ວັນທີ 29/07/2020 ເວລາ 17:37ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດຈັກຕຳກັບລົດໃຫຍ່. ຈຸດເກີດເຫດແມ່ນ 3 ແຍກ ບ້ານຊຳເກດ.
ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 1 ຄົນເປັນເພດຊາຍ ອາຍຸ 34 ປີ ອາຊີບພະນັກງານ ບ້ານນາສ້ຽວ ເມືອງນາຊາຍທອງ ແຂວງນະຄອນຫລວງ. ອາການເບື້ອງຕົ້ນແມ່ນກະທົບຫົວແລະມີບາດເປີດໃຫຍ່ຢູ່ທ້ອງ(ບໍ່ມີສະຕິ).
ທາງຫນ່ວຍກູ້ໄພມູນນິທິ 1623 ຈຶ່ງໄດ້ທຳການ CPR (ນວດຫົວໃຈ)ປະມານ 20 ນາທີ ແຕ່ຄົນເຈັບບໍ່ມີການຕອບສະຫນອງແລະໄດ້ເສຍຊີວິດໃນເວລາຕໍ່ມາ. ດັ່ງນັ້ນໜ່ວຍກູ້ໄພມູນນິທິຈຶ່ງໄດ້ນຳສົ່ງສົບກັບບ້ານເພື່ອເຮັດພິທີທາງສາສະຫນາຕໍ່ໄປ.
ທາງຫນ່ວຍກູ້ໄພມູນນິທິ 1623 ຕ້ອງຂໍສະແດງຄວາມເສຍໃຈມາຍັງຄອບຄົວແລະຍາດຕິພີ່ນ້ອງກັບການສູນເສຍຄັ້ງນີ້ດ້ວຍ.ຈຸດດົງໂດກ.