ພານິວັນ ລັດຕະນະໂກສົນ ເລິ່ມຕົ້ນຈາກສູນໃນການລິເລີ່ມທຸລະກິດອະສັງຫາລິມະຊັບ 3 ປີຜ່ານມາ ໂດຍ ພານິວັນ ມີຕົ້ນທຶນຊິວິດຄ້າຍໆກັບຜູ້ຍິງຫຼາຍຄົນທີ່ມີຄວາມຝັນ, ຄວາມຫວັງ, ຄວາມຕັ້ງໃຈ ,ຄວາມພະຍາຍາມ ແລະ ເປົ້າໝາຍຊີວິດ ເພື່ອມຸ້ງຫວັງໃຫ້ຊີວິດຕົນເອງ ແລະ ຄອບຄົວດີຂື້ນໃນອະນາຄົດ. ການເລີ່ມຕົ້ນເຕັມໄປດ້ວຍເລື່ອງລາວ ຈົນກາຍເປັນປະສົບການ ແລະ ເຮັດໃຫ້ສາວນ້ອຍຄົນນີ້ຮຽນຮູ້ວິທີ, ເຕັກນິກ, ຊ່ອງທາງ, ກົນລະຍຸດການເຮັດການຕະຫຼາດ
ແລະ ເລີ່ມຄິດການໃຫຍ່ ດ້ວຍການຍ່າງໄປຖາມຊັບທີ່ມີມູນຄ່າເຖິງ 15 ລ້ານບາດ ທັງທີ່ໃນມືມີເງິນພຽງແຕ່ ເງິນໝື່ນບາດ ເທົ່ານັ້ນ. ຈາກເດັກນ້ອຍອາຍຸພຽງ 33 ປີ ພານິວັນ ລັດຕະນະໂກສົນ ເລີ່ມທຸລະກິດຈາກສູນຕໍ່ກາຍເປັນໜື່ງ ຈາກໜື່ງກາຍເປັນສອງ ດ້ວຍສອງມືຂອງຕົນຈົນສາມາດກໍ່ຕັ້ງບໍລິສັດອະສັງຫາລິມະຊັບໃນນາມ ບໍລິສັດ ຊັບມະຫາໄຊ ອະສັງຫາລິມະຊັບ ໄດ້ສໍາເລັດ ພ້ອມສາມາດຕໍ່ຍອດທຸລະກິດດ້ວຍການບໍລິຫານ-ຈັກການໂຄງການດີນຈັດສັດ
ແລະ ອະສັງຫາອື່ນໆເຖິງ 11 ໂຄງການໃນປັດຈຸບັນ ເຊິ່ງນີ້ແມ່ນໝາກຜົນຂອງການຮຽນຮູ້ , ປັບຕົວ,ປັບປຸງ, ປັບປ່ຽນ ແລະ ປັບໃຊ້ ເຄື່ອງມືໃນຍຸກ 4.0 ທີ່ເຮັດໃຫ້ສາມາດ Leverage ຈາກນາຍໜ້າອະສັງຫາລິມະຊັບສູ່ການເປັນເຈົ້າຂອງໂຄງຫານອະສັງຫາລິມະຊັບ. ຈາກເດັກນ້ອຍມີເງິນໝື່ນບາດ ໄປຖາມຊື້ດິນ 15 ລ້ານບາດ ຈຸດເລີ່ມຕົ້ນພິຜັນຈາກການເປັນນາຍໜ້າອະສັງຫາລິມະຊັບມືອາຊີບ ຂອງ ພານິວັນ ລັດຕະນະໂກສົນ