ແຂວງ ອຸດົມໄຊ ຈະໄດ້ຈັດງານສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ໂດຍຈະໄດ້ມີພິທີໃສ່ບາດ ພຣະສົງ 100 ອົງ ເພື່ອອຸທິດສ່ວນບຸນແດ່ ປະທານ ໄກສອນ ພົມວິຫານ ໃນມື້ແຮມ 2 ຄໍ່າ ເດືອນຈຽງ
ພສ 2563 ກົງກັບ ວັນທີ 2 ທັນວາ 2020 ເວລາ 6-7 ໂມງເຊົ້າ ເຊີ່ງພຣະສົງຈະອອກບິນທະບາດ ໄປຕາມສາຍທາງແຕ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ໄປທາງເມືອງຫຼາ ໂຄ້ງໄປຫາຂົວນໍ້າກໍ 2 ໄປທາງບ້ານເຈງ ແລ້ວຂຶ້ນສູ່ວັດພູທາດ