ໃນວັນທີ 28 ສິງຫາ 2020 ນີ້, ກົມໃຫຍ່ພະລາທິການກອງ ທັບ ໄດ້ຈັດຕັ້ງພິທີປະກາດການ ແຕ່ງຕັ້ງຮອງຫົວໜ້າກົມນໍ້າມັນ ເຊື້ອໄຟ, ຫົວໜ້າພະແນກ ແລະ ຮອງພະແນກທີ່ຂຶ້ນກັບໂດຍການ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ຄຳເພັດ ສີຊານົນ ກຳ ມະການຄະນະພັກກະຊວງປ້ອງ ກັນປະເທດ ຮອງຫົວໜ້າກົມໃຫຍ່ ພະລາທິການກອງທັບ, ມີບັນດາ ຄະນະພັກ, ຄະນະບັນຊາ, ພ້ອມ ດ້ວຍພະນັກງານຫຼັກແຫ່ຼງພາຍໃນກົມນໍ້າມັນເຊື້ອໄຟກົມໃຫຍ່ພະ ລາທິການເຂົ້າຮ່ວມ. ສະຫາຍ ພັນໂທ ໄພວັນ ໄຊພູ ບານ ຮອງຫົວໜ້າຫ້ອງການເມືອງກົມ ໃຫຍ່ພະລາທິການກອງທັບ ໄດ້ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍ ການຍົກ ຍ້າຍ ແລະ ແຕ່ງຕັ້ງນາຍທະຫານ ໄປຮັບໜ້າທີ່ໃໝ່ຢູ່ກົມນໍ້າເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ (ສະບັບ ປັບປຸງ) ໃນພາກທີ 2 ໝວດ 4 ມາດຕາທີ 26 ວ່າດ້ວຍ ການແຕ່ງ ຕັ້ງຍົກຍ້າຍນາຍທະຫານ ໃນນີ້ ປະກາດແຕ່ງຕັ້ງ ສະຫາຍ ພັນໂທ ເພັດທອງຄູນ ວົງຜາສຸກ ເປັນ ຮອງຫົວໜ້າກົມນໍ້າມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ ແລະ ຂໍ້ຕົກລົງຂອງກົມໃຫຍ່ການ ເມືອງກອງທັບ ວ່າດ້ວຍ ການ ແຕ່ງຕັ້ງຂັ້ນພະແນກການຂອງ ກົມນໍ້າມັນເຊື້ອໄຟ ດັ່ງນັ້ນກົມ ໃຫຍ່ການເມືອງກອງທັບ ຕົກລົງ ແຕ່ງຕັ້ງຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກຄື:
ສະຫາຍ ພັນໂທ ຫຸມເພັງ ເພັງລາວັນ ເປັນ ຫົວໜ້າພະແນກນໍ້າມັນເຊື້ອໄຟ, ແຕ່ງຕັ້ງ ສະຫາຍ ພັນໂທ ບຸນຊູ ເທບວົງສາ ເປັນຮອງຫົວໜ້າພະ ແນກນໍ້າມັນເຊື້ອໄຟ ແລະ ແຕ່ງ ຕັ້ງສະຫາຍ ພັນໂທ ພູວົງ ຫຼວງ ຄຳ ເປັນຮອງຫົວໜ້າພະແນກ ແຜນການກົມນໍ້າມັນເຊື້ອໄຟກົມ ໃຫຍ່ພະລາທິການກອງທັບ, ການແຕ່ງຕັ້ງຄັ້ງນີ້ກໍ ເພື່ອເປັນ ການປັບປຸງບູລະນະກົງຈັກການ ຈັດຕັ້ງນຳພາ-ບັນຊາ ໃນກຳລັງ ປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານເພື່ອ ເຮັດສຳ ເລັດໜ້າທີ່ການເມືອງຂອງກົມ ກອງໃຫ້ມີໃບໜ້າອັນໃໝ່. ສະຫາຍ ພົນຈັດຕະວາ ຄຳ ເພັດ ສີຊານົນ ໄດ້ເນັ້ນໜັກໃຫ້ຜູ້ທີ່ ໄດ້ຮັບການແຕ່ງຕັ້ງຈົ່ງຍົກສູງ ຄວາມຮູ້ຄວາມສາມາດໃນການ ຊີ້ນຳ-ນຳພາ, ບັນຊາໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງ, ມີຄວາມຮັບ ຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ ຮັບມອບໝາຍ, ຕັ້ງໜ້າເຝິກຝົນຫຼໍ່ ຫຼອມທາງດ້ານຄຸນທາດການ ເມືອງ, ຄຸນສົມບັດສິນທຳປະຕິ ວັດໃຫ້ເລິກເຊິ່ງ, ເພີ່ມທະວີຄວາມ ສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ພາຍນອກໃຫ້ກວ້າງຂວາງ, ຍົກ ສູງບົດບາດການນຳພາຂອງພັກ, ມີການປຶກສາຫາລືເປັນໝູ່ຄະນະ, ມີຄວາມເປັນເອກະພາບໃນທຸກ ວຽກງານ, ລວມສູນປະຊາທິປະ ໄຕ, ສືບຕໍ່ເຮັດວຽກງານສຶກສາ ອົບຮົມການເມືອງ-ນຳພາແນວ ຄິດໃຫ້ເຂັ້ມແຂງຕິດພັນກັບຂະ ບວນການຕ່າງໆ ເພື່ອຈັດຕັ້ງນຳ ພາກົມກອງໃຫ້ມີໃບໜ້າອັນໃໝ່. ໂດຍ: ຄຳໄພວັນ