ສະພາບການລະບາດຂອງພະຍາດ COVID-19 ຂອງບັນດາປະເທດໃກ້ຄຽງ ແລະ ໃນໂລກ: ມາຮອດວັນທີ 27 ກໍລະກົດ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 (ປະເທດ/ເຂດ); ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 16,393,462 ຄົນ; ເສຍຊິວິດ 651,503 ຄົນ ເຊິ່ງກວມເອົາ 3.97 % ຂອງຜູ້ຕິດເຊື້ອທັງໝົດ; ປີ່ນປົວຫາຍດີ 10,029,180 ຄົນ ເຊິ່ງກວມເອົາ 61.1 % ຂອງຜູ້ຕິດເຊື້ອທັງໝົດ; ຢູ່ຂົງເຂດອາຊີ ຂອງພວກເຮົາ ກໍ່ແມ່ນປະເທດອິນເດຍ ທີ່ມີທ່າອ່ຽງ ໃນການຕິດເຊື້ອ COVID-19 ເພິ່ມຂຶ້ນ, ຈຳນວນຜູ້ຕິດເຊື້ອມື້ດຽວສູງເຖິງ 50,525 ຄົນ; ໃນບັນດາກຸ່ມປະເທດອາຊຽນ ມາຮອດວັນທີ 27 ກໍລະກົດ ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 242,939 ຄົນ ແລະ ເສຍຊີວິດ 6,931 ຄົນ.
ລາຍງານຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ປະຈໍາວັນຈັນ ວັນທີ 27 ກໍລະກົດ ປີ 2020 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 1,544ຄົນ ໃນນັ້ນຈຸດຜ່ານດ່ານລາວ-ໄທ 6`19 ຄົນ (ແຮງງານລາວກັບມາແຕ່ໄທ 58 ຄົນ); ຈຸດຜ່ານດ່ານລາວ – ຈີນ57 ຄົນ, ໃນນີ້ມີ ແຮງງານຈີນ 44 ຄົນ, ແຮງງານລາວ 01 ຄົນ ຜ່ານດ່ານບໍ່ເຕັນ, ແຂວງຫຼວງນໍ້າທາ, ເຫຼືອນັ້ນ ແມ່ນຄົນຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ – ຫວຽດນາມ 790 ຄົນ, ໃນນີ້ ກັບມາແຕ່ວຽກລັດຖະການ 01 ຄົນ ຜ່ານດ່ານນໍ້າພາວ, ແຂວງບໍລິຄໍາໄຊ, ມີນັກສຶກສາລາວ 02 ຄົນ ຜ່ານດ່ານນໍ້າກັ່ນ, ແຂວງຊຽງຂວາງ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ; ຈຸດຜ່ານດ່ານ ລາວ-ກຳປູເຈຍ 00 ຄົນ; ເດີນທາງຜ່ານສະໜາມບິນສາກົນວັດໄຕ 78 ຄົນ, ທັງໝົດແມ່ນຄົນຈີນ; ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ,
ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ. ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 26 ກໍລະກົດ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 374 ຄົນ, ໃນນັ້ນແຮງງານລາວມາແຕ່ໄທ 42 ຄົນ, ແຮງງານຈີນ 308 ຄົນ, ແຮງງານຫວຽດນາມ 02 ຄົນ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 22 ຄົນ;ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 26 ກໍລະກົດ 2020 ບໍ່ມີຜູ້ຕິດເຊື້ອໃໝ່;ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 26 ກໍລະກົດ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 25,875 ຕົວຢ່າງ, ກວດພົບເຊື້ອສະສົມ 20 ຄົນ. ການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດປະຈຸບັນທົ່ວປະເທດ ສູນຈໍາກັດບໍລິເວນທີ່ຍັງເປີດຢູ່ມີ ທັງໝົດ 54 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2,951 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.