ມາອັບເດດການທຸດົງຂອງຄະນະສົງຈາກວັດບ້ານຫົວນາ ເມືອງເຊບັ້ງໄຟແຂວງຄຳມ່ວນ ມຸ້ງໜ້າສູ່ຫຼວງພະບາງ ເພື່ອບູຊາພຣະຣັຕຕະນະໄຕຣ,ບູຊາແຜ່ນດີນລາວ,ບຸນກຸສົນເກີດຈາກຍ່າງຈາຣິກທຸດົງ, ຂໍແຜ່ເມດຕາຈິດໃຫ້ແດ່ວິລະບຸລຸດ,ວິລະສະຕີ ໃນເມືອງລາວ ພະອາຈານ ສົມຄວນ ທຳມະວົງສາ ບອກວ່າ:
ໃນວັນທີ 27 ພະຈິກ ຄະນະທຸດົງ ພັກທ່ຽງຢູ່ບ້ານໂຄກແກ້ງແຄນ ເມືອງເຊບັ້ງໄຟແຂວງຄຳມ່ວນ ຫຼັງຈາກນັ້ນຈະອອກເດິນທາງເຂົ້າສູ່ເຂດເມືອງທ່າແຂກ ທີ່ບ້ານສັງບ້ານຄອມ ຄະນະຈະຄ່ອຍໄປເລື່ອຍໆເຝິກຈິດໃຈເຝິກສະມາທິໃຫ້ຍິ່ງໆຂື້ນໄປ. ຄະນະສົງ ວັດອຳພາພອນ ບ້ານວັງໂຄນຄຳ ເມືອງຊົນະບູລີ ແຂວງສະຫວັນະເຂດ
ເຊິ່ງກ່ອນໜ້ານີ້ເຄີຍທຸດົງແຕ່ແຂວງສະຫວັນນະເຂດມາຍັງນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມງານຊາປານະກິດຂອງ ພຣະມະຫາງອນດຳລົງບຸນ ຕອນນີ້ພວກເພິ່ນກຳລັງຈາຣິກທຸດົງ(ຍ່າງ)ໄປຍັງແຂວງຫຼວງພະບາງ ຖ້າຊາວພຸດທະສາສະໜາຮ່ວມໃສ່ບາດເພິ່ນລະຫວ່າງທາງຄົງເປັນບຸນໜັກແລ! ຄະນະສົງນຳໂດຍ ພະອາຈານ ສົມຄວນ ທຳມະວົງສາ ພ້ອມສຳມະເນນອີກ 11 ອົງ
ໄດ້ເລີ່ມອອກເດີນທາງແຕ່ວັນທີ 9 ພະຈິກ 2020 ນີ້ ຈາກວັດອຳພາພອນ ເພື່ອໄປຫາເປົ້າໝາຍປາຍທາງ.’ ສຳລັບເສັ້ນທາງທີ່ຄະນະສົງຈະທຸລະດົງຜ່ານແມ່ນມີ ແຂວງສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊຍະບູລີ ແລະສິ້ນສຸດປາຍທາງທີ່ຫຼວງພະບາງ. ການຍ່າງຈາຣິກທຸດົງ
ຂອງຄະນະສົງຄັ້ງນີ້ແມ່ນເພື່ອ ບູຊາພະລັດຕະນະໄຕ ຄື ພະພຸດທະເຈົ້າ,ພະທຳມະເຈົ້າ,ພະສັງຄະເຈົ້າ,ບູຊາແຜ່ນດິນລາວທີ່ໄດ້ພັກພາອາໄສ. ບຸນກຸສົນທີ່ເກີດຈາກການຍ່າງຈາຣິກທຸດົງໃນເທື່ອນີ້,ຂໍອຸທິດສ່ວນບຸນສ່ວນກຸສົນໃຫ້ແດ່ວີລະບຸລຸດ,ວິລະສະຕີໃນຜືນແຜ່ນດິນລາວ,
ແລະສັບພະສັດທັງຫຼາຍໂດຍບໍ່ມີປະມານຈົ່ງມີສ່ວນແຫ່ງບຸນໃນເທື່ອນີ້ດ້ວຍໄດ້ພະນິບພານດ້ວຍກັນທຸກທ່ານດ້ວຍເຖີດ ຂໍໃຫ້ທຸກທ່ານຈົ່ງພົບພຣະນິບພານທຸກທ່ານເທີ້ນ. ແຜ່ເມດຕາຈິດແດ່ບິດາມານດາຄູອຸປັດຊາອາຈານແລະສັບພະສັດທັງຫລາຍທັງປວງໄດ້ບໍຣົມມະສຸກທຸກທ່ານເທິ້ນ.