ຕອນກາງຄືນຂອງວັນທີ 27/10/2020 ຈາກຜູ່ໃຊ້ເຟສບຸກຄົນໜື່ງໄດ້ໂພສວ່າ “ໄດ້ມີຄົນກໍ່ເຫດ ວາງເພີງກອງເຂົ້າ ປ້າຄຳນາງ ປະຊາຊົນ ບ້ານນາແດງ ເມືອງຊົນບູລີ ແຂວງສະຫວັນນະເຂດ ເຮັດນາໝົດປີໄຟໄໝ້ເລົ້າເຂົ້າ ເປັນຕາອີຕົນ ແມ່ປ້າ, ຄົນກໍ່ເຫດ ຈັ່ງແມ່ນຊາດມັນຂວາງຄັກເນາະ ຮູ້ບໍ່ຊົ່ວຊິໄດ້ເຂົ້າມາຊ່ຳນີ້ເຮັດນາມາມັນທຸກຍາກລຳບາກພຽງໃດ
ມີຫຍັງຜິດໃຈກັນກໍ່ຄວນລົມກັນດີໆບໍ່ຄວນເຮັດແນວນີ້ ທີ່ຜ່ານມາເຮົາໄດ້ເຫັນເຫດການແບບນີ້ເກີດຂື້ນຢູ່ເລື້ອຍໆ ສະນັ້ນ, ຂໍໃຫ້ທຸກຄົນເພີ່ມຄວາມລະມັດລະວັງຂື້ນຕື່ມ ເວລາເກັບກ່ຽວເຂົ້າແລ້ວ ຄວນຕ້ອງໄດ້ເກັບມ້ຽນເປັນຢ່າງດີ ຫຼື ຕ້ອງມີຄົນນອນເຝົ້າເພື່ອບໍ່ໃຫ້ເຫດການແບບນີ້ເກີດຂື້ນອີກ.”