນ ມາເຖິງຊາດນີ້ ເຮົາຈຶ່ງໄດ້ເດືອດຮ້ອນລຳບາກເຫລືອຫລາຍ ແຕ່ວ່າເຮົາໄດ້ພົບພຣະພຸທທະເຈົ້າແລ້ວ ແຕ່ບໍ່ໄດ້ມີຫຍັງ ມາຖວາຍ ນອກຈາກແປ້ງເຂົ້າຈີ່ນີ້ທີ່ເປັນຂອງຕ້ອຍຕໍ່າ ແລະບໍ່ຄຶດວ່າພຣະພຸທທະອົງຈະຮັບສັນໄດ້ ອີກໃຈນຶ່ງກໍຄຶດວ່າ ພຣະພຸທທະອົງຍ່ອມມີຄວາມເມຕຕາກະຣຸນາອັນຍິ່ງໃຫຍ່ ອາດຈະບໍ່ຖືວ່າເປັນຂອງສົກກະປົກຫລືຕໍ່າ.

ເມື່ອນາງຄຶດໄດ້ດັ່ງນັ້ນ ແລ້ວ ຈຶ່ງຍ່າງ ເຂົ້າໄປຫາພຣະບໍຣົມມະສາສດາວ່າ ພັນເຕ ຂ້າແດ່ພຣະອົງຜູ້ຈະເຣີນ ຂໍພຣະອົງຊົງຮັບເຂົ້າຈີ່ປັ້ນນີ້ ຂອງຜູ້ຂ້າຜູ້ເປັນ ຄົນຍາກຈົນເຂັນໃຈນີ້ດ້ວຍເທີ້ນ. ພຣະພຸດທະອົງໄດ້ເປີດບາຕ ຮັບເອົາເຂົ້າຈີ່ຈາກນາງປຸນນະທາສີ, ນາງກໍຄຶດໃນໃຈວ່າ ພຣະພຸທ ທະອົງຈະເດີນທາງໄປບ້ານເສດຖີ ຍ່ອມຈະມີອາຫານອັນປານີດ ມີກິ່ນຫອມແລະໜ້າສັນທັ້ງນັ້ນ ແລະເຂົ້າຈີ່ທີ່ນາງຖວາຍ ໄປນີ້ ກໍຄົງຈະເອົາໄປຖິ້ມເປັນອາຫານຂອງນົກຂອງກາເປັນແນ່ແທ້. ພຣະພຸດທະອົງໄດ້ຊາບເຖິງວາຣະຈິດຂອງນາງ ຈຶ່ງໄດ້ບອກໃຫ້ພຣະອານົນປູອາສະນະໃຕ້ຮົ່ມໄມ້ແຄມທາງນັ້ນ ແລ້ວນັ່ງສັນ ເຂົ້າຈີ່ກ້ອນນັ້ນໃຫ້ນາງປຸນນະທາສີເຫັນ. ຫລັງຈາກສັນເຂົ້າຈີ່ນັ້ນແລ້ວ,ພຣະອົງຊົງໂຜດນາງປຸນນະທາສີໂດຍ ສະແດງພຣະທັມມະ ເທສນາອະນຸໂມທະນາວ່າ ຂຶ້ນຊື່ວ່າໂພຄະສົມບັດຂອງບຸກຄົນຕະນີ່ ອັນມີຢູ່ໃນມະນຸສໂລກນີ້ ຈະມາກມາຍເປັນໝື່ນເປັນແສນ ຫລືຫລາຍກວ່ານັ້ນກໍຕາມ ຫາປະເສີດເທົ່າກັບເຂົ້າປັ້ນນຶ່ງອັນບຸກຄົນໃຫ້ທານດ້ວຍຄວາມສັທທາບໍ່ໄດ້ ເພາະວ່າໂພຄະຊັບທີ່ມີຢູ່ກັບ ຄົນຕະນີ່ນັ້ນບໍ່ເປັນປໂຍດອັນໃດເລີຍ ແມ້ນແຕ່ຕົນເອງຈະກິນກໍຍັງທັງຍາກ ແຖມຍັງຈະໝົດເປືອງໄປລ້າໆ

ຄັ້ນຜູ້ຕະນີ່ຄົນນັ້ນ ຕາຍໄປ ສົມບັດເຫຼົ່ານັ້ນກໍເປັນຂອງຄົນອື່ນ ແລະກໍບໍ່ໄດ້ຕິດຕາມຕົນໄປສູ່ປໍຣະພົບຂ້າງໜ້າ ປຽບທຽບ ກັບທານອັນມີປະມານ ນ້ອຍທີ່ບຸກຄົນນັ້ນໄດ້ຖວາຍແກ່ພຣະອະຣິຍະເຈົ້ານັ້ນເປັນບັນໄດສູ່ສະຫວັນ ສູ່ສຸຄະຕິ ແລະເປັນສະບຽງ ລ້ຽງຕົນໄປໃນຫົນທາງທຸລະ ກັນດານໃນຄາວທີ່ຕົນໄດ້ຕາຍໄປແລ້ວ. ເມື່ອພຣະພຸດທະເຈົ້າເທສະນາຈົບລົງແລ້ວ ນາງປຸນນະທາສີ ໄດ້ຊ້ອງສາທຸການໃນ ທານສົມບັດ ທີ່ຕົນໄດ້ກະທຳນັ້ນ ແລະ ຂາບລາເພື່ອໄປຕັກນໍ້າຕໍ່. ດ້ວຍຄວາມຍິນດີ ອີ່ມເອີບໃນບຸນທີ່ຕົນໄດ້ທຳນັ້ນ ເລີຍບໍ່ທັນໄດ້ ເບິ່ງທາງຍ່າງວ່າມີງູເຫົ່າຢູ່ທີ່ນັ້ນ ເລີຍຖືກງູເຫົ່າຕອດທີ່ຕີນ ພິດຮ້າຍໄດ້ແລ່ນໄປທີ່ຫົວໃຈ ເຮັດໃຫ້ນາງປຸນນະທາສີ ເສຍຊີວິດໃນທີ່ນັ້ນ ຈາກນັ້ນນາງກໍໄດ້ໄປເກີດຢູ່ເມືອງສວັນສເວີຍທິພສົມບັດ ມີນາງຟ້າພັນນຶ່ງເປັນບໍລິວານ ກໍເພາະອະນິສົງທີ່ນາງໄດ້ ຖວາຍເຂົ້າຈີ່ ປັ້ນນັ້ນແກ່ພຣະພຸດທະເຈົ້ານັ້ນແລ.